ສຶກສາຄວາມສາມາດໃນການແກ້ໄຂບັນຫາການໃຊ້ພາສາລາວໃຫ້ຖືກຕ້ອງຂອງຄູທີ່ເປັນຄົນຊົນເຜົ່າ ໂຮງຮຽນມັດທະຍົມສົມບູນໂພນໄຊ ເມືອງໂພນໄຊ ແຂວງ ຫຼວງພະບາງສົກສຶກສາ 2022-2023
The ability solving problem of correct Lao language by ethnic teachers at Phonxay Secondary School, Phonxay District, Luang Prabang ProvinceAcademic year 2022-2023
DOI:
https://doi.org/10.71026/ss.2025.01002Keywords:
ການສອນພາສາລາວ, ຄວາມສາມາດແກ້ໄຂການໃຊ້ພາສາລາວ, ພາສາລາວໃຫ້ຖືກຕ້ອງ.Abstract
ການສຶກສາໃນຄັ້ງນີ້ມີຈຸດປະສົງເພື່ອ: 1) ປຽບທຽບຜົນການເຝິກແກ້ໄຂບັນຫາການໃຊ້ພາສາລາວໃຫ້ຖືກຕ້ອງຂອງຄູທີ່ເປັນຄົນຊົນເຜົ່າ, 2) ປຽບທຽບຄວາມສາມາດໃນການແກ້ໄຂບັນຫາກ່ອນ ແລະ ຫຼັງການຈັດການເຝິກໃຊ້ພາສາລາວໃຫ້ຖືກຕ້ອງຂອງຄູທີ່ເປັນຄົນຊົນເຜົ່າ ແລະ 3) ສຶກສາທັດສະນະຄະຕິທີ່ມີຕໍ່ການຈັດການເຝິກການໃຊ້ພາສາລາວໃຫ້ຖືກຕ້ອງຂອງຄູທີ່ເປັນຄົນຊົນເຜົ່າໃນ ໂຮງຮຽນມັດທະຍົມສົມບູນໂພນໄຊ ເມືອງໂພນໄຊ ແຂວງຫຼວງພະບາງ. ຮູບແບບການສຶກສາເປັນການວັດຜົນກ່ອນ ແລະ ຫຼັງການຈັດກິດຈະກໍາທົດລອງ (One Group Pretest - Posttest Design). ກຸ່ມເປົ້າໝາຍທີ່ໃຊ້ໃນການວິໄຈໃນຄັ້ງນີ້ເປັນພະນັກງານຄູສອນໃນໂຮງຮຽນມັດທະຍົມສົມບູນໂພນໄຊ ສົກສຶກສາ 2022 – 2023 ຈໍານວນ 40 ຄົນ. ເຄື່ອງມືປະກອບດ້ວຍ 4 ຊຸດຄື: 1) ແຜນການສອນການໃຊ້ພາສາລາວທີ່ຖືກຕ້ອງ, 2) ແບບທົດສອບວັດຜົນການເຝິກການໃຊ້ພາສາລາວທີ່ຖືກຕ້ອງ, 3) ແບບທົດສອບວັດຄວາມສາມາດຂອງໃນການແກ້ໄຂບັນຫາການໃຊ້ພາສາລາວໃຫ້ຖືກຕ້ອງ ແລະ
4). ແບບສອບຖາມທັດສະນະຄະຕິທີ່ມີຕໍ່ການເຝິກການໃຊ້ພາສາລາວໃຫ້ຖືກຕ້ອງ ແລະ ສະຖິຕິທີ່ນໍາໃຊ້ເຂົ້າໃນການວິເຄາະຂໍ້ມູນປະກອບມີສູດຄິດໄລ່ຊອກຫາສ່ວນຮ້ອຍ (%), ຄ່າສະເລ່ຍ ( ), ຄ່າຜັນປ່ຽນມາດຖານ (S.D). ຜົນການສຶກສາ ພົບວ່າ: 1) ການເຝິກແກ້ໄຂບັນຫາການໃຊ້ພາສາລາວໃຫ້ຖືກຕ້ອງຂອງຄູທີ່ເປັນຄົນຊົນເຜົ່າແມ່ນມີຄວາມແຕກຕ່າງກັນຢ່າງມີຄວາມສໍາຄັນທາງສະຖິຕິທີ່ລະດັບ 0.00 ເປັນໄປຕາມສົມມຸດຖານທີ່ໄດ້ຕັ້ງໄວ້F 2) ຄວາມສາມາດໃນການແກ້ໄຂບັນຫາການໃຊ້ພາສາລາວໃຫ້ຖືກຕ້ອງຂອງຄູ ແມ່ນມີຄວາມແຕກຕ່າງກັນຢ່າງມີຄວາມສໍາຄັນທາງສະຖິຕິທີ່ລະດັບ 0.00 ແມ່ນເປັນໄປຕາມສົມມຸດຖານທີ່ໄດ້ຕັ້ງໄວ້. ຄວາມສາມາດໃນການແກ້ໄຂບັນຫາການໃຊ້ພາສາລາວຢູ່ໃນລະດັບດີຫຼາຍ ( =3.65, S.D=0.75) ແລະ 3) ທັດສະນະຄະຕິຂອງຄູທີ່ເປັນຄົນຊົນເຜົ່າທີ່ມີຕໍ່ການຈັດການເຝິກການໃຊ້ພາສາລາວໃຫ້ຖືກຕ້ອງຢູ່ໃນລະດັບດີຫຼາຍ ( = 3.89, S.D = 0.73) ຕາມລໍາດັບ.



