ສາ​ເຫດ​ທີ່​ພາ​ໃຫ້​ການ​ດຳ​ເນີນຄະ​ດີ​ອາ​ຍາ​ຕົກໄປສຶກສາກໍລະນີ : ຜູ້ຖືກເສຍຫາຍຖອນ​ຄຳ​ຮ້ອງຟ້ອງຕາມ​ທີ່​ໄດ້ກຳນົດ​ໄວ້ໃນປະມວນ​ກົດ​ໝາຍ​ອາຍາ

Causes of criminal proceedings to fall, Study in the case:The victim withdraws the petition as defined in the Criminal Code

Authors

  • Paseuth savangdy National Institute of Justice, Ministry of Justice Author
  • Noulat soulivong National Institute of Justice Author
  • Chanthaphone koephomphakdy National Institute of Justice Author
  • Ackasone keokanlaya National Institute of Justice Author
  • Paivanh ounvilai National Institute of Justice Author
  • Chanthchone sengsoulichanh National Institute of Justice Author
  • Vilakone sibounheuang National Institute of Justice Author

DOI:

https://doi.org/10.71026/ss.2025.02003

Keywords:

ການກະທໍາຜິດທາງອາຍາ, ຜູ້ຖືກເສຍຫາຍ, ການຖອນຄຳຮ້ອງຟ້ອງ

Abstract

ຈຸດປະສົງຂອງການດໍາເນີນຄະດີອາຍາ ແມ່ນການນຳ​ເອົາ​ຜູ້ກະ​ທໍາ​ຜິດ​ມາ​ດຳ​ເນີນ​ຄະ​ດີ ແລະ ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ກົດ​ໝາຍ​​ຢ່າງ​ຖືກ​ຕ້ອງ, ຍຸຕິທໍາ, ຜູ້ກະທໍາຜິດຕ້ອງຖືກລົງໂທດຕາມກົດໝາຍ, ຜູ້ບໍ່ກະທໍາຜິດຈະບໍ່ຖືກລົງໂທດ. ທຸກການກະທໍາຜິດ ທີ່ລົງໂທດຕ້ອງໄດ້ກໍານົດໄວ້ໃນປະມວນກົດໝາຍອາຍາ ແລະ ກົດໝາຍສະບັບອື່ນທີ່ກໍານົດການກະທໍາຜິດທາງອາຍາ ແລະ ໂທດ. ແຕ່ປະມວນກົດໝາຍອາຍາ ໄດ້ກໍາກົດວ່າໃນກໍລະນີການກະທໍາຜິດຫາກບໍ່ເປັນອັນຕະລາຍຮ້າຍແຮງຕໍ່ສັງຄົມ ຖ້າບໍ່ມີຄໍາຮ້ອງຟ້ອງ ຈະດໍາເນີນຄະດີບໍ່ໄດ້ ຫຼື ກໍລະນີຜູ້ຖືກເສຍຫາຍຖອນ​ຄຳ​ຮ້ອງຟ້ອງ ເປັນຕົ້ນ ການກະິທໍາຜິດການທໍາຮ້າຍຮ່າງກາຍລະຫວ່າງຍາດໃກ້ຊິດທີ່ບໍ່ມີການບາດເຈັບສາຫັດ ຫຼື ບໍ່ເສຍອົງຄະ ຍົກເວັ້ນການທໍາຮ້າຍຮ່າງກາຍແມ່ຍິງ ແລະ ເດັກ, ຜູ້ມີອາຍຸແຕ່ຫົກສິບປີ ຂຶ້ນໄປ ຫຼື ຜູ້ເສຍອົງຄະ ຫຼື ການກະທໍາຜິດເປັນອາຈິນ ຫຼື ການກະທໍາຜິດບໍ່ເຂັດຫຼາບ; ການນິນທາ, ການໃສ່ຮ້າຍ, ການປ້ອຍດ່າ, ການໝິ່ນປະໝາດຊາກສົບ ຫຼື ຊື່ສຽງຂອງຜູ້ຕາຍ; ການທໍາມິດສະຈານ; ການກະທໍາຜິດຕໍ່ກຳມະສິດສ່ວນຕົວຂອງຍາດໃກ້ຊິດ; ການນລ່ວງລະເມີດເຄຫະສະຖານ ແລະ ການລ່ວງລະເມີດຄວາມລັບສ່ວນຕົວ. ບໍ່ວ່າຈະເປັນສະຖານລະຫຸໂທດ (ໂທດເບົາ), ສະຖານໂທສານຸໂທດ (ໂທດກາງ)

 ໃນການດໍາເນີນຄະດີຕົວຈິງຂອງອົງການສືບສວນ-ສອບສວນ ຫຼື ອົງການໄອຍະການປະຊາຊົນ ໄດ້ນໍາເອົາບາງກໍລະນີຂອງການກະທໍາຜິດທີ່ບໍ່ໄດ້ກໍານົດໄວ້ດັ່ງທີ່ກ່າວມາຂ້າງເທິງນີ້ ອະນຸຍາດໃຫ້ຖອນຄໍາຮ້ອງຟ້ອງ ເຊິ່ງການອະນຸຍາດການຖອນຄໍາຮ້ອງຟ້ອງດັ່ງກ່າວ ຂັດກັບຈຸດປະສົງຂອງການລົງໂທດ ຫຼື ເຮັດໃຫ້ຜູ້ກະທໍາຜິດບໍ່ຖືກລົງໂທດ ເນື່ອງຈາກການກະທໍາຜິດໄດ້ສໍາເລັດລົງແລ້ວ. ຊຶ່ງປະມວນກົດໝາຍອາຍາ ກໍານົດຊັດເຈນວ່າເມື່ອມີການກະທໍາຜິດ ຕ້ອງມີຄວາມຮັບຜິດຊອບທາງອາຍາ.ເຊັ່ນ:ການຖອນການຮ້ອງຟ້ອງໃນການປະຕະິບັດຕົວຈິງ: ການສໍ້ໂກ້ງ, ການຍັກຍອກ ແລະ ການລະເມີດກົດຈະລາຈອນພາໃຫ້ເກີດອຸລປະຕິເຫດ ຊຶ່ງຂັດກັບຈຸດປະສົງຂອງການລົງໂທດ ຫຼື ເຮັດໃຫ້ຜູ້ກະທໍາຜິດບໍ່ຖືກລົງໂທດ ເນື່ອງຈາກການກະທໍາຜິດໄດ້ສໍາເລັດລົງແລ້ວປະມວນກົດ  ໝາຍອາຍາໄດ້ກໍານົດຊັດເຈນວ່າເມື່ອມີການກະທໍາຜິດ ຕ້ອງມີຄວາມຮັບຜິດຊອບທາງອາຍາ.

Downloads

Download data is not yet available.

Downloads

Published

2025-08-30

How to Cite

savangdy, P. ., soulivong, N. ., koephomphakdy, C. ., keokanlaya, A. ., ounvilai, P. ., sengsoulichanh , C. ., & sibounheuang, V. . (2025). ສາ​ເຫດ​ທີ່​ພາ​ໃຫ້​ການ​ດຳ​ເນີນຄະ​ດີ​ອາ​ຍາ​ຕົກໄປສຶກສາກໍລະນີ : ຜູ້ຖືກເສຍຫາຍຖອນ​ຄຳ​ຮ້ອງຟ້ອງຕາມ​ທີ່​ໄດ້ກຳນົດ​ໄວ້ໃນປະມວນ​ກົດ​ໝາຍ​ອາຍາ: Causes of criminal proceedings to fall, Study in the case:The victim withdraws the petition as defined in the Criminal Code. ວາລະສານວິທະຍາສາດສັງຄົມ, 25(2), 20-31. https://doi.org/10.71026/ss.2025.02003

Most read articles by the same author(s)

Similar Articles

1-10 of 95

You may also start an advanced similarity search for this article.