ສຶກສາສະພາບຜູ້ສໍາເລັດການສຶກສາ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ ທີ່ສໍາເລັດການສຶກສາ ລະຫວ່າງ ສົກສຶກສາ 2015 ຫາ 2019
Study on the Situation of Graduates of Faculty of Education, NUOL between academic year 2015-2019
DOI:
https://doi.org/10.71026/ss.2024.02015Keywords:
ຜູ້ສໍາເລັດການສຶກສາ, ຄະນະສຶກສາສາດ ແລະ ມະຫາ ວິທະຍາໄລແຫ່ງຊາດ.Abstract
ການສຶກສາຄັ້ງນີ້ ມີຈຸດປະສົງເພື່ອສຶກສາສະພາບຜູ້ສໍາເລັດການສຶກສາຈາກຄະນະສຶກສາສາດ ມະຫາວິທະ ຍາໄລແຫ່ງຊາດ ໃນຂອບເຂດທົ່ວປະເທດນັບແຕ່ສົກສຶກສາ 2014-2015 ຫາ ສົກສຶກສາ 2018-2019. ໂດຍໃຊ້ວິທີຄົ້ນຄວ້າແບບປະສົມປະສານລະຫວ່າງ ແບບປະລິມານ ແລະ ຄຸນະພາບ. ການເກັບກໍາຂໍ້ມູນແບບປະລິມານ ນຳໃຊ້ຮູບແບບ Snow ball sampling ຫຼື ໝູ່ຕໍ່ໝູ່ ຜ່ານການນໍາໃຊ້ໂປຣແກມອອນໄລ໌(Online Application) ຕ່າງໆເຊັ່ນ: WhatsApp, Messenger, Line, WeChat, Email, Google Form ແລະ ໂທລະສັບມືຖື. ສ່ວນແບບຄຸນນະພາບ ນໍາໃຊ້ການເກັບຂໍ້ມູນຜ່ານການສຳພາດ (Interview) ໂດຍນຳໃຊ້ຄູ່ມືສຳພາດແບບເຄິ່ງໂຄງສ້າງ (Semi-structure interview guideline). ຈຳນວນຜູ້ສໍາເລັດການສຶກສາທັງໝົດມີ 3,028 ຄົນ ແລະ ເຂົ້າຮ່ວມໃນການສຶກສາຄັ້ງນີ້ 1,562 ຄົນ ແລະ ມີຕົວແທນເຂົ້າຮ່ວມການສຳພາດທັງໝົດ 63 ຄົນ.
ຜົນການສຶກສາພົບວ່າ: ຜູ້ສໍາເລັດການສຶກສາທີ່ສາມາດຕິດຕໍ່ໄດ້ແມ່ນ 51.59% ຂອງຈໍານວນທັງ ໝົດ; ໃນນັ້ນຜູ້ມີວຽກເຮັດແມ່ນ 82.78 % (ເປັນລັດຖະກອນ 42.51 %, ເຮັດວຽກນໍາເອກະຊົນ 31.57 %; ເຮັດທຸລະກິດສ່ວນຕົວ 3.03 % ແລະ ຜູ້ທີ່ບໍ່ທັນມີວຽກເຮັດ ຫຼື ວ່າງວຽກ ແມ່ນ 17.22 % ຂອງຜູ້ເຂົ້າຮ່ວມໃນການສຶກສາຄັ້ງນີ້).
ຜົນຂອງການສໍາພາດຜູ້ສໍາເລັດການສຶກສາເຫັນວ່າ 60% ແມ່ນສາມາດຊອກວຽກໄດ້ພາຍໃນ 1 ເດືອນ; ຄວາມຮູ້ທີ່ໄດ້ຈາກສະຖາບັນແມ່ນເນັ້ນລົງເລິກວິຊາສະເພາະຕາມສາຍທີ່ຕົນສຶກສາ ແລະ ທັກສະທາງສັງຄົມ; ໜ້າວຽກທີໄດ້ຮັບສ່ວນຫຼາຍແມ່ນກົງຕາມສາຂາວິຊາສະເພາະທີ່ຕົນຈົບ; ພ້ອມດຽວກັນນັ້ນກໍມີຄວາມເພີ່ງພໍໃຈໃນໜ້າທີ່ຕົນກໍາລັງປະຕິບັດຢູ່ເປັນສ່ວນຫຼາຍ, ມີຄວາມພາກພູມໃຈທີ່ໄດ້ຮຽນຈົບຈາກຄະນະສຶກສາສາດ ແລະ ເປັນທີຍອມຮັບຂອງສັງຄົມ. ໃນການນໍາໃຊ້ຄວາມຮູ້ເຂົ້າໃນໜ້າວຽກ ແລະ ຊີວິດປະຈໍາວັນພົບວ່າຜູ້ສໍາເລັດການສຶກສາມີຄວາມເພີ່ງພໍໃຈໃນລະດັບປານກາງ ແລະ ຕ້ອງການໃຫ້ເພີ່ມທັກສະໃນການນໍາໃຊ້ຂໍ້ມູນຂ່າວສານໃຫ້ຫຼາຍຂຶ້ນ; ສ້າງຄວາມຊິນເຄີຍໃນການສອນດ້ວຍການຝຶກສອນໃຫ້ຫຼາຍ, ການສອນຄວນນໍາໃຊ້ສື່ ແລະ ອຸປະກອນໃຫ້ຫຼາຍຂຶ້ນ.
ຄໍາສັບສໍາຄັນ: ຜູ້ສໍາເລັດການສຶກສາ, ຄະນະສຶກສາສາດ ແລະ ມະຫາ ວິທະຍາໄລແຫ່ງຊາດ.