ທິດສະດີ ແລະ ພຶດຕິກຳກ່ຽວກັບສັງຄົມນິຍົມ
Theory and Practice about Socialistic
DOI:
https://doi.org/10.71026/ss.2024.02007Keywords:
ທິດສະດີ, ພຶດຕິກໍາ ແລະ ສັງຄົມນິຍົມAbstract
ການຄົ້ນຄວ້າຄັ້ງນີ້ແມ່ນສຶກສາກ່ຽວກັບທິດສະດີ ແລະ ພຶດຕິກໍາສັງຄົມນິຍົມໃນປັດຈຸບັນ, ເປັນການສຶກສາທາງຄຸນນະພາບ ໂດຍຜູ້ສຶກສາແມ່ນໄດ້ມີການຄົ້ນຄວ້າ ແລະ ວິເຄາະເອກະສານຂັ້ນສອງ, ຜົນການສຶກສາພົບວ່າ ການສຶກສາກ່ຽວກັບທິດສະດີ ແລະ ພຶດຕິກໍາສັງຄົມນິຍົມໃນປັດຈຸບັນ ແມ່ນຕ້ອງໄດ້ເອົາໃຈໃສ່ຄົ້ນຄວ້າຢ່າງຖີ່ຖ້ວນ, ຮອບດ້ານ ແລະ ເລິກເຊິ່ງ ໂດຍເລີ່ມຈາກການສຶກສາຄົ້ນຄວ້າຕັ້ງແຕ່ການກຳເນີດເກີດຂຶ້ນຂອງລັດທິສັງຄົມນິຍົມ ເຊິ່ງມັນເປັນລະບອບສັງຄົມໜຶ່ງທີ່ມວນມະນຸດປາດຖະໜາ, ເປັນສັງຄົມທີ່ປົດປ່ອຍມວນມະນຸດອອກຈາກການກົດຂີ່ຂູດຮີດ, ເຮັດໃຫ້ທຸກຄົນໃນສັງຄົມມີຄວາມສະເໝີພາບ ແລະ ອື່ນໆ. ແຕ່ບົນເສັ້ນທາງແຫ່ງການກໍ່ສ້າງສັງຄົມນິຍົມໃນໄລຍະຜ່ານມາ ເຫັນໄດ້ທັງຜົນສຳເລັດທີ່ຍາດມາໄດ້ ໃນເບື້ອງຕົ້ນ, ແຕ່ໃນໄລຍະຕໍ່ມາ ບັນດາປະເທດສັງຄົມນິຍົມໄດ້ຕົກເຂົ້າສູ່ວິກິດການຢ່າງໜັກໜ່ວງອັນນຳໄປສູ່ການລົ້ມຂອງລະບົບສັງຄົມແຫ່ງໂລກ, ຈາກນັ້ນ ບັນດາປະເທດສັງຄົມນິຍົມທີ່ຍັງເຫຼືອ ຈຶ່ງໄດ້ຊອກຫາເສັ້ນທາງໃນການກໍ່ສ້າງສັງຄົມນິຍົມ ເພື່ອໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງປະເທດຕົນ ແລະ ສອດຄ່ອງກັບເງື່ອນໄຂໃໝ່ຂອງສາກົນ ດ້ວຍການປະຕິ
ຮູບ ແລະ ປ່ຽນແປງໃໝ່ຢ່າງຮອບດ້ານ ເຊິ່ງສາມາດຍາດໄດ້ຜົນ ສຳເລັດໃຫຍ່ຫຼວງສົມຄວນ. ແຕ່ເຖິງຢ່າງໃດກໍຕາມການສ້າງສັງຄົມນິຍົມໃນເງື່ອນໄຂໃໝ່ນີ້, ໃນເມື່ອເກີດມີການປະຕິຮູບ ແລະ ປ່ຽນແປງໃໝ່ຫຼາຍເກີນໄປ ອາດຈະມີທ່າອ່ຽງປະລະທິດສະດີສັງຄົມນິຍົມ; ການກໍ່ສ້າງສັງຄົມນິຍົມໜັກໄປທາງຈຸດພິເສດ, ສີສັນຂອງຕົນ ອາດຈະເກີດມີລັດທິຊາດໃຫຍ່ທີ່ຄັດແຄບຄ່ອຍໆປ່ຽນແທນລັດທິສາກົນຂອງຊົນຊັ້ນກຳມະກອນ ແລະ ບັນຫາອື່ນໆອີກ. ສະນັ້ນ, ການສ້າງສັງຄົມນິຍົມຂອງບັນດາປະເທດສັງຄົມນິຍົມທີ່ຍັງເຫຼືອຕ້ອງຖອນຖອດເອົາເປັນບົດຮຽນໃຫ້ແກ່ຕົນເອງ ເປັນຕົ້ນ: ຕ້ອງໝູນໃຊ້ ແລະ ພັດທະນາທັດສະນະຂອງມາກ-ເລນິນກ່ຽວກັບສັງຄົມນິຍົມ ແລະ ການກໍ່ສ້າງສັງຄົມນິຍົມຢ່າງປະດິດສ້າງ ໂດຍເລີ່ມຈາກພຶດຕິກຳຕົວຈິງຂອງແຕ່ລະປະເທດ; ການພັດທະນາທິດສະດີກ່ຽວກັບຮູບຖານເສດຖະກິດ-ສັງຄົມກອມມູນິດ ຕ້ອງໄດ້ຄົ້ນຄວ້າຢ່າງເລິກເຊິ່ງ ແລະ ໝູນໃຊ້ໃຫ້ສອດຄ່ອງກັບຈຸດພິເສດຂອງປະເທດຕົນ; ຕ້ອງເຮັດໃຫ້ຈຸດປະສົງ, ສັນຍາລັກຂອງສັງຄົມນິຍົມຂອງປະເທດຕົນຈະແຈ້ງຂຶ້ນ ເພື່ອຮັກສາທາດແທ້ ແລະ ຄຸນຄ່າຂອງສັງຄົມນິຍົມ ແລະ ແນໃສ່ກ້າວໄປສູ່ຈຸດໝາຍສັງຄົມນິຍົມຢ່າງມີໄຊ.



