ການປະລະການຮຽນຂອງນັກຮຽນເພດຍິງ ຊັ້ນມັດທະຍົມສຶກສາຕອນຕົ້ນ ໃນເມືອງເລົ່າງາມ ແຂວງ ສາລະວັນ
Female student’ Drop-outs of Lower Secondary School in Laongam DistrictSalavanh Province
DOI:
https://doi.org/10.71026/ss.2024.01013Keywords:
ປັດໄຈ, ການປະລະການຮຽນ, ນັກຮຽນເພດຍິງ, ການແກ້ບັນຫາການປະລະການຮຽນAbstract
ການຄົ້ນຄວ້າໃນຄັ້ງນີ້ມີຈຸດປະສົງເພື່ອ 1) ເພື່ອສຶກສາປັດໄຈທີ່ມີຜົນຕໍ່ການປະລະການຮຽນຂອງນັກຮຽນເພດຍິງ ຊັ້ນມັດທະຍົມສຶກສາຕອນຕົ້ນ ໃນເມືອງເລົ່າງາມ ແຂວງ ສາລະວັນ; 2) ເພື່ອສຶກສາຂໍ້ສະເໝີແນະໃນການແກ້ໄຂການປະລະການຮຽນຂອງນັກຮຽນເພດຍິງ ຊັ້ນມັດທະຍົມສຶກສາຕອນຕົ້ນ ໃນເມືອງເລົ່າງາມ ແຂວງ ສາລະວັນ. ກຸ່ມຕົວຢ່າງແມ່ນຄູສອນ 51 ຄົນ ແລະ ນັກຮຽນເພດຍິງ 334 ຄົນ ໃນຂັ້ນມັດທະຍົມຕົ້ນໃນເມືອງເລົ່າງາມ ແຂວງ ສາລະວັນ ເຄື່ອງມືທີ່ໃຊ້ໃນການເກັບກໍາຂໍ້ມູນ ເປັນແບບສອບຖາມ ແບບມາດຕາສ່ວນປະມານຄ່າ 5 ລະດັບ ໃນ 4 ດ້ານຄື: 1) ປັດໄຈສ່ວນຕົວຂອງນັກຮຽນ; 2) ປັດໄຈດ້ານສະພາບແວດລ້ອມໃນໂຮງຮຽນ; 3) ປັດໄຈດ້ານສະພາບຄອບຄົວ ແລະ 4) ປັດໄຈດ້ານວັດທະນະທຳ-ສັງຄົມ. ການວິເຄາະຂໍ້ມູນ ໂດຍໃຊ້ໂປຼແກຼມຄອມພິວເຕີສຳເລັດຮູບ ຫາຄ່າຄວາມຖີ່ ແລະ ສ່ວນຮ້ອຍ, ຄ່າສະເລ່ຍ (Mean) ແລະ ຄ່າຜັນປ່ຽນມາດຕະຖານ (S.D) ແລະ ວິເຄາະຂໍ້ມູນແບບປາຍເປີດແບບລຽງຄວາມກ່ຽວກັບ ປັດໄຈທີ່ມີຜົນຕໍ່ການປະລະການຮຽນຂອງນັກຮຽນເພດຍິງ ຊັ້ນມັດທະຍົມສຶກສາຕອນຕົ້ນ ໃນເມືອງເລົ່າງາມ ແຂວງ ສາລະວັນ. ຜົນການຄົ້ນຄວ້າພົບວ່າ: ປັດໄຈທີ່ມີຜົນຕໍ່ການປະລະການຮຽນຂອງນັກຮຽນເພດຍິງ ຊັ້ນມັດທະຍົມສຶກສາຕອນຕົ້ນ ໃນເມືອງເລົ່າງາມ ແຂວງ ສາລະວັນ ຕາມຄວາມຄິດເຫັນຂອງຄູສອນໂດຍລວມ ແລະ ແຕ່ລະດ້ານຢູ່ໃນລະດັບໜ້ອຍ ຍົກເວັ້ນດ້ານປັດໄຈດ້ານວັດທະນະທຳ-ສັງຄົມ ແມ່ນຢູ່ໃນລະດັບໜ້ອຍທີ່ສຸດ ສ່ວນປັດໄຈທີ່ມີຜົນຕໍ່ການປະລະການຮຽນຂອງນັກຮຽນເພດຍິງ ຊັ້ນມັດທະຍົມສຶກສາຕອນຕົ້ນ ໃນເມືອງເລົ່າງາມ ແຂວງ ສາລະວັນ ຕາມຄວາມຄິດເຫັນຂອງນັກຮຽນພົບວ່າ ໂດຍລວມ ແລະ ທຸກດ້ານຢູ່ໃນລະດັບໜ້ອຍ ຍົກເວັ້ນດ້ານ ປັດໄຈດ້ານສະພາບຄອບຄົວ ແມ່ນຢູ່ໃນລະດັບປານກາງ.



