ສຶກສາຄວາມສາມາດດ້ານ STEM ຂອງນັກຮຽນຊັ້ນມັດທະຍົມຕອນປາຍ ພາຍໃນແຂວງສະຫວັນນະເຂດ ດ້ວຍວິທີການເຂົ້າຮ່ວມແຂ່ງຂັນໃນງານປະກວດແຂ່ງຂັນ STEM

A study of STEM Competence of High School Students in Savannkhet Province by Participating STEM Innovation Contest

Authors

  • ອິນປັນ ພິລາບຸດ ຄະນະສຶກສາສາດ ມະຫາວິທະຍາໄລສະຫວັນນະເຂດ Author
  • ນັນທິດາ ໄຟສິດ ຄະນະສຶກສາສາດ ມະຫາວິທະຍາໄລສະຫວັນນະເຂດ Author
  • ສັນຕິສຸກ ຂຸນເພຍ ຄະນະສຶກສາສາດ ມະຫາວິທະຍາໄລສະຫວັນນະເຂດ Author
  • ດວງດີ ຄັນທະວົງ ຄະນະສຶກສາສາດ ມະຫາວິທະຍາໄລສະຫວັນນະເຂດ Author

DOI:

https://doi.org/10.71026/ss.2024.01024

Keywords:

ສຶກສາຄວາມສາມາດດ້ານ STEM, ນັກຮຽນຊັ້ນມັດທະຍົມສຶກສາຕອນປາຍ ແລະ ງານວິທະຍາສາດສຶກສາ.

Abstract

ການວິໄຈຄັ້ງນີ້ມີຈຸດປະສົງ 1) ເພື່ອສຶກສາຄວາມສາມາດຂອງນັກຮຽນ ມັດທະຍົມສຶກສາຕອນປາຍພາຍໃນແຂວງສະຫວັນນະເຂດ ສົກຮຽນ 2022-2023 ດ້ວຍການນໍາຄວາມຮູ້ ແລະ ທັກສະ STEM ໄປໃຊ້ໃນການແກ້ໄຂບັນຫາໃນຊີວິດປະຈໍາວັນ. 2) ເພື່ອສຶກສາຄວາມເພິ່ງພໍໃຈໃນການເຂົ້າຮ່ວມການແຂ່ງຂັນສິ່ງປະດິດ STEM. ກຸ່ມຕົວຢ່າງທີ່ໃຊ້ໃນການວິໄຈຄັ້ງນີ້ ແມ່ນນັກຮຽນຊັ້ນມັດທະຍົມສຶກສາຕອນປາຍພາຍໃນແຂວງສະຫວັນນະເຂດ ສົກຮຽນ 2022-2023 ໂດຍວ່າເລືອກໜຶ່ງໂຮງຮຽນ ໂຮງຮຽນລະ 4 ຄົນ ເປັນຕົວແທນຂອງແຕ່ລະເມືອງລວມທັງໝົດ 60 ຄົນ ເຊິ່ງໄດ້ມາຈາກການເລືອກກຸ່ມຕົວຢ່າງແບບເຈາະຈົງ (Purposive Sampling), ເຄື່ອງມືທີ່ໃຊ້ໃນການວິໄຈຄັ້ງນີ້ເປັນແບບປະເມີນຄວາມສາມາດຂອງທີມແຂ່ງຂັນສິ່ງປະດິດ STEM ແລະ ແບບສອບຖາມຄວາມເພິ່ງພໍໃຈຊະນິດມາດຕາສ່ວນປະມານຄ່າ 5 ລະດັບຂອງຜູ້ເຂົ້າຮ່ວມການແຂ່ງຂັນສິ່ງປະດິດ STEM ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນໄດ້ແກ່ ເປີເຊັນ (Percentage), ຄ່າສະເລ່ຍ (Mean), ຄ່າຜັນປ່ຽນມາດຕະຖານ (Standard Deviation) ແລະ ສະຖິຕິທົດສອບສົມມຸດຖານ (One simple T-test) ຜົນການວິໄຈພົບວ່າ:
1)  ຄວາມສາມາດຂອງນັກຮຽນຊັ້ນມັດທະຍົມສຶກສາຕອນປາຍ ພາຍໃນແຂວງສະຫວັນນະເຂດ ດ້ວຍການນໍາຄວາມຮູ້ ແລະ ທັກສະ STEM ເຂົ້າໃຊ້ໃນກິດຈະກໍາຄັ້ງນີ້: ຊະນະເລີດໄດ້ແກ່ ທີມນັກຮຽນໂຮງຮຽນມັດທະຍົມສົມບູນອຸທຸມພອນ, ເມືອງ ອຸທຸມພອນ ດ້ວຍຄະແນນສະເລ່ຍ 4.52, ຮອງຊະນະເລີດອັນດັບ 1 ໄດ້ແກ່ ທີມນັກຮຽນໂຮງຮຽນມັດທະຍົມສົມບູນປາກຊ່ອງ, ເມືອງ ສອງຄອນ ດ້ວຍຄະແນນສະເລ່ຍ 4.50, ຮອງ

ຊະນະເລີດອັນດັບ 2 ໄດ້ແກ່ ທີມນັກຮຽນໂຮງຮຽນມັດທະຍົມສົມບູນສະຫວັນ, ນະຄອນ ໄກສອນ ພົມວິຫານ ດ້ວຍຄະ ແນນລວມສະເລ່ຍ 4.48 ແລະ ສ່ວນ 12 ໂຮງຮຽນທີ່ຍັງເຫຼືອໃນ 12 ເມືອງ ແມ່ນໄດ້ຮັບລາງວັນຊົມເຊີຍ 
2)  ຄວາມເພິ່ງພໍໃຈໃນການເຂົ້າຮ່ວມການແຂ່ງຂັນສິ່ງປະດິດ STEM ໃນຄັ້ງນີ້ໂດຍລວມຢູ່ໃນລະດັບກາງ ເຊິ່ງມີຄ່າສະເລ່ຍ  , ຄ່າ   ເມື່ອພິຈາລະນາຕາມລາຍຂໍ້ເຫັນວ່າຂໍ້ທີ່ມີຄ່າສະເລ່ຍສູງສຸດຄື ການຈັດກິດຈະກໍານີ້ເຮັດໃຫ້ນັກຮຽນໄດ້ຮັບປະສົບການໃໝ່ໆ ເຊິ່ງມີຄ່າສະເລ່ຍ   , ຄ່າ   , ຮອງລົງມາຄື ການຈັດກິດຈະກໍາຄັ້ງນີ້ແມ່ນມີປະໂຫຍດສໍາລັບທ່ານ ເຊິ່ງມີຄ່າສະເລ່ຍ   , ຄ່າ   , ຂໍ້ທີ່ມີຄ່າສະເລ່ຍໜ້ອຍກວ່າໝູ່ຄື ການປະຊາສໍາພັນແຈ້ງຂ່າວໃນການຈັດກິດຈະກໍາ ມີຄ່າສະເລ່ຍ   , ຄ່າ  .
3)  ຄວາມຄິດເຫັນເພີ່ມເຕີມໃນການເຂົ້າຮ່ວມການແຂ່ງຂັນສິ່ງປະດິດ STEM ໃນຄັ້ງນີ້: ໃຫ້ມີການຈັດກິດຈະກໍາແບບນີ້ເລື້ອຍໆໄປ 4 ຄົນ ເທົ່າກັບ 6.67%, ເຮັດໃຫ້ນັກຮຽນໄດ້ປະສົບການ ແລະ ມີຄວາມຄິດປະດິດສ້າງຫຼາຍຂຶ້ນ 3 ຄົນ ເທົ່າກັບ 5%, ຄວນເພີ່ມຂະໜາດຂອງກຸ່ມຕົວຢ່າງໃຫ້ຫຼາຍຂຶ້ນ 3 ຄົນ ເທົ່າກັບ 5%, ຄວນປັບປຸງເຄື່ອງສຽງໃນຫ້ອງຈັດກິດຈະກໍາໃຫ້ມີສຽງແຈ່ມແຈ້ງ ແລະ ດັງຂຶ້ນ 1 ຄົນ ເທົ່າກັບ 1.67% ແລະ ຄວນແຈ້ງລ່ວງໜ້າ 3-4 ເດືອນກ່ອນການຈັດກິດຈະກໍາ 1 ຄົນ ເທົ່າກັບ 1.67%.
ຄໍາສໍາຄັນ: ສຶກສາຄວາມສາມາດດ້ານ STEM, ນັກຮຽນຊັ້ນມັດທະຍົມສຶກສາຕອນປາຍ ແລະ ງານວິທະຍາສາດສຶກສາ.

Downloads

Download data is not yet available.

Downloads

Published

2024-06-30

How to Cite

ພິລາບຸດ ອິນປັນ, ໄຟສິດ ນັນທິດາ, ຂຸນເພຍ ສັນຕິສຸກ, and ຄັນທະວົງ ດວງດີ. 2024. “ສຶກສາຄວາມສາມາດດ້ານ STEM ຂອງນັກຮຽນຊັ້ນມັດທະຍົມຕອນປາຍ ພາຍໃນແຂວງສະຫວັນນະເຂດ ດ້ວຍວິທີການເຂົ້າຮ່ວມແຂ່ງຂັນໃນງານປະກວດແຂ່ງຂັນ STEM: A Study of STEM Competence of High School Students in Savannkhet Province by Participating STEM Innovation Contest”. ວາລະສານວິທະຍາສາດສັງຄົມ 23 (1): 257-64. https://doi.org/10.71026/ss.2024.01024.

Similar Articles

1-10 of 74

You may also start an advanced similarity search for this article.