ອິດທິພົນຂອງການເຮັດການຕະຫຼາດແບບເນື້ອຫາຜ່ານ Facebook ມີຜົນຕໍ່ການສ້າງຄວາມຮັບຮູ້ຂອງລູກຄ້າຕໍ່ຍີ່ຫໍ້ ແລະ ພາບພົດຂອງຮ້ານຄາເຟ່ ກໍລະນີສຶກສາ: Facebook Page ຂອງຮ້ານຄາເຟ່ທົ່ວໄປໃນນະຄອນຫຼວງວຽງຈັນ
Influence of Create Content Marketing Through Facebook on Building Brand Awareness and Brand Image, Case study: Facebook Page of Cafes in Vientiane
DOI:
https://doi.org/10.71026/ss.2024.01002Keywords:
ອິດທິພົນ, ຕະຫຼາດແບບເນື້ອຫາ, ເຟສບຸກ, ຄວາມຮັບຮູ້ ແລະ ຮ້ານຄາເຟ່.Abstract
ຈຸດປະສົງໃນການຄົ້ນ ຄວ້າຄັ້ງນີ້ແມ່ນມີ 3 ຈຸດ ປະສົງຫຼັກຄື: 1. ປະເມີນລະດັບຄວາມຄິດເຫັນຂອງລູກຄ້າຕໍ່ອິດທິພົນການເຮັດການຕະຫຼາດແບບເນື້ອຫາ (Content Marketing) ຜ່ານ Facebook Page ຂອງຮ້ານຄາເຟ່, 2. ປະເມີນລະດັບຄວາມຄິດເຫັນຂອງລູກຄ້າຕໍ່ການສ້າງຄວາມຮັບຮູ້ຕໍ່ຍີ່ຫໍ້ ແລະ ພາບພົດຂອງຮ້ານຄາເຟ່, 3. ວິເຄາະຄວາມສໍາພັນລະຫວ່າງອິດທິພົນຂອງການເຮັດການຕະຫຼາດແບບເນື້ອຫາ ຜ່ານ Facebook Page ຂອງຮ້ານຄາເຟ່ ກັບ ການສ້າງຄວາມຮັບຮູ້ຕໍ່ຍີ່ຫໍ້ ແລະ ພາບພົດຂອງຮ້ານຄາເຟ່ ເຊິງການຄົ້ນຄວ້າຄັ້ງນີ້ ໄດ້ນໍາໃຊ້ວິທີການຄົ້ນຄວ້າການວິໄຈເເບບປະລິມານ ແລະ ນໍາໃຊ້ເຄື່ອງມືທີ່ເປັນແບບສອບຖາມເກັບຮວບຮວມຂໍ້ມູນຈາກກຸ່ມຕົວຢ່າງທັງໝົດຈໍານວນ 385 ຄົນ ທີ່ອາໄສຢູ່ໃນນະຄອນຫຼວງວຽງຈັນ; ໃນການວິເຄາະຂໍ້ມູນ ແມ່ນໄດ້ນໍາໃຊ້ສະຖິຕິເເບບພັນລະນາທີ່ປະ ກອບດ້ວຍ: ຄ່າຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າສະເລ່ຍ, ຄ່າຜິດດ່ຽງມາດຕະຖານ ແລະ ສະຖິຕິເເບບອະນຸມານທີ່ເປັນການວິ ເຄາະຖົດຖອຍເຊິງພະທຸຄູນ.
ຜົນຈາກການຄົ້ນຄວ້າພົບວ່າ ຜູ້ຕອບແບບສອບຖາມສ່ວນໃຫຍ່ແມ່ນເພດຍິງ, ມີອາຍຸຢູ່ລະຫວ່າງ 16 ປີ ຫາ 24 ປີ, ມີລະດັບການສຶກສາຊັ້ນປະລິນຍາຕີ, ອາ ຊີບເປັນນັກຮຽນ/ນັກສຶກສາ ແລະ ພະນັກງານເອກະຊົນ, ສ່ວນຫຼາຍແມ່ນມີລາຍໄດ້ສະເລ່ຍຢູ່ທີ່ 5,500,001 ກີບ ຂຶ້ນໄປ. ການສຶກສາລະດັບອິດທິພົນຂອງການເຮັດການຕະຫຼາດແບບເນື້ອຫາຜ່ານ Facebook ທີ່ມີຜົນຕໍ່ການສ້າງຄວາມຮັບຮູ້ຂອງລູກຄ້າຕໍ່ຍີ່ຫໍ້ ແລະ ພາບພົດຂອງຮ້ານຄາເຟ່ ໂດຍລວມແມ່ນຢູ່ໃນລະດັບຫຼາຍ ຕາມລໍາດັບຂອງເນື້ອຫາການຕະຫຼາດຄຸນນະພາບດ້ານເນື້ອຫາ (X ̅ = 4.125), ຄຸນນະພາບດ້ານການອອກແບບ (X ̅ = 4.07), ຄຸນນະພາບດ້ານຂໍ້ມູນ (X ̅ = 4.05), ຄຸນນະພາບດ້ານການຕອບໂຕ້ສື່ສານ (X ̅ = 3.85), ຄວາມຮັບຮູ້ຂອງລູກຄ້າຕໍ່ຍີ່ຫໍ້ (X ̅ = 3.86), ພາບພົດຂອງຮ້ານຄາເຟ່ (X ̅ = 3.97) ແລະ ມີລະດັບຄວາມສໍາຄັນທາງສະຖິຕິ 0.05 ໂດຍສະເພາະຄວາມຮັບຮູ້ຂອງລູກຄ້າຕໍ່ຍີ່ຫໍ້ (Brand Awareness) ແມ່ນ: ຄຸນນະພາບດ້ານເນື້ອຫາ (β=0.212), ຄຸນນະພາບດ້ານຂໍ້ມູນ (β=0.197), ຄຸນນະພາບດ້ານການຕອບໂຕ້ສື່ສານ (β=0.297) ແລະ ພາບພົດຂອງຮ້ານຄາເຟ່ (Brand Image) ແມ່ນ: ຄຸນນະພາບດ້ານເນື້ອຫາ (β=0.201), ຄຸນນະພາບດ້ານຂໍ້ມູນ (β=305) ແລະ ຄຸນນະພາບດ້ານການຕອບໂຕ້ສື່ສານ (β=0.320).



