ຜົນກະທົບຈາກການຈັດການ Logistic (ລົດໄຟລາວ-ຈີນ) ຕໍ່ຜົນການດໍາເນີນງານຂອງທຸລະກິດຂະໜາດນ້ອຍ ແລະ ກາງ, ກໍລະນີສຶກສາ: ເມືອງໄຊ ແຂວງອຸດົມໄຊ ແລະ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ
The Impact of Logistics Management Practices (Laos-China railway) on Small and Medium Enterprises Performance. Case Study: Xay District, Oudomxay Province and Louang namtha Distric Louang namtha Provice
DOI:
https://doi.org/10.71026/ss.2025.02014Keywords:
ໂລຈິດສຕິກ, ທຸລະກິດຂະໜາດນ້ອຍ ເເລະ ກາງ, ລົດໄຟລາວ-ຈີນ, ເເຂວງອຸດົມໄຊ, ເເຂວງຫຼວງນໍ້າທາ.Abstract
ການສຶກສາຜົນກະທົບຈາກການຈັດການ Logistic (ລົດໄຟລາວ-ຈີນ) ຕໍ່ຜົນການດໍາເນີນງານຂອງທຸລະກິດ ຂະໜາດນ້ອຍ ແລະ ກາງ, ກໍລະນີສຶກສາ: ເມືອງໄຊ ແຂວງອຸດົມໄຊ ແລະ ເມືອງຫຼວງນໍ້າທາ ເເຂວງຫຼວງນໍ້າທາ ມີຈຸດປະສົງເພື່ອສຶກສາຜົນກະທົບຈາກການຈັດການໂລຈິດສຕິກຕໍ່ກັບຜົນການດໍາເນີນງານຂອງທຸລະກິດຂະໜາດນ້ອຍ ແລະ ກາງຂະແໜງການບໍລິການ. ການເກັບກຳຂໍ້ມູນແມ່ນໃຊ້ວິທີກຳນົດແບບເຈາະຈົງ, ການວິເຄາະຂໍ້ມູນໂດຍນໍາໃຊ້ສະຖິຕິຄ່າຄວາມຖີ່, ສ່ວນຮ້ອຍ, ຄ່າສະເລ່ຍ ແລະ ຄ່າຜັນປ່ຽນມາດຕະຖານ.
ຜົນການຄົ້ນຄວ້າພົບວ່າ ຂໍ້ມູນວິສາຫະກິດສ່ວນຫຼາຍແມ່ນມີທຶນຈົດທະບຽນລະຫວ່າງ 100-500 ລ້ານກີບຈໍານວນ 127 ຄົນ ຄິດເປັນ 51.2 ສ່ວນຮ້ອຍ ແລະ ຕໍ່າກວ່າ 100 ລ້ານກີບຈຳນວນ 83 ຄົນ ຄິດເປັນ 33.5 ສ່ວນຮ້ອຍ, ມີອາຍຸຂອງທຸລະກິດລະຫວ່າງ 6-10 ປີຈຳນວນ 102 ຄົນ ຄິດເປັນ 41.1 ສ່ວນຮ້ອຍ ແລະ ອາຍຸ 1-5 ປີຈໍານວນ 67 ຄົນ ຄິດເປັນ 27.0 ສ່ວນຮ້ອຍ. ສ່ວນຫຼາຍແມ່ນມີຈໍານວນພະນັກງານ ລະຫວ່າງ 3-4 ຄົນຈໍານວນ 80 ຄົນ ຄິດເປັນ 32.3 ສ່ວນຮ້ອຍ ແລະ 5-6 ຄົນຈໍານວນ 62 ຄົນ ຄິດເປັນ 25.0 ສ່ວນຮ້ອຍ. ສ່ວນຫຼາຍແມ່ນມີລາຍຮັບຕໍ່ປີ ຕໍ່າກວ່າ 100 ລ້ານກີບຈໍານວນ 140 ຄົນ ຄິດເປັນ 56.5 ສ່ວນຮ້ອຍ.
ຜົນກະທົບຂອງການຈັດການໂລຈີສຕິກທີ່ມີຜົນຕໍ່ຜົນການດໍາເນີນງານຂອງທຸລະກິດທັງ 8 ດ້ານແມ່ນມີຄວາມເຫັນດີໃນລະດັບຫຼາຍ: ດ້ານການໃຫ້ບໍລິການແກ່ລູກຄ້າ ມີຄ່າສະເລ່ຍເທົ່າກັບ 4.19, ດ້ານການພະຍາກອນຄວາມຕ້ອງການຂອງລູກຄ້າ ມີຄ່າສະເລ່ຍເທົ່າກັບ 4.01, ດ້ານການສື່ສານ ແລະ ຂະບວນການສັ່ງຊື້ ມີຄ່າສະເລ່ຍເທົ່າກັບ 4.00, ດ້ານການຂົນສົ່ງທາງລົດໄຟ ມີຄ່າສະເລ່ຍເທົ່າກັບ 3.96, ດ້ານກິດຈະກຳການຈັດຊື້ ມີຄ່າສະເລ່ຍເທົ່າກັບ 3.95, ດ້ານການບໍລິຫານສາງສິນຄ້າ ມີຄ່າສະເລ່ຍເທົ່າກັບ 3.94, ດ້ານການຂົນສົ່ງ ມີຄ່າສະເລ່ຍເທົ່າກັບ 3.90 ແລະ ດ້ານໂລຈີສຕິກຍ້ອນກັບ ມີຄ່າສະເລ່ຍເທົ່າກັບ 3.86.



