ການເຂົ້າເຖິງທະນາຍຄວາມ
Access to a lawyer
DOI:
https://doi.org/10.71026/ss.2024.02001Keywords:
ການເຂົ້າເຖິງ ແລະ ທະນາຍຄວາມAbstract
ການສຶກສາເລື່ອງ ການເຂົ້າເຖິງທະນາຍຄວາມ ມີຈຸດປະສົງຄືຊອກຫາບັນດາສາເຫດທີ່ເຮັດໃຫ້ປະຊາຊົນບໍ່ເຂົ້າເຖິງການບໍລິການຂອງທະນາຍຄວາມ, ສຶກສາເຖິງຄວາມເພິ່ງພໍ ໃຈຂອງປະຊາຊົນຜູ້ທີ່ເຄີຍໄຊ້ການບໍລິການວຽກງານທະນາຍຄວາມ ແລະ ສຶກສາວິທີແກ້ໄຂເຖິງຈຸດບົກຜ່ອງທີ່ເຮັດໃຫ້ປະຊາຊົນບໍ່ເຂົ້າມາໃຊ້ບໍລິການທະນາຍຄວາມ. ເປັນການສຶກສາແບບຄຸນນະພາບ ແລະ ເຮັດການວິເຄາະຂໍ້ມູນແບບພັນລະນາຕາມແຕ່ລະປະເດັນທີ່ຕັ້ງເອົາໄວ້, ຜົນການສຶກສາພົບວ່າ: ສາເຫດທີ່ເຮັດໃຫ້ປະຊາຊົນບໍ່ເຂົ້າເຖິງການບໍລິການຂອງທະນາຍຄວາມແມ່ນປະຊາຊົນຮັບຮູ້ ແລະ ເຂົ້າໃຈວ່າທະນາຍຄວາມແມ່ນບຸກຄົນທີ່ເຂົ້າຮ່ວມໃນການດຳເນີນຄະດີໃນນາມຕາງໜ້າໃຫ້ແກ່ລູກຄວາມ ແລະ ເປັນບຸກຄົນທີ່ໃຫ້ຄຳປຶກສາທາງດ້ານກົດໝາຍແກ່ປະຊາຊົນ ແຕ່ສ່ວນໃຫຍ່ແມ່ນຮູ້ຈັກທະນາຍຄວາມຜ່ານສື່ສັງຄົມອອນລາຍ ຜ່ານການໂຄສະນາ ແລະ ຮູ້ຈັກຈາກການບອກເລົ່າຂອງໝູ່ເພື່ອນຄົນຮັກແພງໃນເວລາມີຂໍ້ຄັດແຍ້ງ ແລະ ຜ່ານມາ ແຕ່ປະຊາຊົນບໍ່ເຄີຍໃຊ້ບໍລິການທະນາຍຄວາມຈັກເທື່ອ, ສາເຫດຫຼັກປະຊາຊົນມີຄວາມຄິດວ່າຄ່າໃຊ້ຈ່າຍໃນການຈ້າງທະນາຍແມ່ນແພງ ຈຶ່ງເລືອກທີ່ບໍ່ໃໍຊ້ທະນາຍຄວາມ.ຄວາມເພີ່ງພໍໃຈຂອງການໄປໃຊ້ບໍລິການທະນາຍຄວາມ ເນື່ອງຈາກຜົນການສຶກສາເຫັນວ່າ ປະຊາຊົນກຸ່ມເປົ້າໝາຍແມ່ນບໍ່ເຄີຍໃຊ້ບໍລິການທະນາຍຄວາມ ຈຶ່ງເຮັດໃຫ້ການລະບຸເຖິງຄວາມເພິ່ງພໍໃຈຕໍ່ທະນາຍຄວາມນັ້ນ ເປັນເລື່ອງທີ່ໄຈ້ແຍກຍັງບໍ່ທັນໄດ້ເທື່ອ ແລະ ວິທີແກ້ໄຂເຖິງຈຸດບົກຜ່ອງທີ່ເຮັດໃຫ້ປະຊາຊົນບໍ່ເຂົ້າມາໃຊ້ບໍລິການທະນາຍຄວາມ ແມ່ນການໂຄສະນາປະຊາສໍາພັນຈຸດດີຂອງທະນາຍຄວາມວ່າສາມາດຊ່ວຍເຫຼືອປະຊາຊົນໄດ້ແທ້ ແລະ ສາມາດແກ້ຂໍ້ຄັດແຍ້ງຕ່າງໆໃນສັງຄົມໄດ້, ການນໍາໃຊ້ທະນາຍ ຄວາມຄວນມີການລະບຸຄ່າໃຊ້ຈ່າຍຊັດເຈນ ແລະ ຄວນມີໜ່ວຍງານລັດທີ່ຮັບການຊ່ວຍເຫຼືອດ້ານດັ່ງກ່າວ ເພື່ອເຮັດໃຫ້ປະຊາ ຊົນບໍ່ໜັກໃຈຕໍ່ຄ່າໃຊ້ຈ່າຍໃນການຈ້າງທະນາຄວາມ.



