ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ພາຍໃນນະຄອນໄກສອນພົມວິຫານ ແຂວງ ສະຫວັນນະເຂດ
Factors affecting the growth of small and medium enterprises in Kaysone Phomvihane City, Savannakhet Province
DOI:
https://doi.org/10.71026/ss.2024.02016Keywords:
ປັດໄຈການເຕີບໂຕ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງAbstract
ການວິໄຈໃນຄັ້ງນີ້ເປັນການວິໄຈໃນຫົວຂໍ້ ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ພາຍໃນນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໂດຍມີວັດຖຸປະສົງຂອງການສຶກສາ ເພື່ອສຶກສາສະພາບການດຳເນີນວິສາຫະກິດຂະໜາດກາງ ແລະ ວິສາຫະກິດຂະໜາດນ້ອຍ ແລະ ປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕຂອງວິສາຫະກິດຂະໜາດກາງ ແລະ ວິສາຫະກິດຂະໜາດນ້ອຍ, ເຄື່ອງມືທີ່ໃຊ້ໃນການວິໄຈຄັ້ງນີ້ແມ່ນແບບສອບຖາມ ໂດຍການສໍາພາດ ແລະ ໄດ້ເກັບກຳລວບລວມຂໍ້ມູນພາກສະໝາມດ້ວຍການສຸ່ມຕົວຢ່າງແບບເຈາະຈົງ ຈຳນວນ 285 ຫົວໜ່ວຍ, ຊຶ່ງສຶກສາໃນຮູບແບບຄຸນນະພາບ ແລະ ປະລິມານ, ໂດຍນໍາສະຖິຕິພັນລະນາໃນການວິເຄາະຫາ ຄ່າສ່ວນຮ້ອຍ, ຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ, ຄ່າສໍາປະສິດຂອງການກະຈາຍ ແລະ ວິເຄາະການຖົດຖອຍພະຫຸຄູນ (Multiple Regression Analysis) ໂດຍການນໍາໃຊ້ໂປຣແກຣມ SPSS. ຜົນການວິໄຈ ພົບວ່າ ສະພາບດ້ານງົບປະມານໃນການດໍາເນີນທຸລະກິດຂອງວິສາຫະກິດ ແມ່ນຢູ່ໃນລະດັບກາງ ໂດຍລວມມີຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ຄ່າສໍາປະສິດຂອງການກະຈາຍ ເທົ່າກັບ ( =3.24; S.D = 0.72; CV= 22.50%) ແຫຼ່ງເງິນທຶນໃນການປະກອບທຸລະກິດ ແມ່ນສ່ວນໃຫ່ຍແມ່ນທຶນຕົນເອງ ແລະ ສ່ວນໃຫ່ຍເປັນວິສາຫະກິດຂະໜາດນ້ອຍ, ຮອງລົງມາແມ່ນດ້ານຄວາມອາດສາມາດໃນການບໍລິຫານຄຸ້ມຄອງທຸລະກິດ ແມ່ນຢູ່ໃນລະດັບກາງ ໂດຍລວມມີຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ຄ່າສໍາປະສິດຂອງການກະຈາຍ ເທົ່າກັບ ( =3.23; S.D = 0.67; CV= 20.87%), ຖັດມາແມ່ນດ້ານການຕະຫຼາດຂອງທຸລະກິດ ແມ່ນຢູ່ໃນລະດັບກາງ ໂດຍລວມມີຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ຄ່າສໍາປະສິດຂອງການກະຈາຍ ເທົ່າກັບ ( =3.15; S.D = 0.70; CV= 22.30%), ຕໍ່ມາແມ່ນທຸລະກິດມີການເຕີບໂຕຂຶ້ນຕໍ່ເນື່ອງ ແມ່ນຢູ່ໃນລະດັບກາງ ໂດຍລວມມີຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ຄ່າສໍາປະສິດຂອງການກະຈາຍ ເທົ່າກັບ ( =3.13; S.D = 0.82; CV= 26.21%) ສ່ວນດ້ານການຮັບຮູ້ເຕັກໂນໂລຊີນະວັດຕະກຳຂອງວິສາຫະກິດ ແມ່ນຢູ່ໃນລະດັບກາງ ໂດຍລວມມີຄ່າສະເລ່ຍ, ຄ່າຜັນປ່ຽນມາດຕະຖານ ແລະ ຄ່າສໍາປະສິດຂອງການກະຈາຍ ເທົ່າກັບ ( =3.11; S.D = 0.69; CV= 22.32%). ສຳລັບບັນດາປັດໄຈທີ່ສົ່ງຜົນຕໍ່ການເຕີບໂຕໃນ 5 ປັດໄຈທີ່ໄດ້ຄົ້ນຄວ້າ ພົບວ່າມີພຽງ 3 ປັດໄຈຄື: ປັດໄຈດ້ານການຕະຫຼາດຂອງທຸລະກິດ, ດ້ານຄວາມອາດສາມາດໃນການບໍລິຫານຄຸ້ມຄອງວິສາຫະກິດ ແລະ ດ້ານຄວາມຮັບຮູ້ທາງດ້ານການບໍລິຫານງົບປະມານ ສົ່ງຜົນໃນທິດທາງບວກຕໍ່ການເຕີບໂຕຂອງ SMEs ພາຍໃນ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໂດຍສົ່ງຜົນຕໍ່ການເຕີບໂຕຂອງທຸລະກິດກວມເອົາ 72.50 % ໂດຍທີ່ປັດໄຈທາງດ້ານການຕະຫຼາດຂອງທຸລະກິດ ສົ່ງຜົນຕໍ່ການເຕີບໂຕຂອງ SMEs ສູງທີ່ສຸດ, ຮອງລົງມາແມ່ນປັດໄຈທາງດ້ານຄວາມອາດສາມາດໃນການບໍລິຫານຄຸ້ມຄອງທຸລະກິດ ແລະ ສຸດທ້າຍແມ່ນປັດໄຈທາງດ້ານຄວາມຮັບຮູ້ທາງດ້ານການບໍລິຫານງົບປະມານ.



