ການຂະຫຍາຍຊ່ອງທາງການຕະຫຼາດຂອງຜະລິດຕະພັນກະສິກຳອິນຊີ ບ້ານໂພນສິມ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ
Expansion of Marketing Channels for PHONSIM Organic Farming, Kaisonephomvihanh, Savannakhet Province
DOI:
https://doi.org/10.71026/ss.2024.01021Keywords:
ຊ່ອງທາງການຕະຫຼາດ, ກະສິກຳອິນຊີ, ບ້ານໂພນສິມ.Abstract
ການສຶກສາການຂະຫຍາຍຊ່ອງທາງການຕະຫຼາດຂອງຜະລິດຕະພັນກະສິກຳອິນຊີບ້ານໂພນສິມ ນະຄອນໄກສອນພົມວິຫານ ເຊິ່ງປະກອບມີ 2 ຈຸດປະສົງຄື ເພື່ອສຳຫຼວດຄວາມຕ້ອງການຜັກຂອງຜູ້ປະກອບການນະຄອນໄກສອນພົມວິຫານແຂວງສະຫວັນນະເຂດ ແລະ ເພື່ອເພີ່ມຊ່ອງທາງການຕະຫຼາດອອນລາຍໃນການເຂົ້າເຖິງກຸ່ມລູກຄ້າໃໝ່ຂອງຜັກອິນຊີ, ກຸ່ມຕົວຢ່າງແມ່ນຜູ້ປູກຜັກອິນຊີບ້ານໂພນສິມ 10 ຄອບຄົວ ແລະ ຜູ້ປະກອບການຮ້ານອາຫານ 50 ບ່ອນ, ວິທີການສຶກສາເປັນຮູບແບບການວິໄຈ ແລະ ການພັດທະ ນາໂດຍສ້າງຊ່ອງທາງການຕະຫຼາດອອນລາຍ ແລະ ຝຶກອົບຮົມວິທີສ້າງສື່ໂຄສະນາລົງເຟສ, ສະຖິຕິທີ່ໃຊ້ຄ່າສະ ເລ່ຍ, ຄ່າສ່ວນຮ້ອຍ, ຄ່າຜັນປ່ຽນມາດຕະຖານ ແລະ ທົດສອບຄວາມແຕກຕ່າງດ້ວຍ Paired sample test
ຜົນການວິໄຈພົບວ່າຊ່ອງທາງການຕະຫຼາດຜັກຂອງບ້ານໂພນສິມເປັນການຈຳໜ່າຍຜົນຜະລິດແກ່ລູກຄ້າໂດຍກົງເຊັ່ນ ໜ້າສວນ, ຕະຫຼາດຂອງບ້ານ, ຮ້ານໃນຕົວເມືອງ ແລະ ວາງສະແດງຕາມງານກອງປະຊຸມທີ່ ໜ່ວຍງານລັດຈັດຂຶ້ນ ແລະ ຄົນກາງມາຮັບຊື້ໄປຈັດຈຳໜ່າຍ ເຊັ່ນ ຮ້ານຄ້າ ແລະ ຮ້ານອາຫານ, ຜັກອິນຊີສ່ວນຫຼາຍຈະຂາຍພາຍໃນບ້ານເທົ່ານັ້ນ, ຍັງຂາດການເຮັດການຕະຫຼາດອອນລາຍໃນການໂຄສະນາຂາຍຜັກ; ການສຳຫຼວດຄວາມຕ້ອງການຜັກອິນຊີຈາກຜູ້ປະກອບການຮ້ານອາຫານ ເຫັນວ່າຕ້ອງການ 50% ເນື່ອງຈາກຕ້ອງການສ້າງຄວາມຫຼາກຫຼາຍໃນຊະນິດຜັກໃຫ້ລູກຄ້າເລືອກບໍລິໂພກ ແລະ ເຫັນຄວາມປອດໄພບໍ່ມີສານເຄມີໃນຕົວຂອງຜັກນັ້ນ, ຊະນິດຜັກອິນຊີທີ່ຕ້ອງການເຊັ່ນ ຜັກບົ້ງ, ຜັກກາດຂາວ, ຜັກບົ່ວ, ຜັກສະລັດ, ຜັກກະລ່ຳ ແລະ ຜັກຫອມປ້ອມ. ການເພີ່ມຊ່ອງທາງການຕະຫຼາດອອນລາຍຮູບແບບ Fan page Facebook ເຫັນວ່າຜູ້ຮັບຜິດຊອບດູແລເຟສຂອງກຸ່ມຜັກໄດ້ມີການອັບເດດເຟສ ແລະ ເນື້ອໃນຜົນງານຂອງຜົນຜະລິດໃນແຕ່ລະໄລຍະ ປະຈຸບັນມີຜູ້ຕິດຕາມ 40 ລາຍ ຈາກທີ່ບໍ່ມີຜູ້ຕິດ ຕາມ, ສາມາດປິດການຂາຍໄດ້ 1 ລາຍ ແລະ ມີຜູ້ມາສອບຖາມຂໍ້ມູນຜັກທັງໝົດ 16 ລາຍ.
ຄຳສັບສຳຄັນ: ຊ່ອງທາງການຕະຫຼາດ, ກະສິກຳອິນຊີ, ບ້ານໂພນສິມ.