ຕົ້ນທຶນໃນການປູກຊາຂຽວຜົ້ງສາລີເພື່ອຂາຍອອກສູ່ຕະຫຼາດ
THE GREEN TEA’S PRODUCTION COST IN THE PHONGSALY PROVINE FOR TEA FACTORY PRODUCES TEA THE MARKET
DOI:
https://doi.org/10.71026/ss.2024.02006Keywords:
green tea’s production cost in the PhongsalyAbstract
ການສຶກສາຕົ້ນທຶນໃນການປູກຊາຂຽວຜົ້ງສາລີເພື່ອຂາຍອອກສູ່ຕະຫຼາດ ມີວັດຖຸປະສົງ (1) ຕົ້ນທຶນໃນການປູກຊາຂຽວຜົ້ງສາລີ, (2) ຕົ້ນທຶນໃນການຜະລິດເພື່ອສົ່ງອອກຂາຍ ແລະ ຜົນໄດ້ຮັບຂອງຊາຂຽວຜົ້ງສາລີ ເຊິ່ງເຄື່ອງມືໃນການວິເຄາະແມ່ນໄດ້ໃຊ້ສົມຜົນທາງດ້ານຕົ້ນທຶນເຊິ່ງໄດ້ແກ່ຕົ້ນທຶນໃນການປູກ Cost1, ຕົ້ນທຶນສະເລ່ຍ AC, ຄ່າໃຊ້ຈ່າຍ Expenditure ແລະ ຜົນໄດ້ຮັບ R. ຜົນຈາກການສຶກສາພົບວ່າຕົ້ນທຶນໃນການປູກຊາຂຽວໃນນັ້ນມີ 4 ກິດຈະກໍາເຊິ່ງ ໃນນັ້ນແນວພັນແມ່ນໄດ້ກວມເອົາຕົ້ນທຶນໃນການປູກ 69.536 ສ່ວນຮ້ອຍ ເຊິ່ງມີຕົ້ນທຶນຕໍ່ເຮັກຕ້າແມ່ນ 7,550,000 ກີບ, ຕົ້ນທຶນສະເລ່ຍໃນການຜະລິດຊາຂຽວຕໍ່ປີເພື່ອສົ່ງອອກແມ່ນ 7,070,109,166.666 ກີບ, ຜົນໄດ້ຮັບຈາກການເຫັນໄດ້ວ່າການລົງທຶນໃນປີທໍາອິດແມ່ນຂາດທຶນສູງ ແລະຈະມີລາຍຮັບໃນປີຕໍ່ໄປ ແລະປີ 2017 ມີກໍາໄລສູງເຖິ່ງ 19,608,943,500 ກີບ ເຫດຜົນທີ່ມີກໍາໄລສູງ ເພາະວ່າມີພຽງແຕ່ຄ່າໃຊ້ຈ່າຍໃນການບົວລະບັດຮັກສາ ແລະເກັບຍອດຊາຂຽວ ເທົ່ານັ້ນ ຈິ່ງເຮັດໃຫ້ທຸລະກິດຊາ ໂດຍສະເພາະພໍ່ແມ່ປະຊາຊົນທີ່ປູກຊາແມ່ນມີກໍາໄລສູງ



