ປະເມິນລະດັບຄ່ານິຍົມຂອງນັກຮຽນມັດທະຍົມປີທີ 7 ໃນສປປ ລາວ ທີ່ເລືອກຮຽນສາຂາວິຊາຄູ ໃນຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ

The Evaluation Level on Values of Upper Secondary School Students in Laos Towards Selection of Faculty Education University

Authors

  • Kongsy choulamany Faculty of Education, National University of Laos Author
  • Khampheng boudmyxay Faculty of Education, National University of Laos Author
  • Khammeung Sybounheuang Faculty of Education, National University of Laos Author
  • Phoutsakhone Channgakham Faculty of Education, National University of Laos Author
  • Bounsou Xayasone Faculty of Education, National University of Laos Author

DOI:

https://doi.org/10.71026/ss.2024.01014

Keywords:

ການປະເມິນ, ຄ່ານິຍົມ, ນັກຮຽນມັດທະຍົມປີທີ 7, ວິຊາຄູ ແລະ ຄະນະສຶກສາສາດ 

Abstract

ການຄົ້ນຄວ້າ ມີຈຸດປະສົງ  1) ເພື່ອປະເມິນລະດັບຄ່ານິຍົມຂອງນັກຮຽນມັດທະຍົມປີທີ7  ໃນສປປ ລາວ ທີ່ເລືອກຮຽນສາຂາວິຊາໃນຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ. 2) ເພື່ອຢາກຮູ້ຄ່ານິຍົມຂອງນັກຮຽນມັດທະຍົມປີທີ 7 ທີ່ບໍ່ເລືອກຮຽນສາຂາວິຊາຄູ່ ໄປເລືອກຮຽນສາຂາວິຊາໃດ. 3) ແນວທາງໃນການພັດທະນາອາຊີບຄູໃນສະຖານການສຶກສາຄູ ສປປ ລາວ. ເປັນການສຶກສາແບບປະລິມານ ແລະ ຄຸນນະພາບ, ກຸ່ມຕົວຢ່າງ ແມ່ນນັກຮຽນ 378 ຄົນ ແລະ ສໍາພາດຜູ້ບໍລິຫານ 40 ທ່ານ. ວິເຄາະຂໍ້ມູນດ້ວຍໂປຣແກຣມທາງຄອມພິວເຕີ. ຜົນການສຶກສາພົບວ່າ: 
ນັກຮຽນມີຄ່ານິຍົມໃນການເລືອກຮຽນເປັນຄູ 184 ຄົນ ຍິງ 91 ຄົນ. ມີຈໍານວນເທື່ອຂອງການເລືອກ ລວມເທົ່າກັບ 311 ເທື່ອຄົນ  ໃນນັ້ນຂໍ້ທີ່ເລືອກຫຼາຍກວ່າໝູ່ ຍ້ອນຕົນເອງມັກອາຊີບຄູ 35.69 %, ຮອງລົງມາ ຍ້ອນຄອບຄົວໃຫ້ເລືອກອາຊີບຄູ 26.04%, ຈົບວິຊາຄູສາມາດສະໝັກວຽກໄດ້ຫຼາຍອາຊີບ 11.89%,  ໝູ່ພາເລືອກອາຊີບຄູ 11.25%, ອາຊີບຄູເຮັດໃຫ້ຖານະເສດຖະກິດຂອງຕົນດີຂຶ້ນ 8.36%,  ແລະ ໜ້ອຍກວ່າໝູ່ແມ່ນອາຊີບຄູມີຊື່ສຽງທາງສັງຄົມ 6.75%. ເລືອກຮຽນເປັນຄູ ແຍກເປັນແຕ່ລະວິຊາ ມີຈໍານວນຄົນເລືອກ 619 ເທື່ອຄົນ. ໃນນັ້ນຂໍ້ທີ່ເລືອກຫຼາຍກວ່າໝູ່ແມ່ນຄູພາສາອັງກິດ 16.47 %, ຮອງລົງມາແມ່ນຄູຄະນິດສາດ 13.89%, ຟີຊິກສາດ ແລະ ບໍລິຫານການສຶກສາ 8.56%, ຄູວິທະຍາສາດການເມືອງ 7.59%, ຄູປະຫວັດ ສາດ 7.26%, ຄູພາສາລາວ-ຄູວັນນະຄະດີ 7.10%, ຄູພາສາຝຼັ່ງ 6.62%, ຄູຈິດຕະວິທະຍາ 6.30%, ຄູຊີວະສາດ 6.10%, ຄູເຄມີສາດ 5.97% ແລະ ຄູພູມສາດ 5.49%. ນັກຮຽນທີ່ບໍ່ມີຄ່ານິຍົມໃນການເລືອກຮຽນຄູ ແຕ່ເລືອກຮຽນສາຂາວິຊາອື່ນ ຈໍານວນ 194 ຄົນ ຍິງ 98 ຄົນ ມີຈໍານວນເທື່ອຄົນເລືອກ 380 ເທື່ອຄົນ  ໃນນັ້ນຂໍ້ທີ່ເລືອກຫຼາຍກວ່າໝູ່ແມ່ນຍ້ອນຕົນເອງບໍ່ມັກອາຊີບຄູ 32.63 %, ຮອງລົງມາຍ້ອນຕົນເອງຮຽນບໍ່ເກັ່ງ ມີ 29.47%, ຍ້ອນຢ້ານສອນບໍ່ໄດ້ 18.15%,  ຍ້ອນວ່າຄູມີວຽກຫຼາຍ ເຊັ່ນ: ແຕ່ງບົດສອນ, ຂຶ້ນຫ້ອງສອນ, ກວດຄະແນນ ແລະ ອື່ນໆ 9.47%, ຄອບຄົວບໍ່ໃຫ້ເລືອກຮຽນຄູ 6.31%, ອາຊີບຄູບໍ່ມີຊື່ສຽງທາງສັງຄົມ 2.63%  ແລະ ໝູ່ເພື່ອນບໍ່ພາເລືອກ 1.31%. ວິຊາທີ່ຕ້ອງການຢາກຮຽນ ມີຄົນເລືອກ ຈໍານວນ 240 ເທື່ອຄົນ  ໃນນັ້ນຂໍ້ທີ່ເລືອກຫຼາຍກວ່າໝູ່ແມ່ນເລືອກຮຽນໄອທີ 21.00 %, ຮອງລົງມາຕາມລໍາດັບແມ່ນເລືອກຮຽນເປັນທະຫານ  15.42%, ພາສາຈີນ ແລະ ຕໍາຫຼວດ 14.58%,  ພາສາອັງກິດ, ແພດ ແລະ ບໍລິຫານທຸລະກິດ 13.33%, ໄຟ້າ 11.66%, ການເງິນ-ການບັນຊີ ເທົ່າກັບ 10.41%,  ການຊ່າງສ້ອມແປງ ແລະ ກະສິກໍາ 7.91%, ສິນລະປະດົນຕີ, ພາສາເກົາຫຼີ, ກົດໝາຍ ແລະ ຕັດຫຍິບ 3.33%, ປຸງແຕ່ງ, ກະເສດ, ສະຖາປັດ, ພາສາຢີປຸ່ນ ແລະ ເທກໂນໂລຊີ 2.08%, ແລະ ພາສາຫວຽດນາມ, ຂັບລົດ, ການຄ້າ, ທ່ອງທ່ຽວ ແລະ ພັນທະແພດ 1.25%.  ແນວທາງໃນການພັດທະນາອາຊີບຄູໃນສະຖານການສຶກສາຄູ ສປປ ລາວແມ່ນ 1) ຫຼັກສູດແຕ່ລະສາຂາວິຊາໃຫ້ເພິ່ມຈໍານວນຊົ່ວໂມງວິຊາຄອມພິວເຕີ, ຄູສອນໃຫ້ມີການຝຶກອົບຮົມຫຼາຍຂຶ້ນຕື່ມ ແລະ ໄປຍົກລະດັບ ປ. ໂທ ແລະ ປ. ເອກ, 2) ການສອນຂອງຄູວິຊາຄະນິດສາດໃຫ້ຄົ້ນຄວ້າຫຼາຍ ຕື່ມ, 3) ໂຮງຮຽນທີ່ຢູ່ນອກເມືອງແມ່ນຍັງມີຄວາມຕ້ອງການເພິ່ມທຸກດ້ານ, ຂາດຄູສອນບາງວິຊາ, 4) ຄ່າຕອບແທນຕໍ່ອາຊີບຄູສໍາລັບເງິນເດືອນຄູແມ່ນໄດ້ທຸກໆເດືອນ ເຖິງຈະຊ້າກໍບໍ່ເກີນສອງເດືອນ ແລະ 5) ຊື່ສຽງທາງສັງຄົມເຫັນວ່າ ນັກຮຽນທີ່ເປັນສິດເກົ່າ, ນັກຮຽນທີ່ຍັງຮຽນຢູ່ ກໍໃຫ້ການເຄົາລົບເປັນຢ່າງດີ ແລະ ໃນວັນຄູແຫ່ງຊາດກໍມີການຈັດອວຍພອນທຸກປີ.

Downloads

Download data is not yet available.

Downloads

Published

2024-06-28

How to Cite

choulamany, K. ., boudmyxay, K. ., Sybounheuang, K. ., Channgakham, P. ., & Xayasone, B. . (2024). ປະເມິນລະດັບຄ່ານິຍົມຂອງນັກຮຽນມັດທະຍົມປີທີ 7 ໃນສປປ ລາວ ທີ່ເລືອກຮຽນສາຂາວິຊາຄູ ໃນຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ: The Evaluation Level on Values of Upper Secondary School Students in Laos Towards Selection of Faculty Education University. ວາລະສານວິທະຍາສາດສັງຄົມ, 24(1), 131-136. https://doi.org/10.71026/ss.2024.01014

Similar Articles

1-10 of 107

You may also start an advanced similarity search for this article.