ກຳເນີດແນວຄວາມຄິດເລື່ອງສິດທິ

The Emergence of the Concept of Rights

Authors

  • Ek Vinay Sayaraj Faculty of Forest Science, National University of Laos Author
  • Saykham Boutthavong Faculty of Forest Science, National University of Laos Author
  • Thoumthone Vongvisouk Faculty of Forest Science, National University of Laos Author

DOI:

https://doi.org/10.71026/ss.2024.01017

Keywords:

ສິດທິ ແລະ ທີ່ດິນ

Abstract

ສິດທິເປັນເລື່ອງທີ່ສຳຄັນພື້ນຖານ, ການສຶກສານີ້ມີຈຸດປະສົງທົບທວນແນວຄິດກ່ຽວກັບສິດທິທີ່ດິນ ແລະ ສິດທິປະເພດອື່ນທີ່ພົວພັນກັນ, ຊອກຮູ້ຈຸດເລີ່ມຕົ້ນແນວຄິດເລື່ອງສິດທິ ແລະ ການປ່ຽນແປງແນວຄິດ ຈາກອະດີດມາຮອດປະຈຸບັນ. ການສຶກສານີ້ດຳເນີນການທົບທວນແນວຄິດກ່ຽວກັບສິດທິ ໃນສະໄໝພຸດທະການຜ່ານຄຳພີພະໄຕປີດົກ ແລະ ບົດຄົ້ນຄວ້າທີ່ກ່ຽວຂ້ອງ, ທົບທວນແນວຄິດເລື່ອງສິດທິຂອງຈອນ ລ໊ອກ ແລະ ທົບທວນແນວຄິດເລື່ອງສິດທິຈາກນິຕິກຳຂອງ ສ ປປ ລາວທັງຈາກລັດຖະທຳມະນູນ ແລະ ກົດໝາຍ. ຜົນການຄົ້ນຄວ້າ ນຳສະເໜີສາມແນວຄິດໃນສາມຊ່ວງເວລາດັ່ງກ່າວ. ເນື້ອໃນທີ່ນຳສະເໜີມີສີ່ດ້ານຄື: ການໃຫ້ຄວາມໝາຍສິດທິ, ປະເພດ ແລະ ລັກສະນະຂອງສິດທິ, ການໄດ້ມາສິດທິ, ແລະ ການປົກປ້ອງສິດທິ. ທັງນີ້ກໍ່ເພື່ອໃຫ້ເຫັນໄດ້ການປ່ຽນແປງຄຸນລັກສະນະຕ່າງໆຂອງສິດທິຈາກອະດີດມາຮອດປະຈຸບັນ. ຜົນການຄົ້ນຄວ້າເຫັນວ່າແນວຄິດເລື່ອງສິດທິໃນສະໄໝພຸດທະການນັ້ນບໍ່ໄດ້ເປັນເລື່ອງທີ່ສຳຄັນພື້ນຖານ ຫາກແຕ່ເປັນເລື່ອງທີ່ມີຄວາມໝາຍໃນດ້ານລົບ. ແຕ່ເນື່ອງຈາກ, ພັດທະນາການທາງສັງຄົມ ໂດຍສະເພາະຕົກມາຮອດຍຸກການປະຕິວັດອຸດສາຫະກຳ ແນວຄິດເລື່ອງສິດທິຈຶ່ງຖືກເອົາໃຈໃສ່ເພື່ອແກ້ໄຂຂໍ້ບົກຜ່ອງຂອງຄວາມເມດຕາ ຈົນພັດທະນາມາສູ່ຍຸກປະຈຸບັນ ບັນຫາເລື່ອງສິດທິ ໄດ້ຮັບການເອົາໃຈໃສ່ໂດຍກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ.

Downloads

Download data is not yet available.

Published

2024-06-30

How to Cite

Sayaraj, E. V. ., Boutthavong , S. ., & Vongvisouk, T. . (2024). ກຳເນີດແນວຄວາມຄິດເລື່ອງສິດທິ: The Emergence of the Concept of Rights. ວາລະສານວິທະຍາສາດສັງຄົມ, 24(1), 151-162. https://doi.org/10.71026/ss.2024.01017

Similar Articles

1-10 of 107

You may also start an advanced similarity search for this article.