ໝູນໃຊ້ແນວຄິດ ໄກສອນ ພົມວິຫານ ກ່ຽວກັບລະບອບເສດຖະກິດໃນສະໄໝຂ້າມຜ່ານເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຢູ່ສປປ ລາວ
Applying Kaysone Phomvihane’s Thought on the Transitional Economic System to Resolve Economic Difficulties in the Lao PDR
DOI:
https://doi.org/10.71026/ss.2025.02021Keywords:
ແນວຄິດ ໄກສອນ ພົມວິຫານ, ລະບອບເສດຖະກິດສະໄໝຂ້າມຜ່ານ, ຄວາມຫຍຸ້ງຍາກທາງເສດຖະກິດ, ເສດຖະກິດເອກະລາດເປັນເຈົ້າຕົນເອງAbstract
ການສຶກສາ ການໝູນໃຊ້ແນວຄິດ ໄກສອນ ພົມວິຫານກ່ຽວກັບລະບອບເສດຖະກິດໃນສະໄໝຂ້າມຜ່ານເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຢູ່ ສປປ ລາວ ໂດຍຈຸດປະສົງເພື່ອສຶກສາພື້ນຖານທິດສະດີ ແລະ ໝູນໃຊ້ແນວຄິດ ໄກສອນ ພົມວິຫານ ເຂົ້າໃນການວິເຄາະ ແລະ ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນທີ່ ສປປ ລາວ ກໍາລັງປະເຊີນໃນປັດຈຸບັນ. ວິທີການສຶກສາ: ນຳໃຊ້ວິທີການສຶກສາແບບຄຸນນະພາບ ໂດຍການຄົ້ນຄວ້າເອກະສານ ແລະ ບັນດານິພົນທີ່ກ່ຽວ ຂ້ອງກັບລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມະຕິກອງປະຊຸມໃຫຍ່ຂອງພັກໃນແຕ່ລະສະໄໝ. ຜົນການສຶກສາ ພົບວ່າ ຄວາມຫຍຸ້ງຍາກທາງເສດຖະກິດໃນປັດຈຸບັນເກີດຈາກຄວາມບອບບາງຂອງເສດຖະກິດມະຫາພາກ ແລະ ການຄຸ້ມຄອງທີ່ບໍ່ທັນເຂັ້ມແຂງ. ການໝູນໃຊ້ແນວຄິດ ໄກສອນ ພົມວິຫານ ຢ່າງປະດິດສ້າງ ໂດຍເນັ້ນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ແລະ ການປ່ຽນແປງຈິນຕະນາການຈາກການເກື້ອກູນໄປສູ່ກົນໄກຕະຫຼາດ ແມ່ນກຸນແຈສຳຄັນໃນການແກ້ໄຂບັນຫາຢ່າງຍືນຍົງ.



