ສຶກສາປັດໄຈໃນການພັດທະນາທັກສະຊີວິດຂອງນັກຮຽນຊັ້ນ ມ 7 ໂຮງຮຽນມັດທະຍົມສຶກສາສົມບູນດອນໜູນພາຍໃຕ້ໂຄງການເມດຕາທັມ

Study of Factors in Developing Life Skills of Grade 7 Students at Donenoun Secondary School under the Metta Dhamma Project

Authors

  • Pinkeo Phommachit Faculty of Environmental Science, National University of Laos Author
  • Lamngeune Souliyavong Faculty of Environmental Science, National University of Laos Author
  • Vongvithaya Khounsavath Faculty of Environmental Science, National University of Laos Translator
  • Chanvandy Solavong Faculty of Environmental Science, National University of Laos Author
  • Lanthom Boukhaliphab Faculty of Environmental Science, National University of Laos Author

DOI:

https://doi.org/10.71026/ss.2025.02012

Abstract

ການສຶກສາຄົ້ນຄວ້ານີ້ແມ່ນສຶກສາກ່ຽວກັບປັດໄຈໃນການພັດທະນາທັກສະຊີວິດຂອງນັກຮຽນຊັ້ນ ມ 7 ໂຮງຮຽນມັດທະຍົມສຶກສາສົມບູນດອນໜູນພາຍໃຕ້ໂຄງການເມດຕາທັມ ເຊິ່ງມີຢູ່ 3 ຈຸດປະສົງຫຼັກຄື: 1. ເພື່ອສຶກສາປັດໄຈໃນການພັດທະນາທັກສະຊີວິດຂອງນັກຮຽນມັດທະຍົມຕອນປາຍ (ຊັ້ນ ມ.7). 2. ເພື່ອວິເຄາະບົດບາດຂອງໂຄງການເມດຕາທັມໃນການສົ່ງເສີມການພັດທະນາທັກສະຊີວິດຂອງນັກຮຽນ. 3. ເພື່ອສະເໜີປັບປຸງການປະຕິບັດຂອງໂຄງການໃນການພັດທະນາທັກສະຊີວິດຂອງນັກຮຽນໃຫ້ດີຂື້ນກວ່າເກົ່າ. ການສຶກສາຄັ້ງນີ້ໄດ້ເກັບກຳຂໍ້ມູນຈາກນັກຮຽນຊັ້ນມໍ 7 ໂຮງຮຽນມັດທະຍົມສຶກສາສົມບູນດອນໜູນ ຈໍານວນ 68 ຄົນ ໂດຍນໍາໃຊ້ແບບສອບຖາມເປັນເຄື່ອງມືຫຼັກໃນການເກັບກຳຂໍ້ມູນ ພ້ອມທັງວິເຄາະຂໍ້ມູນດ້ວຍວິທີສະຖິຕິພື້ນຖານເຊັ່ນ: ຄ່າສ່ວນຮ້ອຍ.
ຜົນການສຶກສາພົບວ່າ: 1. ຂໍ້ມູນທົ່ວໄປຂອງຜູ້ຕອບແບບສອບຖາມ: ສ່ວນໃຫຍ່ແມ່ນເພດຍິງ ຄິດເປັນ 66.18 ສ່ວນຮ້ອຍ, ອາຍຸ 17 ປີ ຄິດເປັນ 55.88 ສ່ວນຮ້ອຍ, ມາຈາກຫ້ອງ 7/1-7/4 ໃນຈໍານວນທີ່ເທົ່າກັນ ຄິດເປັນ 25 ສ່ວນຮ້ອຍ ແຕ່ລະຫ້ອງສ່ວນຫຼາຍເປັນຊົນເຜົ່າລາວລຸ່ມ ຄິດເປັນ 95.59 ສ່ວນຮ້ອຍ ແລະ ນັບຖືສາສະໜາພຸດ ຄິດເປັນ 92.65 ສ່ວນຮ້ອຍ. 2. ປັດໄຈໃນການພັດທະນາທັກສະຊີວິດ: ປັດໄຈສ່ວນບຸກຄົນ: ນັກຮຽນສະແດງໃຫ້ເຫັນການພັດທະນາທີ່ດີຂຶ້ນໃນດ້ານການຕັດສິນໃຈ ຄິດເປັນ 92.65 ສ່ວນຮ້ອຍ, ການຈັດການອາລົມ ຄິດເປັນ 88.24 ສ່ວນຮ້ອຍ, ຄວາມໝັ້ນໃຈໃນຕົນເອງ ຄິດເປັນ 86.76 ສ່ວນຮ້ອຍ ແລະ ການແກ້ໄຂບັນຫາ ຄິດເປັນ 86.76 ສ່ວນຮ້ອຍ. ປັດໄຈດ້ານຄອບຄົວ: ການລ້ຽງດູ ແລະ ການໃຫ້ຄໍາປຶກສາ ຄິດເປັນ 89.71 ສ່ວນຮ້ອຍ, ການສົ່ງເສີມການເພິ່ງພາຕົນເອງ ຄິດເປັນ 85.29 ສ່ວນຮ້ອຍ, ແລະ ຄວາມສໍາພັນທີ່ດີໃນຄອບຄົວ ຄິດເປັນ 83.82 ສ່ວນຮ້ອຍ. ປັດໄຈດ້ານໂຮງຮຽນ ແລະ ຊຸມຊົນ: ເນື້ອໃນວິຊາ ແລະ ວິທີສອນຂອງຄູ-ອາຈານ ຄິດເປັນ 89.71 ສ່ວນຮ້ອຍ, ຖັດມາແມ່ນບັນຍາກາດໃນໂຮງຮຽນ ຄິດເປັນ 86.76 ສ່ວນຮ້ອຍ ແລະ ການພົວພັນກັບໝູ່ເພື່ອນ ຄິດເປັນ 83.82 ສ່ວນຮ້ອຍ. ປັດໄຈດ້ານສັງຄົມ ແລະ ວັດທະນະທໍາ: ສື່ຕ່າງໆ ຄິດເປັນ 95.59 ສ່ວນຮ້ອຍ ມີອິດທິພົນສູງສຸດ,ຖັດມາແມ່ນການພົວພັນກັບຄົນທີ່ແຕກຕ່າງກັນ ຄິດເປັນ 92.65 ສ່ວນຮ້ອຍ ແລະ ຄ່ານິຍົມໃນສັງຄົມ ຄິດເປັນ 91.18 ສ່ວນຮ້ອຍ.3.ບົດບາດຂອງໂຄງການເມດຕາທັມ: ນັກຮຽນສ່ວນໃຫຍ່ເຫັນວ່າໂຄງການຊ່ວຍໃຫ້ມີສະຕິ ແລະ ສະຫງົບໃຈ ຄິດເປັນ 85.29 ສ່ວນຮ້ອຍ, ນໍາໃຊ້ຫຼັກທັມມາແກ້ໄຂບັນຫາ ຄິດເປັນ 82.35 ສ່ວນຮ້ອຍ ແລະ ເຂົ້າໃຈຕົນເອງ/ຜູ້ອື່ນໄດ້ດີຂຶ້ນ ຄິດເປັນ 82.35 ສ່ວນຮ້ອຍ. 4. ຂໍ້ສະເໜີແນະເພື່ອປັບປຸງໂຄງການ: ນັກຮຽນສະເໜີໃຫ້ມີວິທີສອນທີ່ຫຼາກຫຼາຍ ແລະ ກິດຈະກໍາຮ່ວມກັນຫຼາຍຂຶ້ນ ຄິດເປັນ 92.65 ສ່ວນຮ້ອຍ, ເພີ່ມກິດຈະກໍາຝຶກປະຕິບັດທັກສະສະເພາະດ້ານ ຄິດເປັນ 92.65 ສ່ວນຮ້ອຍ ແລະ ສອນການນໍາໃຊ້ຫຼັກທັມມະເຂົ້າໃນຊີວິດປະຈໍາວັນໃຫ້ຫຼາຍຂຶ້ນ ຄິດເປັນ 73.53 ສ່ວນຮ້ອຍ.

 

 

Downloads

Download data is not yet available.

Downloads

Published

2025-08-24

How to Cite

Phommachit, P. ., Souliyavong, L. ., Solavong , C. ., & Boukhaliphab, L. (2025). ສຶກສາປັດໄຈໃນການພັດທະນາທັກສະຊີວິດຂອງນັກຮຽນຊັ້ນ ມ 7 ໂຮງຮຽນມັດທະຍົມສຶກສາສົມບູນດອນໜູນພາຍໃຕ້ໂຄງການເມດຕາທັມ: Study of Factors in Developing Life Skills of Grade 7 Students at Donenoun Secondary School under the Metta Dhamma Project. ວາລະສານວິທະຍາສາດສັງຄົມ, 25(2), 103-113. https://doi.org/10.71026/ss.2025.02012

Most read articles by the same author(s)