ພູມປັນຍທ້ອງຖິ່ນໃນການປຸງແຕ່ງອາຫານປະເພດປາເປັນສິນຄ້າຂອງຊາວບ້ານດອນຄອນ ເມືອງໂຂງ ແຂວງຈໍາປາສັກ

Local expertise in cooking fish as a commodity in Donkon Village, Khong District, Champasak Province

Authors

  • ຈັນປະເສີດ ວົງພູທອນ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ Author
  • ສຸກສະຫວັນ ສົມບູນຂັນ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ Author
  • ມະນີວັນ ແສງພະຈັນ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ Author

DOI:

https://doi.org/10.71026/ss.202201005

Keywords:

ພູມປັນຍາ, ການປຸງແຕ່ງອາຫານປະເພດປາ ແລະ ບ້ານດອນຄອນ

Abstract

ການຄົ້ນຄວ້າເລື່ອງ ພູມປັນຍທ້ອງຖິ່ນໃນການປຸງແຕ່ງອາຫານປະເພດປາເປັນສິນຄ້າ ຂອງຊາວບ້ານດອນຄອນ ເມືອງໂຂງ ແຂວງຈໍາປາສັກ ມີຈຸດປະສົງເພື່ອສຶກສາ ການນໍາໃຊ້ພູມປັນຍາໃນການປຸງແຕ່ງອາຫານປະເພດປາເປັນສິນຄ້າຂອງປະ ຊາຊົນບ້ານດອນຄອນ ເມືອງໂຂງ, ແຂວງຈໍາປາສັກ, ການຈັດການລະບົບການຂົນສົ່ງສິນຄ້າ (logistics) ປະເພດປາຂອງປະຊາຊົນ ແລະ ສຶກສາວິທີການຖ່າຍທອດພູມປັນຍາກ່ຽວກັບການປຸງແຕ່ງອາຫານປະເພດປາໃຫ້ແກ່ລູກຫຼານຂອງປະຊາຊົນບ້ານດອນຄອນໃນອະນາຄົດ. ເປັນການສຶກສາແບບຄຸນນະພາບ ໂດຍໃຊ້ການສໍາພາດເຈາະເລິກກັບກຸ່ມເປົ້າໝາຍທີ່ເປັນປະຊາຊົນ ທີ່ນໍາໃຊ້ພູມປັນຍທ້ອງຖິ່ນໃນການປຸງແຕ່ງອາຫານປະເພດປາເປັນສິນຄ້າ ແລະ ວິເຄາະຂໍ້ມູນແບບເນື້ອໃນ ຜົນການສຶກສາພົບວ່າ: ປະເພດການປຸງແຕ່ງອາຫານພາຍໃນບ້ານດອນຄອນ ເມືອງໂຂງ ແຂວງຈໍາປາສັກທັງໝົດ ມີຢູ່ 7 ປະເພດ ຄື: ປາແດກ, ປາກະເຕົາ, ປາເຄັມໝາກນັດ, ປາແຫ້ງ, ປາສົ້ມຈືດ, ປາຈາວ ແລະ ປາເຄັມ. ການປຸງແຕ່ງອາຫານພາຍໃນບ້ານດອນຄອນກໍຍັງຄົງຮັກສາຕາມເດີມທີ່ພໍ່ແມ່ເຄີຍປະຕິບັດກັນມາ ຊຶ່ງຈະສູນຫາຍພຽງບາງເຍື່ອງ ໂດຍສະເພາະອາຫານທີ່ເຮັດຈາກປາບາງປະເພດທີ່ຫາຍາກກໍຈະບໍ່ມີອີກແລ້ວ ພູມປັນຍາທີ່ນໍາໃຊ້ແມ່ນ ໃຊ້ອຸປະກອນແບບດັ້ງເດີມເຊັ່ນ ມອງ, ແຫ່, ສຸ່ມ ແລະ ເຮັດຕ້ອນ, ເຮັດຫລີ່ ເປັນຫຼັກ. ດາ້ນການຈັດການລະບົບການຂົນສົ່ງສິນຄ້າ (logistics) ປະເພດປາຂອງປະຊາຊົນ ແມ່ນເກັບຕາມທໍາມະຊາດທີ່ປະຊາຊົນເຄີຍປະຕິບັດກັນມາ ຍ້ອນວ່າ ປະຊາຊົນບໍ່ມີສະຖານທີ່ເກັບ ຫຼື ມີຄວາມຮູ້ດ້ານການຈັດການສາງເກັບອຫານປະເພດປາ ໂດຍສ່ວນຫຼາຍແມ່ນເຫັນວ່າ ປະຊາຊົນທັງໝົດພາຍໃນບ້ານແມ່ນເກັບອາຫານປະເພດປາໄວ້ຢູ່ກ້ອງຕະລ່າງເຮືອນຂອງຕົນເອງ ແລະ ບາງຄອບຄົວກໍໄວ້ຢູ່ເຮືອນຄົວຂອງຕົນເອງ ແລະ ການຂົນສົ່ງສິນຄ້າຂອງປະຊາຊົນແມ່ນຍັງພົບຄວາມຫຍຸ້ງຍາກຫຼາຍ ຍ້ອນບ້ານຫ່າງຈາກຕະຫຼາດໃຫຍ່, ການຂົນສົ່ງແມ່ນຂົນສົ່ງດ້ວຍເຮືອ ຊຶ່ງມີຄວາມສ່ຽງຍ້ອນວ່າ ການປຸງແຕ່ງອາຫານປະເພດປາຂອງປະຊາຊົນນັ້ນແມ່ນລະດູຝົນເປັນຫຼັກ ຊຶ່ງເປັນໄລຍະນໍ້າຫຼາຍ ແລະ ການນໍາໃຊ້ເຮືອແມ່ນເຮືອຂະໜາດນ້ອຍຊຶ່ງມີຄວາມສ່ຽງສົມຄວນ ທີ່ສໍາຄັນແມ່ຄ້າຄົນກາງແມ່ນບໍ່ມີການມາຮັບຊື່ເອົາຮອດບ້ານ ສະເພາະອາຫານປະເພດທີ່ປຸງແຕ່ງສໍາເລັດແລ້ວເທົ່ານັ້ນສ່ວນປະເພດປາທົ່ວໄປຈະມີການຮັບຊື່ຮອດບ້ານ ແລະ ວິທີການຖ່າຍທອດການປຸງແຕ່ງອາຫານປະເພດປາແມ່ນການຖ່າຍທອດການປຸງແຕ່ງອາຫານຈາກຄົນຮຸ່ນກ່ອນສູ່ຄົນຮຸ່ນຫຼັງ ໂດຍສະເພາະແມ່ນບຸກ ຄົນພາຍໃນຄອບຄົວ ຜູ້ເປັນພໍ່ແມ່ກໍຈະເປັນຜູ້ຖ່າຍທອດໂດຍທາງອ້ອມສູ່ລູກຫຼານເອງ ຜ່ານພຶດຕິກໍາແຕ່ລະມື້ແຕ່ລະວັນ ໂດຍລູກຫຼານກໍຈະຊຶມຊັບສິ່ງເລົ່ານັ້ນເຂົ້າໄປໃນຕົວຢ່າງບໍ່ຮູ້ສຶກໄດ້. ສະນັ້ນ, ຈາກການສັງ ເກດແບບມີສ່ວນຮ່ວມຂອງຜູ້ສຶກສາຈະເຫັນໄດ້ຊັດເຈນວ່າ ຢູ່ບ້ານດອນຄອນ ເມືອງໂຂງ ແຂວງ ຈໍາປາສັກ ຄົນພາຍໃນຄອບຄົວຈະບໍ່ແມ່ນຜູ້ຖ່າຍທອດ ຫຼື ສອນໂດຍກົງໃນການປຸງແຕ່ງອາຫານ ແຕ່ຈະມີການຊ່ວຍວຽກງານຊຶ່ງກັນ ແລະ ກັນພາຍໃນຄົວເຮືອນ ຈິ່ງເຮັດໃຫ້ຜູ້ເປັນລູກຮັບຮູ້ເລື່ອງວຽກງານພາຍໃນຄົວເຮືອນ ຫຼື ວຽກງານຕ່າງໆໄປໃນຕົວ ແລະ ຈາກການສຶກສາຈະເຫັນໄດ້ວ່າ ວິທີການຖ່າຍທອດການປຸງແຕ່ງອາຫານຂອງປະຊາຊົນພາຍໃນບ້ານດອນຄອນແມ່ນຍັງບໍ່ມີລັກສະນະວິຊາການ ເປັນພຽງການຖ່າຍທອດຜ່ານພຶດຕິກໍາທາງອ້ອມເທົ່ານັ້ນ.

 

Downloads

Download data is not yet available.

Downloads

Published

2025-11-19

How to Cite

ວົງພູທອນ ຈ. ., ສົມບູນຂັນ ສ. ., & ແສງພະຈັນ ມ. . (2025). ພູມປັນຍທ້ອງຖິ່ນໃນການປຸງແຕ່ງອາຫານປະເພດປາເປັນສິນຄ້າຂອງຊາວບ້ານດອນຄອນ ເມືອງໂຂງ ແຂວງຈໍາປາສັກ: Local expertise in cooking fish as a commodity in Donkon Village, Khong District, Champasak Province. ວາລະສານວິທະຍາສາດສັງຄົມ, 22(1), 57-67. https://doi.org/10.71026/ss.202201005

Similar Articles

1-10 of 107

You may also start an advanced similarity search for this article.