ຄວາມຕ້ອງການໃນການພັດທະນາຄວາມຮູ້ທາງດ້ານການບັນຊີການເງິນຂອງຜູ້ປະກອບການຈຸນລະວິສະຫະກິດໃນນະຄອນຫລວງວຽງຈັນ ແລະ ແຂວງຄຳມ່ວນ

The need to develop financial accounting knowledge of entrepreneur’s micro-enterprises in Vientiane capital and Khammouan Province

Authors

  • Thaviphone Inthakesone Faculty of Economics and Business Management, National University of Laos Author
  • Piya WONGPIT Faculty of Economics and Business Management, National University of Laos Author
  • Soulita Tiengmany Faculty of Economics and Business Management, National University of Laos Author
  • Chindaluck THINPHAISONH Faculty of Economics and Business Management, National University of Laos Author
  • Banthom MANIRAT Faculty of Economics and Business Management, National University of Laos Author

DOI:

https://doi.org/10.71026/ss.2025.01006

Keywords:

ການພັດທະນາ, ການບັນຊີ, ການເງິນ, ຈຸນລະວິສາຫະກິດ.

Abstract

ໃນການສຶກສາຄັ້ງນີ້ມີຈຸດປະສົງໃນການສຶກສາຄວາມຕ້ອງການໃນການພັດທະນາຄວາມຮູ້ທາງດ້ານການບັນຊີການເງິນ ຂອງຜູ້ປະກອບການຈຸນລະວິສະຫະກິດໃນນະຄອນຫລວງວຽງຈັນ ແລະ ແຂວງຄຳມ່ວນ. ໂດຍກໍານົດປັດໄຈທີ່ສົ່ງຜົນກະທົບຕໍ່ຄວາມຕ້ອງການໃນການພັດທະນາຄວາມຮູ້ທາງດ້ານການບັນຊີການເງິນ ປະກອບມີ: ຄຸນລັກສະຂອງຜູ້ປະກອບການ, ຄຸນລັກສະນະຂອງທຸລະກິດ, ລະດັບຄວາມຮູ້ພື້ນຖານດ້ານການບັນຊີຂອງຜູ້ປະກອບການ. ໂດຍນຳໃຊ້ແບບສອບຖາມລົງເກັບກຳຂໍ້ມູນຄວາມຈິງຈາກຜູ້ປະກອບການຈຸນລະວິສາຫະກິດໃນປີ 2024 ລວມທັງຫມົດແມ່ນ 175 ຕົວຢ່າງສຳລັບເຄື່ອງມືທີ່ໃຊ້ໃນການວິເຄາະແມ່ນນໍາໃຊ້ວິທີການວິເຄາະແບບສົມຜົນທົດຖອຍພະຫຸຄູນດ້ວຍວີທີກຳລັງສອງນ້ອຍທີ່ສຸດໂດຍນຳໃຊ້ໂປຣແກຣມ STATA.
ຜົນການສຶກສາພົບວ່າປະເພດຂອງຫົວໜ່ວຍທຸລະກິດສ່ວນຫຼາຍແມ່ນ ວິສາຫະກິດສ່ວນບຸກຄົນທີ່ເປັນຂະແຫນງການບໍລິການ ທີ່ມີລະດັບຄວາມຮູ້ທາງດ້ານບັນຊີການເງິນນ້ອຍກວ່າ 60 ຄະແນນ ເຊີ່ງເຫັນວ່າກຸ່ມຕົວຢ່າງບໍ່ມີປະສົບການໃນການເຂົ້າຮ່ວມໃນການເຝີກອົບຮົມຄວາມຮູ້ທາງດ້ານການບັນຊີການເງິນທີ່ມີລະດັບຄະແນນສະເລ່ຍ 48.42 ຄະແນນ. ນອກນີ້ຍັງເຫັນວ່າຄວາມຕ້ອງການໃນການພັດທະນາຄວາມຮູ້ທາງດ້ານການບັນຊີການເງິນ ແມ່ນຢູ່ໃນລະດັບຫຼາຍທຸກໆດ້ານປະກອບມີ: ດ້ານມາດຕະຖານລາຍງານການເງິນ, ດ້ານການເກັບກຳ ແລະ ບັນທຶກຂໍ້ມູນບັນຊີ, ດ້ານການປິດບັນຊີປະຈຳວັນ, ເດືອນ ແລະ ປີ, ດ້ານການສ້າງເອກະສານລາຍງານການເງິນ.
ຈາກຜົນການສຶກສາພົບວ່າປັດໄຈທີ່ສົ່ງຜົນຕໍ່ຄວາມຕ້ອງການໃນການພັດທະນາຄວາມຮູ້ທາງດ້ານການບັນຊີການເງິນ ຂອງຜູ້ປະກອບການຈຸນລະວິສະຫະກິດໃນນະຄອນຫລວງວຽງຈັນ ແລະ ແຂວງຄຳມ່ວນ. ອາຍຸຂອງຜູ້ປະກອບການສົ່ງຜົນຕໍ່ດ້ານການປິດບັນຊີປະຈຳວັນ,ເດືອນແລະປີ; ດ້ານການສ້າງເອກະສານລາຍງານການເງິນ. ສະຖານະພາບສົ່ງຜົນຕໍ່ດ້ານການປິດບັນຊີປະຈຳວັນ, ເດືອນ ແລະ ປີ. ທຸລະກິດທີ່ມີການປັບປຸງຜະລິດຕະພັນສົ່ງຜົນຕໍ່ດ້ານການເກັບກຳແລະບັນທຶກຂໍ້ມູນບັນຊີ, ດ້ານການປິດບັນຊີປະຈຳວັນ, ເດືອນ ແລະປີ, ດ້ານການສ້າງເອກະສານລາຍງານການເງິນ. ຈຳນວນແຮງງານງຜົນຕໍ່ດ້ານດ້ານການເກັບກຳແລະບັນທຶກຂໍ້ມູນບັນຊີ, ດ້ານການສ້າງເອກະສານລາຍງານການເງິນ.

Downloads

Download data is not yet available.

Published

2025-06-22

How to Cite

Inthakesone, T., WONGPIT, P. ., Tiengmany, S. ., THINPHAISONH, C. ., & MANIRAT, B. . (2025). ຄວາມຕ້ອງການໃນການພັດທະນາຄວາມຮູ້ທາງດ້ານການບັນຊີການເງິນຂອງຜູ້ປະກອບການຈຸນລະວິສະຫະກິດໃນນະຄອນຫລວງວຽງຈັນ ແລະ ແຂວງຄຳມ່ວນ: The need to develop financial accounting knowledge of entrepreneur’s micro-enterprises in Vientiane capital and Khammouan Province. ວາລະສານວິທະຍາສາດສັງຄົມ, 25(1), 44-49. https://doi.org/10.71026/ss.2025.01006

Similar Articles

1-10 of 107

You may also start an advanced similarity search for this article.