ວັນນະຄະດີນິທານ ແລະ ວິຖີຊີວິດຊາວພວນຊຽງຂວາງ: ເມືອງຄູນ

LITERATURE AND LIFE STYLE OF PHUAN IN XIENGKHUANG PROVINCE:KHOUN DISTRICT

Authors

  • Bouaphone MALAYKHAM Faculty of Letters, National University of Laos Author
  • Bouasone THAMMACHAK Faculty of Letters, National University of Laos Author
  • Khamsy Tonpraserth Faculty of Letters, National University of Laos Author

DOI:

https://doi.org/10.71026/ss.2025.01008

Keywords:

ວັນນະຄະດີນິທານ, ວິຖີຊີວິດ, ຊາວພວນຊຽງຂວາງ ແລະ ເມືອງຄູນ

Abstract

ການຄົ້ນຄວ້າຫົວຂໍ້ “ວັນນະຄະດີນິທານ ແລະວິຖີຊີວິດຊາວພວນຊຽງຂວາງ: ເມືອງຄູນ” ມີຈຸດປະສົງເພື່ອວິເຄາະເນື້ອໃນນິທານ ແລະການປະຕິບັດຮີດຄອງໃນວິຖີຊີວິດຂອງຊາວພວນຊຽງຂວາງ. ຂໍ້ມູນທີ່ໃຊ້ໃນການສຶກສາຄັ້ງນີ້ກຸ່ມຜູ້ຄົ້ນຄວ້າໄດ້ລົງສຳຫຼວດ ແລະເກັບກຳຂໍ້ມູນກ່ຽວກັບນິທານ ແລະ ການປະຕິບັດຮີດຄອງຕ່າງໆ ດ້ວຍການບັນທຶກສຽງສຳພາດຈາກຜູ້ໃຫ້ຂໍ້ມູນທີ່ດໍາລົງຊີວິດຢູ່ເມືອງຄູນແຂວງຊຽງຂວາງ, ຈາກນັ້ນຈົດກ່າຍຂໍ້ມູນເຫຼົ່ານັ້ນອອກມາເປັນຖ້ອຍຄຳແລ້ວນຳມາວິເຄາະຕາມຮູບແບບຂອງການພັນລະນາວິເຄາະ. ໂດຍອີງໃສ່ບັນດາທິດສະດີກ່ຽວກັບວັນນະຄະດີ ແລະວັດທະນະທໍາທາງພິທີກໍາເພື່ອມາອະທິບາຍວິເຄາະ. ກຸ່ມຜູ້ຄົ້ນຄວ້າສາມາດຮວບຮວມນິທານໄດ້ 40 ເລື່ອງ, ແບ່ງເປັນ 5 ປະເພດ ຄື ນິທານຄໍາສອນ, ນິທານຊີວິດ, ນິທານອະທິບາຍເຫດ, ນິທານປະຈໍາຖິ່ນ ແລະນິທານຊວນຫົວ.
ຜົນໄດ້ຮັບຈາກການສຶກສາຄັ້ງນີ້ພົບວ່າ ນິທານປະເພດຕ່າງໆມີເນື້ອໃນສ່ອງແສງການດຳເນີນຊີວິດຂອງຄົນໃນສັງຄົມຊາວພວນ, ບາງປະເພດສ່ອງແສງໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງວັດ ຖຸ, ສະຖານທີ່, ຄວາມເຊື່ອ; ສ່ວນວັດທະນະທໍາຮີດຄອງຂອງຊາວພວນທີ່ນໍາມາສຶກສາມີການເກີດ, ການບວດ, ການແຕ່ງດອງ ແລະການຕາຍ, ຮີດຄອງເຫຼົ່ານັ້ນແມ່ນມີຂັ້ນຕອນການປະຕິບັດຢ່າງລະ ອຽດ ແລະມີເອກະລັກສະເພາະຂອງເຜົ່າທີ່ເຄີຍປະຕິບັດກັນມາແຕ່ບູຮານ.

Downloads

Download data is not yet available.

Downloads

Published

2025-06-30

How to Cite

MALAYKHAM, B. ., THAMMACHAK , B. ., & Tonpraserth, K. . (2025). ວັນນະຄະດີນິທານ ແລະ ວິຖີຊີວິດຊາວພວນຊຽງຂວາງ: ເມືອງຄູນ: LITERATURE AND LIFE STYLE OF PHUAN IN XIENGKHUANG PROVINCE:KHOUN DISTRICT. ວາລະສານວິທະຍາສາດສັງຄົມ, 25(1), 62-69. https://doi.org/10.71026/ss.2025.01008

Similar Articles

11-20 of 107

You may also start an advanced similarity search for this article.