ຄວາມປອດໄພໃນການຂັບຂີ່ຍານພາຫະນະ (ພຶດຕິກໍາລະເມີດກົດໝາຍ ເພື່ອປ້ອງກັນການຮັບບາດເຈັບ ຫຼື ເສຍຊີວິດຕາມທ້ອງຖະໜົນ)
A Study on Traffic Law Violation Behaviors and Road Accident Prevention Measures: A Case Study of Luang Prabang City
DOI:
https://doi.org/10.71026/ss.2023.01004Keywords:
ຄວາມປອດໄພ, ການຂັບຂີ່, ກົດ ໝາຍຈະລາຈອນ, ອຸບັດຕິເຫດ ແລະ ນະຄອນຫຼວງພະບາງ.Abstract
ການຄົ້ນຄວ້ານີ້ ມີຈຸດປະສົງ ເພື່ອສຶກສາພຶດຕິກຳການລະເມີດກົດໝາຍ ທີ່ພາໃຫ້ເກີດການບາດ ເຈັບ ຫຼື ເສຍຊີວິດ ຈາກອຸບປະຕິເຫດຕາມທ້ອງຖະໜົນ ແລະ ເພື່ອຊອກຫາວິທີປ້ອງກັນ ໂດຍນຳໃຊ້ມາດຕະການທາງດ້ານກົດໝາຍ. ການສຶກສາຄັ້ງນີ້ ໃຊ້ການສຶກສາແບບປະສົມປະສານ, ໂດຍດຳເນີນການຢູ່ນະຄອນຫຼວງພະບາງ. ໄດ້ນຳໃຊ້ແບບສອບຖາມ ເກັບກຳຂໍ້ມູນ ຈາກກຸ່ມຕົວຢ່າງ 120 ຄົນ (ປະກອບມີ ຜູ້ຂັບຂີ່ ແລະ ເຈົ້າໜ້າທີ່ຕຳຫຼວດ) ແລະ ສໍາພາດເຈາະເລິກຈາກເຈົ້າໜ້າທີ່ຕຳຫຼວດຈະລາຈອນ 5 ທ່ານ ແລະ ຜູ້ຂັບຂີ່ 5 ທ່ານ.
ຜົນການຄົ້ນຄວ້າ ພົບວ່າ ສົມມຸດຖານທີ່ຕັ້ງໄວ້ (ທີ່ວ່າການບໍ່ໃສ່ໝວກກັນກະທົບ ແລະ ບໍ່ໃສ່ເຂັມຄັດນິລະໄພ ເປັນປັດໄຈສ່ຽງສູງສຸດ) ແມ່ນບໍ່ຖືກຕ້ອງ . ປັດໄຈ ທີ່ກຸ່ມຕົວຢ່າງ ໃຫ້ຄວາມເຫັນວ່າ ມີຄວາມສ່ຽງສູງສຸດ ທີ່ຈະພາໃຫ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ ແມ່ນ "ການຂັບຂີ່ລົດໄວເກີນກຳນົດ" (73.33%), ເຊິ່ງສູງກວ່າ ການບໍ່ໃສ່ໝວກກັນກະທົບ (54.16%) ແລະ ການບໍ່ໃສ່ເຂັມຄັດນິລະໄພ (41.66%) . ນອກຈາກນີ້, ຍັງພົບວ່າ ການຂັບຂີ່ ໃນຂະນະດື່ມສິ່ງມຶນເມົາ ແລະ ພຶດຕິກຳການຂັບຂີ່ຕັດໜ້າຄັນອື່ນ ກໍເປັນປັດໄຈສ່ຽງສູງເຊັ່ນກັນ.
ສະທ້ອນໃຫ້ເຫັນວ່າ ເຖິງວ່າກົດໝາຍ ແລະ ນິຕິກຳຕ່າງໆ ຈະມີຢູ່ , ແຕ່ການບັງຄັບໃຊ້ ຍັງບໍ່ທັນເຂັ້ມ ແຂງ ແລະ ຜູ້ຂັບຂີ່ ຍັງມີພຶດຕິກຳແບບຟ້າວຟັ່ງ. ຜູ້ຄົ້ນ ຄວ້າສະເໜີໃຫ້ ມີການໂຄສະນາເຜີຍແຜ່ ຜົນຮ້າຍຂອງອຸບປະຕິເຫດໃຫ້ຫຼາຍຂຶ້ນ ແລະ ສະເໜີໃຫ້ເຈົ້າໜ້າທີ່ ຍົກສູງມາດຕະການ ບັງຄັບໃຊ້ກົດໝາຍ ຕໍ່ຜູ້ຂັບຂີ່ລົດໄວເກີນກຳນົດ ແລະ ກວດກາທາດເຫຼົ້າໃຫ້ເປັນຮູບປະທຳ.



