ບັນຫາທາງໄວຍາກອນໃນການຮຽນພາສາລາວ ລະດັບວະລີ ແລະ ປະໂຫຍກ: ກໍລະນີນັກສຶກສາຈີນ

Grammatical Issues in Learning the Lao Language: Phrases and Sentences,A Case Study of Chinese Students

Authors

  • Bouasone Thammachack Faculty of Letters, National University of Laos Author
  • Khamsy Tonpraserth Faculty of Letters, National University of Laos Author
  • Sisamouth Sisomboun Faculty of Letters, National University of Laos Author

DOI:

https://doi.org/10.71026/ss.2024.01008

Keywords:

ບັນຫາ, ໄວຍາກອນ, ວະລີ, ປະໂຫຍກ.

Abstract

ການຄົ້ນຄວ້າ “ບັນຫາທາງໄວຍາກອນໃນການຮຽນພາສາລາວ ລະດັບວະລີ ແລະ ປະໂຫຍກ: ກໍລະນີນັກສຶກສາຈີນ” ມີຈຸດປະສົງເພື່ອສຶກສາບັນຫາການໃຊ້ໄວຍາກອນພາສາລາວລະດັບວະລີ ແລະ ປະໂຫຍກ ຂອງນັກສຶກສາຈີນ. ຂໍ້ມູນທີ່ໃຊ້ໃນການສຶກສາຄັ້ງນີ້, ກຸ່ມຜູ້ຄົ້ນຄວ້າໄດ້ເກັບກໍາຈາກບົດຂຽນຂອງນັກສຶກສາຈີນ ທີ່ຮຽນຢູ່ພາກວິຊາພາສາ-ວັດທະນະທໍາລາວ, ຈາກນັ້ນຖອດເອົາບັນດາກຸ່ມຄໍາທີ່ເປັນວະລີ ແລະ ປະໂຫຍກທີ່ເຫັນວ່າຂຽນບໍ່ຖືກຕາມຫຼັກໄວຍາກອນພາສາລາວ ແລ້ວນຳມາຈັດກຸ່ມ ແລະ ວິເຄາະຕາມຮູບແບບຂອງການພັນລະນາ ໂດຍອີງໃສ່ບັນດາຫຼັກໄວຍາກອນລາວ ເຊັ່ນ ປະເພດຄໍາເວົ້າໃນພາສາລາວ ແລະ ຫຼັກວາກະຍະສໍາພັນເພື່ອມາວິເຄາະ ແລະ ອະທິບາຍ. ຂໍ້ມູນທີ່ຮວບຮວມມາໄດ້ມີຈຳນວນ 350 ຕົວຢ່າງ ແລະ ນໍາມາວິເຄາະຈໍານວນ 301 ຕົວຢ່າງ. 
ຜົນໄດ້ຮັບຈາກການຄົ້ນຄວ້າຄັ້ງນີ້ພົບວ່າ ການໃຊ້ໄວຍາ ກອນລະດັບວະລີມີບັນຫາຢູ່ໃນວະລີ 3 ປະເພດ ຄື ນາມວະລີ, ຄຸນນາມວະລີ ແລະ ກິລິຍາວະລີ. ບັນຫາທີ່ພົບແມ່ນພາກສ່ວນຂະຫຍາຍວະລີທີ່ຢູ່ໜ້າ ແລະ ຢູ່ຫຼັງ ເປັນຕົ້ນແມ່ນພາກສ່ວນຂະຫຍາຍທີ່ຢູ່ບໍ່ຖືກຕໍາແໜ່ງ, ວະລີມີຄໍາເຫຼືອ, ບໍ່ຄົບຖ້ວນ, ຂາດພາກສ່ວນຂະຫຍາຍ, ນອກຈາກນັ້ນຍັງມີກໍລະນີຂາດຄໍາຫຼັກ ແລະ ອື່ນໆ. ສ່ວນບັນຫາໃນລະດັບປະໂຫຍກປາກົດມີ 3 ບັນຫາ ຄື ການຈັດຮຽງປະໂຫຍກ, ປະເພດຄຳທີ່ເຮັດໜ້າທີ່ເປັນພາກສ່ວນຂອງປະໂຫຍກ ແລະ ການນຳໃຊ້ຄໍາບໍ່ຖືກກັບຄວາມໝາຍຂອງປະໂຫຍກ. ບັນຫາການຈັດຮຽງປະໂຫຍກມີທັງປະໂຫຍກດ່ຽວ ແລະ ປະໂຫຍກປະສົມ ໃນນັ້ນພົບບັນຫາທັງໃນພາກສ່ວນຫຼັກ, ພາກສ່ວນແອ້ມ ແລະ ການຈັດຮຽງຄຳເຊື່ອມ-ຄຳຕໍ່. ສໍາລັບປະເພດຄໍາທີ່ເຮັດໜ້າທີ່ເປັນພາກສ່ວນຂອງປະໂຫຍກມີການໃຊ້ຄໍາບໍ່ຖືກປະເພດທັງໃນພາກສ່ວນຫຼັກ ແລະ ພາກສ່ວນແອ້ມຂອງປະໂຫຍກ. ສ່ວນການໃຊ້ຄໍາບໍ່ຖືກກັບຄວາມໝາຍຂອງປະໂຫຍກພົບໃນພາກສ່ວນຕົວສໍາແດງ ນອກນີ້ຍັງມີການໃຊ້ຄໍາເຊື່ອມບໍ່ຖືກກັບຄວາມໝາຍຂອງປະໂຫຍກ ເຊັ່ນ ການໃຊ້ຄໍາເຊື່ອມສະແດງການສົ່ງມອບ, ສະແດງເຫດ, ບອກວິທີການ, ບອກຄວາມສໍາພັນ, ບອກທິດ ແລະ ບອກເວລາ.

Downloads

Download data is not yet available.

Downloads

Published

2024-06-28

How to Cite

Thammachack , B. ., Tonpraserth , K. ., & Sisomboun, S. . (2024). ບັນຫາທາງໄວຍາກອນໃນການຮຽນພາສາລາວ ລະດັບວະລີ ແລະ ປະໂຫຍກ: ກໍລະນີນັກສຶກສາຈີນ: Grammatical Issues in Learning the Lao Language: Phrases and Sentences,A Case Study of Chinese Students. ວາລະສານວິທະຍາສາດສັງຄົມ, 24(1), 72-81. https://doi.org/10.71026/ss.2024.01008

Similar Articles

21-30 of 85

You may also start an advanced similarity search for this article.