ຄວາມທ້າທາຍໃນການພັດທະນາເສດຖະກິດຕາມໜຶ່ງແລວໜຶ່ງເສັ້ນທາງສູ່ພາກພື້ນ ແລະ ສາກົນຂອງ ສປປ ລາວ
Challenges in economic development along the Belt and Road to the region and international of Lao PDR
DOI:
https://doi.org/10.71026/ss.2024.02020Abstract
ຈຸດປະສົງຂອງການສຶກສາແມ່ນສຶກສາຄວາມທ້າທາຍໃນການພັດທະນາເສດຖະກິດຕາມໜຶ່ງແລວໜຶ່ງເສັ້ນທາງສູ່ພາກພື້ນ ແລະ ສາກົນຂອງ ສປປ ລາວ ແລະ ເປັນການສຶກສາແບບຄຸນນະພາບ ໂດຍໃຊ້ວິທີການສຶກສາເອກະສານຂັ້ນສອງເປັນຫຼັກ ແລະ ວິເຄາະຂໍ້ມູນແບບເນື້ອໃນຕາມຈຸດປະສົງທີ່ຕັ້ງເອົາໄວ້. ຜົນການສຶກສາພົບວ່າ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແມ່ນຜະລິດຕະພັນສາທາລະນະທົ່ວໂລກທີ່ຈີນສະໜອງໃຫ້ແກ່ປະຊາຄົມໂລກ. ນັບມາຮອດເດືອນພຶດສະພາປີນີ້, ໃນທົ່ວໂລກມີ 138 ປະເທດ ແລະ 30 ອົງການຈັດຕັ້ງສາກົນໄດ້ເຊັນເອກກະ ສານຮ່ວມມືກ່ຽວກັບການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນ ທາງ” ກັບຈີນ 200 ສະບັບ. ມາຮອດປັດຈຸບັນ ສປປ ລາວ ໄດ້ຮັບຜົນປະໂຫຍດຢ່າງໃຫຍ່ຫຼວງທັງທາງກົງ ແລະ ທາງອ້ອມ, ທັງໃນປັດຈຸບັນ ແລະ ອະນາຄົດ, ທາງດ່ວນນະຄອນຫຼວງວຽງຈັນ ຫາດ່ານບໍ່ຫານ-ບໍ່ເຕັນ, ນະຄອນຫຼວງວຽງຈັນຫາ ເມືອງວັງວຽງກໍແມ່ນໂຄງການສັນຍະລັກ ພາຍໃຕ້ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ເຊັ່ນດຽວກັນ. ພາຍຫຼັງ ສ້າງສຳເລັດແລ້ວ, ການໄປ ມາຫາສູ່ກັນ ແລະ ການຄ້າລະຫວ່າງສອງປະເທດ ແລະ ພາກພື້ນຍິ່ງແໜ້ນແຟ້ນກວ່າເກົ່າ ເຊິ່ງໄດ້ສ້າງເງື່ອນໄຂທີ່ດີຫຼາຍຢ່າງໃຫ້ແກ່ການຮ່ວມມືດ້ານ ເສດຖະກິດ-ການຄ້າ,ການລົງທຶນ,ການ ທ່ອງທ່ຽວ ແລະ ການເຊື່ອມຈອດ ລະຫວ່າງ ປະເທດດ້ວຍກັນ. ສາມາດຢັ້ງຢືນໄດ້ຢ່າງໜັກແໜ້ນວ່າ: ໂຄງການຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ”ຂອງ ສປ ຈີນ ແລະ ໂຄງການລົດໄຟລາວ-ຈີນ ໄດ້ກາຍເປັນສ່ວນປະກອບທີ່ສຳຄັນທີ່ສຸດ ເຮັດໃຫ້ປະເທດລາວສາມາດລົບລ້າງ ຄວາມທຸກຍາກໄດ້ຕາມແຜນການທີ່ລັດຖະບານລາວ ໄດ້ກຳນົດໄວ້ຢ່າງແນ່ນອນ. ຢ່າງໃດກໍຕາມ,ໃນຂະນະທີ່ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ກາຍເປັນເສັ້ນທາງການພັດທະນາທີ່ກວ້າງຂວາງຂອງຄົນທັງຫຼາຍ, ທັງມີຫຼາຍປະເທດທີ່ມີຄວາມສົນໃຈຢາກເຂົ້າຮວ່ມໃນໂຄງການນີ້, ແຕ່ຜູ້ບໍ່ຫວັງດີຍາມໃດກໍໃສ່ຮ້າຍປ້າຍສີໃສ່ໂຄງການນີ້ຕະຫຼອດມາ ເຊິ່ງໃນຄວາມເປັນຈິງ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ບໍ່ໄດ້ມີເງື່ອນໄຂໃນທາງການເມືອງ ແລະ ບໍ່ແຊກແຊງວຽກງານພາຍໃນຂອງປະເທດອື່ນໃນເວລາຮ່ວມມືກັນ, ນະໂຍບາຍແບບນີ້ ຈິ່ງມີຜົນດີຕໍ່ປະເທດພວມພັດທະນາຫຼາຍກວ່າ, ໂດຍຖືເອົາມາດຕະຖານສູງແບບຍືນຍົງ ແລະ ສ້າງຜົນປະໂຫຍດໃຫ້ແກ່ຊີວິດການເປັນຢູ່ຂອງປະຊາຊົນເປັນເປົ້າໝາຍ, ລົງເລິກຄວາມໂລ່ງລ່ຽນດ້ານການຄ້າ, ເປີດກວ້າງການຄ້າກັບປະເທດອ້ອມຂ້າງ, ສົ່ງເສີມການນຳເຂົ້າສິນຄ້າຄຸນນະພາບດີໃຫ້ຫຼາຍຂຶ້ນ, ຍົກສູງລະດັບການຫັນເປັນເສລີ ແລະ ຄວາມສະດວກດ້ານການຄ້າ ແລະ ການລົງທຶນ, ຊຸກຍູ້ໃຫ້ການຄ້າພັດ ທະນາຢ່າງດຸນດ່ຽງ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.



