ສິດທິ ແລະ ໂອກາດໃນການເຂົ້າເຖິງຄວາມຍຸຕິທຳຂອງປະຊາຊົນເຂດຫ່າງໄກສອກຫຼີກຢູ່ ສປປ ລາວ
Rights and Opportunity of Local People in Remote Areas of Access to Justice in Lao PDR
DOI:
https://doi.org/10.71026/ss.2025.02009Keywords:
ສິດທິໃນການເຂົ້າເຖິງຄວາມຍຸຕິທຳ, ເຂດຫ່າງໄກສອກຫຼີກ, ປັດໄຈ ແລະ ກົນໄກAbstract
ການຄົ້ນຄວ້າຄັ້ງນີ້ສຶກສາກ່ຽວກັບ “ສິດທິ ແລະ ໂອກາດໃນການເຂົ້າເຖິງຄວາມຍຸຕິທຳຂອງປະຊາຊົນເຂດຫ່າງໄກສອກຫຼີກຢູ່ ສປປ ລາວ” ໂດຍມີຈຸດປະສົງເພື່ອວິເຄາະຄວາມສຳຄັນ, ສຶກສາປັດໄຈທີ່ມີອິດທິພົນ, ວິເຄາະເນື້ອໃນນິຕິກຳທີ່ກ່ຽວຂ້ອງ ແລະ ຊອກຫາກົນໄກແນວທາງໃນການສົ່ງເສີມການເຂົ້າເຖິງຄວາມຍຸຕິທຳ. ການສຶກສາຄັ້ງນີ້ແມ່ນການຄົ້ນຄວ້າเชิงຄຸນນະ ພາບ (Qualitative Research) ໂດຍນຳໃຊ້ວິທີການວິເຄາະເອກະສານ (Documentary Analysis) ຮ່ວມກັບການເກັບກຳຂໍ້ມູນພາກສະໜາມຈາກການສັງເກດການ ແລະ ການສົນ ທະນາກຸ່ມ (Focus Group Discussion) ກັບປະຊາຊົນ, ອຳນາດການປົກຄອງຂັ້ນບ້ານ ແລະ ພະນັກງານທີ່ກ່ຽວຂ້ອງໃນ 3 ແຂວງ ເປົ້າໝາຍຄື: ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ ແລະ ແຂວງຫຼວງນ້ຳທາ. ຜົນການສຶກສາໄດ້ຄົ້ນພົບວ່າ: ການເຂົ້າເຖິງຄວາມຍຸຕິທຳມີຄວາມສຳຄັນຢ່າງຍິ່ງຕໍ່ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນ, ທັງຍັງເປັນປັດໄຈພື້ນຖານໃນການພັດທະນາປະເທດຕາມເປົ້າໝາຍການສ້າງລັດແຫ່ງກົດໝາຍ ແລະ ຫຼຸດຜ່ອນຄວາມບໍ່ສະເໝີພາບໃນສັງຄົມ. ເຖິງຢ່າງໃດກໍຕາມ, ການເຂົ້າເຖິງຄວາມຍຸຕິທຳຂອງປະຊາຊົນເຂດຫ່າງໄກສອກຫຼີກຍັງປະເຊີນກັບສິ່ງທ້າທາຍຫຼາຍປະການ, ໂດຍມີປັດໄຈຕົ້ນຕໍມາຈາກຄວາມທຸກຍາກ, ຂໍ້ຈຳກັດທາງດ້ານພູມສັນຖານ, ຄວາມຫຼາກຫຼາຍທາງຊົນເຜົ່າ ແລະ ພາສາ, ລວມທັງລະດັບຄວາມຮັບຮູ້ທາງດ້ານກົດໝາຍທີ່ຍັງມີຈຳກັດ. ນອກຈາກນີ້, ຄວາມເຊື່ອໝັ້ນຕໍ່ລະບົບຍຸຕິທຳກໍຍັງເປັນອີກປະເດັນໜຶ່ງທີ່ຕ້ອງໄດ້ຮັບການແກ້ໄຂ. ເຖິງວ່າ ສປປ ລາວ ໄດ້ມີການສ້າງ ແລະ ປັບປຸງນິຕິກຳຈຳນວນຫຼາຍເພື່ອສົ່ງເສີ່ມສິດດັ່ງກ່າວ, ແຕ່ການຈັດຕັ້ງປະຕິບັດໃນຕົວຈິງຍັງບໍ່ທັນມີປະສິດທິຜົນເທົ່າທີ່ຄວນ.
ດັ່ງນັ້ນ, ການສ້າງກົນໄກທີ່ມີປະສິດທິພາບ ເຊັ່ນ: ການຍົກລະດັບຄວາມຕື່ນຕົວທາງດ້ານກົດໝາຍ, ການເພີ່ມທະວີການຊ່ວຍເຫຼືອທາງດ້ານກົດໝາຍໂດຍບໍ່ເສຍຄ່າ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນຍຸຕິທຳໃນລະດັບທ້ອງຖິ່ນ ຈຶ່ງມີຄວາມຈຳເປັນຢ່າງຮີບດ່ວນ ເພື່ອຮັບປະກັນໃຫ້ປະຊາຊົນທຸກຄົນສາມາດເຂົ້າເຖິງຄວາມຍຸຕິທຳໄດ້ຢ່າງສະເໝີພາບ.



