About the Journal

ກະລຸນາອ່ານ: ການເປີດຮັບບົດຄວາມຕີພີມວາລະສານວິທະຍາສາດສັງຄົມ ຂອງມະຫາວິທະຍາໄລແຫ່ງຊາດ

 ວັນທີແຈ້ງການ: 2023-11-25

ວາລະສານວິທະຍາສານວິທະຍາສາດສັງຄົມ ຂໍແຈ້ງໃຫ້ບັນດາທ່ານຮັບຊາບກ່ຽວກັບການສົ່ງບົດຄວາມຕີພີມ ວ່າ: 

1. ກ່ອນການສົ່ງບົດຄວາມຕີພີມວາລະສານ ທ່ານຕ້ອງເອກະສານປະກອບ ດັ່ງນີ້:

1.1 ໃບຢັ້ງຢືນຜ່ານຈັນຍະບັນການຄົ້ນຄວ້າວິທະຍາສາດ ແລະ ການເຜີຍແຜ່

1.2 ໃບປະເມີນຈັນຍະບັນ ແລະ ຈັນຍະທໍາການຄົ້ນຄວ້າວິທະຍາສາດ

1.3 ຂຽນບົດຄວາມຕາມແບບ Form1 ແລະ ແບບ Form2

2. ກ່ອນຂຶ້ນທຸກທ່ານຕ້ອງ register ເຂົ້າໃນລະບົບວາລະສານ ssj.sjnl.la (Make a new submission or view your pending submissions.)

3. ໃນການສົ່ງບົດຄວາມລົງຕີພີມໃນວາລະສານຄະນະວິທະຍາສາດສັງຄົມ ມຊ ແມ່ນໃຫ້ດໍາເນີນການສົ່ງເຂົ້າໃນລະບົບເວັບໄຊ ວາລະສານວິທະຍາສາດສັງຄົມ ຫຼື ssj.sjnl.la ເທົ່ານັ້ນ, ທາງເຮົາຈະບໍ່ມີການຮັບບົດຄວາມວາລະສານຂອງທ່ານຜ່ານຊ່ອງທາງອື່ນໂດຍເດັດຂາດ.

4. ການສົ່ງບົດຄວາມເຂົ້າສູ່ລະບົບ ຂໍໃຫ້ບັນດາທ່ານສຶກສາຢ່າງລະອຽດ ບໍ່ວ່າຈະເປັນຮູບແບບ ຫຼື Format ຂອງບົດຄວາມ, ໄລຍະເວລາ ເນື່ອງຈາກ ຖ້າບໍ່ເປັນໄປຕາມກໍານົດ ພວກເຮົາຖືວ່າທ່ານຈະຖືກປະຕິເສດ ໂດຍບໍ່ມີເງື່ອນໄຂ.

5. ການຕີພີມບົດຄວາມຈະມີ 1 ສະບັບຕໍ່ປີ  ໂດຍແບ່ງເປັນ  2 ຊຸດຕໍ່ປີຄື ຊຸດທີ 1 ເດືອນ ມັງກອນ ຫາ ມິຖຸນາ, ຊຸດທີ 2 ເດືອນ ກໍລະກົດ ຫາ ທັນວາ.

6. ການສົ່ງບົດຄວາມຈະໄດ້ຮັບການພິຈາລະນາຕີພີມ ໂດຍຜ່ານຄະນະກໍາມະການ 3 ທ່ານ ແລະ ຈະໃຊ້ເວລາ 6-12 ເດືອນ. ດັ່ງນັ້ນ, ທ່ານໃດມີປະສົງຈະຕີພີມບົດຄວາມ ຂໍໃຫ້ທຸກທ່ານພິຈາລະນາຕາມວັນ ແລະ ເວລາ ເພື່ອໃຫ້ທັນການດ້ວຍ.

7. ຂໍໃຫ້ທຸກທ່ານ ໃຊ້ສະຕິສູງໃນການອ່ານຂໍ້ລະບຽບຕ່າງໆ ໃນລະບົບວາລະສານ ວິທະຍາສາດສັງຄົມ ເພື່ອໃຫ້ບົດຄວາມຂອງທາ່ນມີປະສິດທິພາບສູງສຸດ ແລະ ຜ່ານຂະບວນການໄດ້ດີ ( ທ່ານສາມາດໂຫລດໃນລິງຮູບແບບການຂຽນບົດຄວາມຢູ່ເມນູການສົ່ງບົດຄວາມໄດ້)

8. ທາງວາລະສານຈະບໍ່ຮັບຜິດຊອບ ທຸກການກະທໍາທີ່ບໍ່ຜ່ານລະບົບ ແລະ ການກະທໍາທີ່ບໍ່ຜ່ານຊ່ອງທາງທີ່ຖືກຕ້ອງ

9. ຖ້າທ່ານຫາກນໍາໃຊ້ຊ່ອງທາງອື່ນໆ ທີ່ບໍ່ຢູ່ໃນເວັບໄຊນີ້ ຖືວ່າເປັນການກະທໍາຜິດກົດລະບຽບວາລະສານ ແລະ ທາງວາລະສານຈະບໍ່ມີຄວາມຮັບຜິດຊອບໃດໆຕໍ່ການກະທໍາຂອງທ່ານ ຫຼື ນັກຄົ້ນຄວ້າ.

10. ແຈ້ງການສະບັບນີ້ຈະມີການປ່ຽນແປງພາຍໃນປີ 2030 ເທົ່ານັ້ນ

25/11/2023.

ຂໍຂອບໃຈ

ຂອບເຂດ ແລະ ນະໂຍບາຍ:

ວາລະສານວິທະຍາສາດສັງຄົມແມ່ນວາລະສານແບບເປີດ ໂດຍໄດ້ຮັບການທົບທວນໂດຍຜູ້ຊ່ຽວຊານ, ທີ່ມີຈຸດປະສົງເພື່ອສົ່ງເສີມການຄົ້ນຄວ້າ ແລະ ຄວາມຮູ້ໃນທົ່ວສາຂາວິທະຍາສາດສັງຄົມທີ່ຫຼາກຫຼາຍ. ວາລະສານຈັດພິມສອງຄັ້ງຕໍ່ປີ ໂດຍ ສູນສົ່ງເສີມວາລະສານວິທະຍາສາດ ມະຫາວິທະຍາໄລແຫ່ງຊາດລາວ, ວາລະສານວິທະຍາສາດສັງຄົມໄດ້ກວມເອົາບັນດາສາຂາວິຊາຕ່າງໆເຊັ່ນ: ສັງຄົມວິທະຍາ, ມະນຸດວິທະຍາ, ເສດຖະສາດ, ວິທະຍາສາດການເມືອງ, ການສຶກສາ ແລະ ວັດທະນະທຳ. ພາລະກິດ​ຂອງ​ວາລະສານ ​ແມ່ນ​ປະກອບສ່ວນ​ ສົ່ງເສີມ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ບັນຫາ​ສັງຄົມ, ຊຸກຍູ້​ການ​ແລກປ່ຽນມູມມອງໃນການ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ຢູ່​ທ້ອງ​ຖິ່ນ, ພາກ​ພື້ນ ​ແລະ ​ໃນ​ທົ່ວ​ໂລກ ຈາກນັກວິຊາການ, ນັກຄົ້ນຄວ້າ, ແລະນັກປະຕິບັດເພື່ອຄວາມກ້າວຫນ້າຂອງການຄົ້ນຄວ້າວິທະຍາສາດສັງຄົມ ສະໜອງຂໍ້ມູນກ່ຽວກັບການສ້າງນະໂຍບາຍ, ສະຫນັບສະຫນູນການພັດທະນາແບບຍືນຍົງ, ແລະເສີມຂະຫຍາຍສະຫວັດດີການສັງຄົມ.

ຂໍ້ມູນວາລະສານວິທະຍາສາດສັງຄົມ:

ISSN: 2664-6331 | E-ISSN: 3104-8536

ໄລຍະເວລາ: ການເປີດຮັບບົດຄວາມ: 

1. ສະບັບທີ 1, ຊຸດທີ 1 ແມ່ນ ເດືອນມັງກອນ ຫາ ມິຖຸນາ

2. ສະບັບທີ 1, ຊຸດ 2 ແມ່ນ ເດືອນກໍລະກົດ ຫາ ທັນວາ

Current Issue

Vol. 26 No. 1 (2026): ວາລະສານວິທະຍາສາດສັງຄົມ
					View Vol. 26 No. 1 (2026): ວາລະສານວິທະຍາສາດສັງຄົມ

ສະບັບ 26 ຊຸດທີ 1 (ມັງກອນ ຫາ ມິຖຸນາ 2026)

VOL26 ISSUE1 (January to June 2026)

Published: 2026-02-06

Articles

View All Issues