About the Journal
![]() |
ວາລະສານວິທະຍາສາດສັງຄົມແມ່ນວາລະສານແບບເປີດ ໂດຍໄດ້ຮັບການທົບທວນໂດຍຜູ້ຊ່ຽວຊານ, ທີ່ມີຈຸດປະສົງເພື່ອສົ່ງເສີມການຄົ້ນຄວ້າ ແລະ ຄວາມຮູ້ໃນທົ່ວສາຂາວິທະຍາສາດສັງຄົມທີ່ຫຼາກຫຼາຍ. ວາລະສານຈັດພິມສອງຄັ້ງຕໍ່ປີ ໂດຍ ມະຫາວິທະຍາໄລແຫ່ງຊາດລາວ, ວາລະສານວິທະຍາສາດສັງຄົມໄດ້ກວມເອົາບັນດາສາຂາວິຊາຕ່າງໆເຊັ່ນ: ສັງຄົມວິທະຍາ, ມະນຸດວິທະຍາ, ເສດຖະສາດ, ວິທະຍາສາດການເມືອງ, ການສຶກສາ ແລະ ວັດທະນະທຳ. ພາລະກິດຂອງວາລະສານ ແມ່ນປະກອບສ່ວນ ສົ່ງເສີມຄວາມເຂົ້າໃຈກ່ຽວກັບບັນຫາສັງຄົມ, ຊຸກຍູ້ການແລກປ່ຽນມູມມອງໃນການແກ້ໄຂບັນດາສິ່ງທ້າທາຍຢູ່ທ້ອງຖິ່ນ, ພາກພື້ນ ແລະ ໃນທົ່ວໂລກ ຈາກນັກວິຊາການ, ນັກຄົ້ນຄວ້າ, ແລະນັກປະຕິບັດເພື່ອຄວາມກ້າວຫນ້າຂອງການຄົ້ນຄວ້າວິທະຍາສາດສັງຄົມ ສະໜອງຂໍ້ມູນກ່ຽວກັບການສ້າງນະໂຍບາຍ, ສະຫນັບສະຫນູນການພັດທະນາແບບຍືນຍົງ, ແລະເສີມຂະຫຍາຍສະຫວັດດີການສັງຄົມ. |