ສຶກສາຜົນກະທົບຂອງການຫວ່າງງານຕໍ່ກັບການການເກີດອາຊະຍາກໍາ ໃນ ສປປ ລາວ

Study the impact of the Unemployment on Crime in Lao PDR

Authors

  • N VONGSANGA Faculty of Economics and Business Management, National University of Laos Author
  • L BOUNVILAY Faculty of Economics and Business Management, National University of Laos Author
  • P XAYAVONG Faculty of Economics and Business Management, National University of Laos Author
  • B SICHATHALA Faculty of Economics and Business Management, National University of Laos Author
  • V SAYAVONG Faculty of Economics and Business Management, National University of Laos Author

DOI:

https://doi.org/10.71026/ss.2024.02023

Keywords:

ຜົນກະທົບ, ການຫວ່າງງານ, ການການເກີດອາຊະຍາກໍາ  ແລະ ສປປ ລາວ 

Abstract

ບົດຄົ້ນຄວ້າສະບັບນີ້ແມ່ນໄດ້ສຶກສາຜົນກະທົບຂອງການຫວ່າງງານຕໍ່ກັບການກໍ່ອາຊະຍາກໍາໃນ ສປປ ລາວ.ໂດຍມີຈຸດປະສົງເພື່ອສຶກສາສະພາບລວມຂອງການກໍ່ອາຊະຍາກໍາ ໃນ ສປປ ລາວ ຕັ້ງແຕ່ປີ 2013-2019 ແລະ ຜົນກະທົບຂອງການຫວ່າງງານ ແລະ ປັດໄຈອື່ນໆທີ່ມີຜົນຕໍ່ກັບການກໍ່ອາຊະຍາກໍາ ໃນ ສປປ ລາວ.ໂດຍ ນໍາໃຊ້ວິທີການວິເຄາະໃນຮູບແບບສົມຜົນການຄາດປະ ມານກໍາລັງສອງນ້ອຍສຸດເຂົ້າໃນການປະເມີນຄ່າສໍາປະສິດທີ່ສະແດງເຖິງຄວາມສໍາພັນລະຫວ່າງຕົວປ່ຽນຕາມ ແລະ ຕົວປ່ຽນອິດສະຫຼະທີ່ກ່ຽວຂ້ອງໃນແບບຈໍາ ລອງ, ພ້ອມທັງກວດສອບບັນຫາພະຫຸສໍາພັນໂດຍນໍາໃຊ້ວິທີ Correlation Matrix ແລະ ກວດບັນຫາສະຫະສໍາພັນດ້ວຍນໍາໃຊ້ວິທີ Breusch-pagan/Cook - Weisberg test ແລະ ແກ້ໄຂບັນຫາດັ່ງກ່າວດ້ວຍວິທີການປັບປ່ຽນຄ່າຜັນປ່ຽນມາດຕະຖານຂອງ OLS.
ຜົນການຄົ້ນຄວ້າສາມາສະຫຼຸບໄດ້ວ່າ: ສະພາບລວມຂອງການກໍ່ອາຊະຍາກໍາໃນ ສປປ ລາວນັບແຕ່ປີ 2013-2019 ສາມາດສະຫຼຸບໄດ້ຄື: ປີ 2013 ມີອາຊະຍາກໍາເກີດຂຶ້ນ 3,385 ຄັ້ງ, 2014 ມີ 3,959 ຄັ້ງ(ທຽບກັບ2013ເພີ່ມຂຶ້ນ16.95%), 2015 ມີ 5,147 ຄັ້ງ(ທຽບກັບ 2014 ເພີ່ມຂຶ້ນ 30%),  ປີ 2016 ມີ 5,066 ຄັ້ງ(ທຽບໃສ່ 2015 ຫຼຸດລົງ 1.5%), ປີ 2017 ມີ 5,136 ຄັ້ງ (ທຽບໃສ່ 2016 ເພີ່ມຂຶ້ນ 1.3%), ປີ 2018 ມີ 6,171ຄັ້ງ(ທຽບກັບ 2017 ເພີ່ມຂຶ້ນ 20.15%), ປີ2019 ມີ 5,820 ຄັ້ງ (ທຽບກັບ2018ຫຼຸດລົງ 5.6%) ແລະ ການຫວ່າງງານໃນ ສປປ ລາວ ໃນ ປີ 2017 ແມ່ນ 9.4% ເຊິ່ງແບ່ງເປັນແຕ່ລະແຂວງໄດ້ດັ່ງນີ້: ນະຄອນຫຼວງວຽງຈັນ 0.03%, ຜົ້ງສາລີ 0.04%, ຫຼວງນໍ້າທາ 0.06%, ອຸດົມໄຊ 0.06%, ບໍ່ແກ້ວ 0.06%, ຫຼວງພະບາງ0.05%, ຫົວພັນ 0.07%, ໄຊຍະບູລີ 0.03%, ຊຽງຂວາງ 0.04%, ວຽງຈັນ 0.06%, ບໍລິຄໍາໄຊ 0.06%, ຄໍາມ່ວນ 0.06%, ສະຫວັນນະເຂດ 0.08%, ຈໍາປາສັກ 0.05%, ສາລະວັນ 0.07%, ເຊກອງ 0.05%, ອັດຕະປື 0.05%, ໄຊສົມບູນ 0.06%. ເຊິ່ງແຂວງທີ່ມີການຫວ່າງງານສູງທີ່ສຸດແມ່ນແຂວງສະຫວັນນະເຂດ ແລະ ແຂວງທີ່ມີການຫວ່າງງານຕໍ່າສຸດແມ່ນແຂວງໄຊຍະບູລີ. ຈາກການວິເຄາະເຫັນໄດ້ວ່າ ຄວາມໜ້າແໜ້ນຂອງປະຊາກອນ,ຈໍານວນຫົວໜ່ວຍທຸລະກິດ ແລະ ລາຍໄດ້ຂອງຄົວເຮືອນສົ່ງຜົນເຮັດໃຫ້ມີການກໍ່ອາຊະຍາກໍາເພີ່ມຂຶ້ນ,ແຕ່ພົນລະເມືອງທີ່ອາໄສຢູ່ໃນຕົວເມືອງເຮັດໃຫ້ການກໍ່ອາຊະຍາກໍາຫຼຸດລົງ. ສ່ວນການຫວ່າງງານ,ຈໍານວນເຈົ້າໜ້າທີ່ຕໍາຫຼວດແລະ ລະດັບການສຶກສາຂອງພົນລະເມືອງບໍ່ມີຜົນຕໍ່ກັບການກໍ່ອາຊະຍາກໍາ.

Downloads

Download data is not yet available.

Downloads

Published

2024-06-30

How to Cite

VONGSANGA, N., BOUNVILAY, L., XAYAVONG, P., SICHATHALA, B. ., & SAYAVONG, V. (2024). ສຶກສາຜົນກະທົບຂອງການຫວ່າງງານຕໍ່ກັບການການເກີດອາຊະຍາກໍາ ໃນ ສປປ ລາວ: Study the impact of the Unemployment on Crime in Lao PDR. ວາລະສານວິທະຍາສາດສັງຄົມ, 24(2), 191-203. https://doi.org/10.71026/ss.2024.02023

Most read articles by the same author(s)

Similar Articles

1-10 of 107

You may also start an advanced similarity search for this article.