About the Journal
ວາລະສານວິທະຍາສາດສັງຄົມ
Print ISSN: 2664-6331
ພາສາ: ພາສາລາວ
Free Access: Online
2 ສະບັບຕໍ່ປີ
No. 1 ມີຖຸນາ
No. 2 ທັນວາ
ເປີດຮັບ:
ສະບັບທີ 1 : ເປີດຮັບ 1 ມັງກອນ ຫາ 30 ເມສາ ຂອງທຸກປີ
ສະບັບທີ 2: ເປີດຮັບ 1 ກໍລະກົດ ຫາ 30 ຕຸລາ ຂອງທຸກປີ
ແຈ້ງການຕອບຮັບພາຍໃນ 1 ເດືອນ ນັບຈາກມື້ສົ່ງບົດຄວາມ
ວາລະສານວິທະຍາສາດສັງຄົມ ຂອງມະຫາວິທະຍາໄລແຫ່ງຊາດ ເປັນວາລະສານສຳລັບຫຼາກຫຼາຍສາຂາວິຊາທີ່ກ່ຽວຂ້ອງກັບສາຍສັງຄົມສາດ ໂດຍຈັດພິມອອກທຸກໆ 6 ເດືອນ ໂດຍສູນສົ່ງເສີມວາລະສານວິທະຍາສາດ ເຊິ່ງມີຈຸດປະສົງເພື່ອເຜີຍແຜ່ຂໍ້ມູນຂ່າວສານຜົນການຄົ້ນຄວ້າວິທະຍາສາດຂອງຄູ-ອາຈານ ແລະ ນັກສຶກສາພາຍໃນ ມ.ຊ, ນັກຄົ້ນຄວ້າ ແລະ ນັກພັດທະນາທັງພາຍໃນປະເທດ ເພື່ອຕອບສະໜອງຂໍ້ມູນການຄົ້ນຄວ້າວິທະຍາສາດຂອງນັກວິຊາການ ແລະ ເພີ່ມບົດບາດໃນການຄົ້ນຄວ້າວິທະຍາສາດເພື່ອແກ້ໄຂບັນຫາເສດຖະກິດ ແລະ ສັງຄົມຂອງປະເທດ. ນອກຈາກນີ້, ຍັງມີຈຸດປະສົງເພື່ອເປັນເວທີແລກປ່ຽນຄວາມຄິດຄວາມເຫັນລະຫວ່າງນັກວິຊາການດ້ວຍກັນ ແລະ ນັກວິຊາການກັບຜູ້ກຳນົດນະໂຍບາຍໃນການພັດທະນາເສດຖະກິດ ແລະ ສັງຄົມຂອງຊາດ.
ທາງຄະນະບັນນາທິການໄດ້ເປີດກວ້າງ ແລະ ຍິນດີຮັບເອົາບົດຄົ້ນຄວ້າວິທະຍາສາດສາຍສັງຄົມຫຼາຍຂະ ແໜງການຈາກຄູ-ອາ ຈານ, ນັກສຶກສາ, ນັກພັດທະນາ ແລະ ນັກວິຊາການທັງຢູ່ພາຍໃນປະເທດ. ນັກຄົ້ນຄວ້າສົນ ໃຈສາມາດສົ່ງບົດຄວາມຂອງຕົນຜ່ານເວັບໄຊ: https://ssj.sjnl.la/ ຫຼື email: k.hathalong@nuol.edu.la.com