ຜົນສໍາເລັດການກໍ່ສ້າງ, ບໍາລຸງພະນັກງານ-ສະມາຊິກພັກໜຸ່ມຂອງພັກປະຊາຊົນປະຕິວັດລາວ
The achievements, challenges, and future directions in building and nurturing young party members and cadres of the Lao People's Revolutionary Party
DOI:
https://doi.org/10.71026/ss.2024.01038Keywords:
ຜົນສໍາເລັດ, ການກໍ່ສ້າງ ແລະ ບໍາລຸງພະນັກງານໜຸ່ມ, ພັກປະຊາຊົນປະຕິວັດລາວAbstract
ການສຶກສາມີຈຸດປະສົງສຶກສາ ຜົນສໍາເລັດການກໍ່ສ້າງ, ບໍາລຸງພະນັກງານ-ສະມາຊິກພັກໜຸ່ມຂອງພັກປະຊາຊົນປະຕິວັດລາວ, ບັນຫາ ແລະ ແນວທາງໃນຕໍ່ໜ້າ, ຜູ້ສຶກສາໄດ້ນໍາໃຊ້ວິທີການສຶກສາແບບຄຸນນະພາບ ໂດຍນໍາໃຊ້ວິທີການສຶກສາເອກະ ສານຕ່າງໆທີ່ກ່ຽວຂ້ອງກັບການກໍ່ສ້າງ ແລະ ບໍາລຸງພະນັກງານໜຸ່ມຂອງພັກປະຊາຊົນປະຕິວັດລາວ ແລະ ດໍາເນີນການວິ ເຄາະເອກະສານດັ່ງກ່າວ. ຜົນການສຶກສາພົບວ່າ: ຜົນສໍາເລັດໃນການກໍ່ສ້າງ, ບໍາລຸງພະນັກງານ-ສະມາຊິກພັກໜຸ່ມຂອງພັກປະຊາຊົນປະຕິວັດລາວ: ພັກປະຊາຊົນປະຕິວັດລາວໄດ້ເອົາໃຈໃສ່ກໍ່ສ້າງ, ບໍາລຸງພະນັກງານ-ສະມາຊິກພັກໜຸ່ມໃຫ້ມີຄວາມເຊື່ອໝັ້ນຢ່າງຕາຍໃຈຕໍ່ອຸດົມການສັງຄົມນິຍົມ, ມີຫຼັກໝັ້ນມິດ-ສັດຕູຢ່າງຈະ ແຈ້ງ, ມີຄວາມຮູ້ເຂົ້າໃຈກ່ຽວກັບລັດທິມາກ-ເລນິນ, ແນວທາງ, ແຜນນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ຢ່າງເລິກເຊິ່ງ ໂດຍຜົນສໍາເລັດການກໍ່ສ້າງ, ບໍາລຸງດ້ານວິຊາສະເພາະ: ການກໍ່ສ້າງ, ບຳລຸງພະນັກງານ-ສະມາຊິກພັກໜຸ່ມດ້ານວິຊາສະເພາະ ໄດ້ເລີ່ມຈາກຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ, ເລີ່ມຈາກໜ້າທີ່ການເມືອງ ຂອງພັກ-ລັດ, ຮັບປະກັນລັກສະນະສືບທອດປ່ຽນແທນ ບົນພື້ນຖານຕົວເລກການສຶກສາ ຂອງກະຊວງສຶກສາທິການ ແລະ ກິລາ ຄື: ປີ 2018 ໄດ້ສົ່ງພະນັກງານໄປບໍາລຸງ-ກໍ່ສ້າງທັງໝົດ 506 ຄົນ, ຍິງ 138 ຄົນ; ໃນປີ 2019 ໄດ້ສົ່ງພະນັກງານໄປບໍາລຸງ-ກໍ່ສ້າງທັງໝົດ 514 ຄົນ, ຍິງ 125 ຄົນ; ໃນປີ 2020 ໄດ້ສົ່ງພະນັກງານໄປບໍາລຸງ-ກໍ່ສ້າງທັງໝົດ 429 ຄົນ, ຍິງ 115 ຄົນ; ໃນປີ 2021 ໄດ້ສົ່ງພະນັກງານໄປບໍາລຸງ-ກໍ່ສ້າງທັງໝົດ 625 ຄົນ, ຍິງ 298 ຄົນ ແລະ ປີ 2022 ໄດ້ສົ່ງພະນັກງານ-ສະມາຊິກພັກໄປກໍ່ສ້າງ, ບໍາລຸງດ້ານວິຊາສະເພາະ ຈໍານວນ 996 ຄົນ, ຍິງ 302 ຄົນ. ບັນຫາຕັ້ງຂຶ້ນ ໃນການກໍ່ສ້າງ, ບໍາລຸງພະນັກງານ-ສະມາຊິກພັກໜຸ່ມ ຂອງພັກປະຊາຊົນປະຕິວັດລາວ ໃນໄລຍະຜ່ານມ: ບາງຄັ້ງບໍ່ທັນເລີ່ມຈາກໜ້າທີການເມືອງ ແລະ ບໍ່ທັນຮັບປະກັນລັກສະນະເປັນລະບົບຄົບຊຸດ: ການກໍ່ສ້າງ-ບໍາລຸງພະນັກງານ-ສະມາຊິກພັກໜຸ່ມຜ່ານມາ ບາງຄັ້ງຍັງເຮັດບໍ່ທັນເຮັດໄດ້ດີ, ບໍ່ທັນຄົບຊຸດ, ບໍ່ທັນເລີ່ມຈາກໜ້າທີ່ການເມືອງ, ບໍ່ແທດເໝາະກັບສະພາບຄວາມເປັນຈິງຂອງອົງການ ແລະ ວຽກງານຕົວຈິງຂອງແຕ່ລະຂົງເຂດວຽກງານ.ແລະ ທິີດທາງໃນຕໍ່ໜ້າຄວນລົງທຶນຢ່າງເໝາະສົມເຂົ້າໃນການກໍ່ສ້າງ, ບໍາລຸງພະນັກງານ, ສະມາຊິກພັກໜຸ່ມ: ພັກ-ລັດ ຄວນສະໜອງງົບ ປະມານເຂົ້າໃນການກໍ່ສ້າງ, ປັບປຸງພື້ນຖານໂຄງລ່າງໃຫ້ທັນສະໄໝ ເປັນຕົ້ນ ຫ້ອງການ, ຫ້ອງຮຽນ, ຫ້ອງອ່ານ, ຫໍສະໝຸດ, ຫ້ອງອາຫານ, ຫໍພັກ, ສະໜາມກິລາ ແລະ ສ້າງສະພາບແວດລ້ອມທີ່ດີ ໃຫ້ແກ່ການຮຽນ-ການສອນ. ພ້ອມນັ້ນ, ຄວນປະກອບອຸປະກອນ, ວັດຖຸເຕັກນິກທີ່ທັນສະໄໝ ເພື່ອສ້າງຄວາມສະດວກໃຫ້ແກ່ການເຄື່ອນໄຫວປະຕິບັດໜ້າທີ່ຄົ້ນຄວ້າສິດສອນ ຂອງຄູ-ອາຈານ ໃນແຕ່ລະສາຂາວິຊາອາຊີບທີ່ແຕກຕ່ງກັນ.
ຄໍາສັບສໍາຄັນ: ຜົນສໍາເລັດ, ການກໍ່ສ້າງ ແລະ ບໍາລຸງພະນັກງານໜຸ່ມ, ພັກປະຊາຊົນປະຕິວັດລາວ