ສິ່ງທ້າທາຍຕໍ່ກັບປະສິດທິພາບຄູໃນສະຖານການສຶກສາຄູໃນ ສປປ ລາວ
Challenges on Teacher Effectiveness in Teacher Education Institutions in Lao PDR
DOI:
https://doi.org/10.71026/ss.2024.02011Abstract
ການຄົ້ນຄວ້າໃນຄັ້ງນີ້ມີຈຸດປະສົງເພື່ອ: 1) ສຶກສາສິ່ງທ້າທາຍຕໍ່ກັບປະສິດທິພາບຄູ, 2) ເພື່ອປຽບທຽບຄວາມ ຄິດເຫັນຂອງຄູຕໍ່ກັບສິ່ງທ້າທາຍຕໍ່ກັບປະສິດທິພາບຄູ ແລະ 3) ສຶກສາແນວທາງໃນການປັບປຸງປະສິດທິພາບຄູໃນສະຖານການສຶກສາຄູໃນ ສປປ ລາວ. ກຸ່ມຕົວຢ່າງຂອງການຄົ້ນຄວ້າແມ່ນຄູສອນ ແລະ ຜູ້ບໍລິຫານປະເພດຕ່າງໆຈາກສະຖານການສຶກສາຄູ 9 ແຫ່ງໃນ ສປປ ລາວ ເຊິ່ງຈໍານວນກຸ່ມຕົວຢ່າງທີ່ເປັນຄູສອນທັງໝົດມີ 281 ຄົນ ແລະ ຜູ້ບໍລິຫານທັງ ໝົດ 18 ຄົນ. ກອບແນວຄິດໃນການຄົ້ນຄວ້າແບ່ງອອກເປັນ 3 ດ້ານຄື: ດ້ານແຮງຈູງໃຈ, ຄວາມສາມາດ ແລະ ສິ່ງອໍານວຍຄວາມສະດວກ. ເຄື່ອງມືທີ່ໃຊ້ປະກອບມີແບບສອບຖາມສໍາລັບຄູສອນຕາມມາດ ຕາສ່ວນປະເມີນຄ່າຕາມ 5 ລະດັບ ແລະ ແບບສໍາພາດສໍາລັບຜູ້ບໍລິຫານ. ສະຖິຕິທີ່ໃຊ້ໃນການຄົ້ນຄວ້າແມ່ນການຫາຄ່າຄວາມຖີ່, ຄ່າສ່ວນຮ້ອຍ. ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ສະຖິຕິປຽບ ທຽບ t-test ແລະ One-Way ANOVA ໂດຍໃຊ້ໂປແກຣມຄອມພິວເຕີສໍາເລັດຮູບ.
ຜົນການຄົ້ນຄວ້າພົບວ່າ: 1) ປະສິດທິພາບຄູໃນສະຖານການສຶກສາຄູໃນ ສປປ ລາວ ມີສິ່ງທ້າທາຍຈາກດ້ານແຮງຈູງໃຈ, ຄວາມສາມາດ ແລະ ສິ່ງອຳນວຍຄວາມສະດວກຢູ່ໃນລະດັບຕໍ່າ. 2) ຈາກສົມມຸດຖານທີ່ຕັ້ງໄວ້ ພົບວ່າຄູສອນຈຳແນກຕາມທີ່ຕັ້ງຂອງສະຖານການສຶກສາ, ເພດ, ອາຍຸ, ປະສົບການສອນ ແລະ ຈໍານວນຊົ່ວໂມງສອນຕໍ່ອາທິດທີ່ແຕກຕ່າງກັນ ມີຄວາມຄິດເຫັນບໍ່ແຕກຕ່າງກັນ ຍົກເວັ້ນການຈໍາແນກຕາມປະເພດຂອງສະຖານການສຶກສາ ຢ່າງມີຄວາມສໍາຄັນທາງສະຖິຕິທີ່ລະດັບ 0.05. 3) ແນວທາງໃນການປັບປຸງປະສິດທິພາບຄູໂດຍລວມມີຄື: ຄວນພິຈາລະນາໃນການປັບປຸງນະໂຍບາຍເງິນອຸດໜູນຄູ, ຄວນໃຫ້ຄູມີສ່ວນຮ່ວມໃນການປຶກສາຫາລືຮ່ວມກັນກັບຄະນະຜູ້ບໍລິຫານຫຼາຍຂຶ້ນ, ຄູຄວນໄດ້ຮັບການຍົກລະດັບຄວາມຮູ້ວິຊາສະເພາະ, ຝຶກອົບຮົມວິຊາຄູ, ການນໍາໃຊ້ສື່ ICT, ການຄົ້ນຄວ້າວິທະຍາ ສາດ ແລະ ອື່ນໆ. ນອກຈາກນີ້ ຄວນມີການສ້າງຫ້ອງສືບຄົ້ນຂໍ້ມູນທີ່ມີມາດຕະຖານ ແລະ ສາມາດເຂົ້າເຖິງອິນເຕີເນັດໄດ້ສະດວກ, ຄວນມີຫ້ອງທົດລອງ, ຫໍສະໝຸດ ແລະ ເຄື່ອງອຸປະກອນຮັບໃຊ້ການຮຽນ-ການສອນທີ່ໄດ້ມາດຕະຖານ.
ຄໍາສັບສໍາຄັນ: ປະສິດທິພາບຄູ, ແຮງຈູງໃຈ, ຄວາມສາມາດ, ສິ່ງອໍານວຍຄວາມສະດວກ