ສຶກສາ ແລະ ພັດທະນາຮູບແບບການຮຽນຮູ້ແບບລົງມືປະຕິບັດ (Active Learning) ລະດັບມັດທະຍົມສຶກສາ ໃນນະຄອນຫຼວງວຽງຈັນ
Study and Development of Active Learning Models for Secondary Education in Vientiane Capital
DOI:
https://doi.org/10.71026/ss.2026.01001Keywords:
ການຈັດການຮຽນ-ການສອນແບບລົງມືປະຕິບັດ, ລະດັບມັດທະຍົມສຶກສາ, ຄວາມເພິ່ງພໍໃຈAbstract
ໃນການຄົ້ນຄວ້າຄັ້ງນີ້, ຈຸດປະສົງຫຼັກ ແມ່ນເພື່ອ: 1) ພັດທະນາຮູບແບບການຮຽນຮູ້ແບບລົງມືປະຕິບັດລະດັບມັດທະຍົມສຶກສາ ໃນນະຄອນຫຼວງວຽງຈັນ; ປຽບທຽບຜົນສໍາເລັດທາງການຮຽນຂອງຜູ້ຮຽນກ່ອນ ແລະ ຫຼັງການຈັດການຮຽນ-ການສອນດ້ວຍຮູບແບບການຮຽນຮູ້ແບບລົງມືປະຕິບັດ ແລະ 3) ສຶກສາຄວາມເພີ່ງພໍໃຈຂອງນັກຮຽນລະດັບມັດທະຍົມສຶກສາ ທີ່ມີຕໍ່ການຈັດການຮຽນ-ການສອນດ້ວຍຮູບແບບການຮຽນຮູ້ແບບລົງມືປະຕິບັດ. ການຄົ້ນຄວ້າຄັ້ງນີ້ ແມ່ນການຄົ້ນຄວ້າແບບທົດລອງ ຕາມແບບແຜນການຄົ້ນຄວ້າແບບກຸ່ມດຽວ ມີການສອບເສັງກ່ອນຮຽນ ແລະ ຫຼັງຮຽນ. ກຸ່ມທົດລອງທີ່ໃຊ້ໃນການຄົ້ນຄວ້າແມ່ນນັກຮຽນຊັ້ນ ມ.7 ສົກຮຽນ 2024-2025 ຈໍານວນ 1 ຫ້ອງ, ມີນັກຮຽນ 24 ຄົນ, ຍິງ 12 ຄົນ. ເຊິ່ງເລືອກມາດ້ວຍວິທີສຸ່ມແບບເຈາະຈົງ. ເຄື່ອງມືທີ່ໃຊ້ໃນການຄົ້ນຄວ້າຄັ້ງນີ້ ປະກອບມີ ບົດສອນວິຊາສຶກສາພົນລະເມືອງ ຈໍານວນ 3 ບົດ, ແຕ່ລະບົດໃຊ້ເວລາສອນ 4 ຊົ່ວໂມງ ລວມທັງໝົດ 12 ຊົ່ວໂມງ, ແບບທົດສອບຍ່ອຍແບບປາລະໄນມີ 3 ຕົວເລືອກໃນຊຸດບົດສອນ ຈໍານວນ 3 ຊຸດ, ແບບທົດສອບວັດຜົນ. ສໍາເລັດທາງການຮຽນແບບປາລະໄນມີ 4 ຕົວເລືອກ ຈໍານວນ 25 ຂໍ້. ນອກຈາກນີ້, ຄະນະຜູ້ຄົ້ນຄວ້າ ຍັງໄດ້ນໍາເອົາແນວຄິດການຮຽນຮູ້ແບບລົງມືປະຕິບັດ ເພື່ອທົດລອງສິດສອນກັບນັກຮຽນອີກ 2 ຫ້ອງ ຄື: ນັກຮຽນຫ້ອງ ມ. 4 ແລະ ນັກຮຽນຫ້ອງ ມ. 6 ເພື່ອຮັບຮູ້ຄວາມຄິດເຫັນເພີ່ມເຕີມຈາກຜູ້ຮຽນລະດັບມັດທະຍົມສຶຶກສາໃນຊັ້ນທີ່ແຕກຕ່າງກັນ. ຜົນການຄົ້ນຄວ້າພົບວ່າ: 1) ຮູບແບບການຈັດການຮຽນແບບລົງມືປະຕິບັດ ຕາມຄວາມຄິດເຫັນຂອງຜູ້ຊ່ຽວຊານ ເຫັນວ່າມີຄ່າສະເລ່ຍຄວາມເໝາະສົມທີ່ໃຊ້ໄດ້ໃນທຸກອົງປະກອບ, ລວມທັງຂັ້ນຕອນຂອງການດໍາເນີນຕ່າງໆ, ເຊີ່ງມີຄ່າຄວາມສອດຄ່ອງ (IOC) ຢູ່ລະຫວ່າງ 0.06 – 1.0; ບົດສອນວິຊາສຶກສາພົນລະ ເມືອງ ໂດຍໃຊ້ຮູບແບບການສອນແບບລົງມືປະຕິບັດ ສໍາລັບນັກ ຮຽນລະດັບມັດທະຍົມສຶກສາ ມີຄ່າປະສິດທິພາບ 80.16/83.16 ເຊິ່ງສູງກວ່າເກນທີ່ຕັ້ງໄວ້ຄື 80/80; 2) ປະສິດທິຜົນການຮຽນວິຊາສຶກສາພົນລະເມືອງ ໂດຍໃຊ້ຮູບແບບການສອນແບບລົງມືປະຕິບັດ ມີຄ່າດັດຊະນີປະສິດທິຜົນການຮຽນຮູ້ ໂດຍລວມເທົ່າກັບ 0.662 ໝາຍຄວາມວ່ານັກຮຽນມີຄວາມກ້າວໜ້າທາງດ້ານການຮຽນ; 3) ນັກຮຽນສ່ວນຫຼາຍແມ່ນມີຄວາມເພີ່ງພໍໃຈຕໍ່ກັບການຈັດການຮຽນ - ການສອນແບບລົງມືປະຕິບັດ ເຊີ່ງສາມາດຄິດໄລ່ຄ່າສະເລ່ຍໂດຍລວມແມ່ນ 4.48 ແລະ ຄ່າຜັນປ່ຽນມາດເທົ່າກັບ 0.544. ໃນຂະນະທີ່, ຄວາມເພິ່ງພໍໃຈຂອງນັກຮຽນຊັ້ນ ມ.4 ແລະ ມ.6 ຕໍ່ກັບການຈັດການຮຽນຮູ້ແບບລົງມືປະຕິບັດ ແມ່ນຢູ່ໃນລະດັບຫຼາຍ; ເຊິ່ງເຂົາເຈົ້າມີຄວາມຄິດເຫັນວ່າການຮຽນຮູ້ແບບລົງມືປະຕິບັດ ສະໜັບສະໜູນການຮຽນຂອງເຂົາເຈົ້າ ແລະ ກິດຈະກໍາການຮຽນ-ການສອນ ແບບລົງມືປະຕິບັດ ສ້າງຄວາມໜ້າສົນໃຈ ແລະ ມີບັນຍາກາດໃນການຮຽນ.
Abstract
The purposes of this research were: 1) to develop an Active Learning model for secondary school students in Vientiane Capital; 2) to compare students' learning achievement before and after implementing the Active Learning model; and 3) to study students' satisfaction regarding the implementation of Active Learning.
This study employed an experimental research design, specifically a One-group Pretest-posttest design. The experimental group consisted of one class of 24 Grade 7 (M.7) students (including 12 females) during the 2024-2025 academic year, selected through purposive sampling. The research instruments included: 3 lesson plans for Civic Education (each lasting 4 hours, totaling 12 hours), 3 sets of multiple-choice formative tests (3 options), and a 25-item multiple-choice summative learning achievement test (4 options). Additionally, the research team applied the Active Learning concepts to two additional classes—Grade 4 (M.4) and Grade 6 (M.6)—to gather broader perspectives from students across different secondary levels.
Research Findings:
Model Validity: Experts agreed that the Active Learning model was highly appropriate across all components and procedural steps, with an Item-Objective Congruence (IOC) range of 0.80 – 1.0. The lesson plans for Civic Education using Active Learning demonstrated an efficiency of 80.16/83.16, which exceeded the established 80/80 criteria.
Learning Progress: The effectiveness index for student learning in Civic Education through Active Learning was 0.662, indicating significant academic progress among the students.
Student Satisfaction: Most students expressed high satisfaction with the Active Learning management, with an overall mean score of 4.48 and a standard deviation of 0.544. Similarly, students in Grade 4 and Grade 6 reported high levels of satisfaction, noting that the active learning approach supported their learning process, increased engagement, and created a positive learning atmosphere.



