ປັດໄຈທີ່ສົ່ງຜົນຕໍ່ການຮຽນຄະນິດສາດຂອງນັກສຶກສາຄູຄະນິດສາດໃນສະຖານການສຶກສາຄູໃນ ສປປ ລາວ
The factors affecting learning Mathematics of Student-teachers in Teacher Education Institution, Lao PDR
DOI:
https://doi.org/10.71026/ss.2024.01012Keywords:
ຜົນການຮຽນ, ປັດໄຈດ້ານຂໍ້ມູນທົ່ວໄປ, ປັດໄຈດ້ານຜູ້ຮຽນ, ປັດໄຈພາຍໃນ, ປັດໄຈພາຍນອກAbstract
ໃນການຄົ້ນຄວ້າຄັ້ງນີ້ເພື່ອສຶກສາປັດໄຈທີ່ສົ່ງຜົນຕໍ່ກັບຜົນການຮຽນຂອງນັກສຶກສາຄູຄະນິດສາດ ໃນສະຖານການສຶກສາຄູໃນ ສປປ ລາວ ໂດຍສະເພາະແມ່ນປັດໄຈທີ່ເປັນສິ່ງກີດຂວາງຜົນການຮຽນຂອງນັກສຶກສາ ພ້ອມກັບສຶກສາປັດໄຈທີ່ສົ່ງຜົນຕໍ່ກັບຜົນການຮຽນຂອງນັກສຶກສາ ເມື່ອຈໍາແນກຕາມເພດ, ປະເພດຂອງນັກສຶກສາ (ໃນແຜນ ແລະ ນອກແຜນ), ອາຍຸ ແລະ ຂັ້ນຮຽນ ຕາມ 3 ປັດໄຈຫຼັກຄື: ຜູ້ຮຽນ (ນັກສຶກສາ), ປັດໄຈພາຍໃນ (ສະຖານສຶກສາ) ແລະ ປັດໄຈພາຍນອກ. ກຸ່ມເປົ້າໝາຍໃນການຄົ້ນຄວ້າແມ່ນນັກສຶກສາຄູຄະນິດສາດຕັ້ງແຕ່ປີທີ 1-4 ໃນສະຖານການສຶກສາຄູໃນ ສປປ ລາວ ເຊິ່ງມີຈໍານວນທັງໝົດ 124 ຄົນ ເປັນຍິງ 81 ຄົນ ແລະ ຊາຍ 43 ຄົນ. ເຄື່ອງມືທີ່ໃຊ້ໃນການຄົ້ນຄວ້າຄັ້ງນີ້ແມ່ນແບບສອບຖາມ ມາດຕາສ່ວນປະເມີນຄ່າຕາມ 5 ລະດັບ ໂດຍມີການຫາຄ່າຄວາມເຊື່ອໝັ້ນຂອງແບບສອບຖາມ. ສະຖິຕິທີ່ໃຊ້ໃນການຄົ້ນຄວ້າແມ່ນການຫາຄ່າຄວາມຖີ່ (Frequency), ຄ່າສ່ວນຮ້ອຍ (Percentage). ຄ່າສະເລ່ຍ (Mean), ຄ່າຜັນປ່ຽນມາດຕະຖານ (Standard Deviation) ແລະ ມີການທົດສອບຄ່າ T-test ແລະ F-Test ໂດຍໃຊ້ໂປຣແກຣມຄອມພິວເຕີສໍາເລັດຮູບ. ສໍາລັບຂໍ້ມູນທີ່ໄດ້ຈາກແບບສອບຖາມປາຍເປີດ ຄະນະຄົ້ນຄວ້າໄດ້ສະຫຼຸບ ແລະ ສັງລວມ ແລ້ວພັນລະນາໂດຍການຂຽນເປັນແບບລຽງຄວາມ.
ຜົນການວິເຄາະຂໍ້ມູນກ່ຽວກັບປັດໄຈທີ່ສົ່ງຜົນຕໍ່ກັບຜົນການຮຽນຂອງນັກສຶກສາ ຂອງນັກສຶກສາຄູຄະນິດສາດ ໃນສະຖານການສຶກສາຄູໃນ ສປປ ລາວພົບວ່າ ປັດໄຈທີ່ສົ່ງຜົນຕໍ່ກັບຜົນການຮຽນຂອງນັກສຶກສາຄູຄະນິດສາດ ໃນສະຖານການສຶກສາຄູໃນ ສປປ ລາວ ໂດຍລວມ ຜົນການຮຽນຂອງນັກສຶກສາໄດ້ຮັບຜົນກະທົບຈາກປັດໄຈຕ່າງໆໃນລະດັບຫຼາຍ. ເມື່ອພິ ຈາລະນາໃນແຕ່ລະດ້ານ ພົບວ່າປັດໄຈພາຍນອກ ແລະ ປັດໄຈທາງດ້ານຜູ້ຮຽນສົ່ງຜົນຕໍ່ກັບຜົນການຮຽນໃນລະດັບຫຼາຍ, ປັດໄຈພາຍໃນສົ່ງຜົນຕໍ່ກັບຜົນການຮຽນຂອງນັກສຶກສາໜ້ອຍກວ່າໝູ່ເຊິ່ງສົ່ງຜົນໃນລະດັບປານກາງ. ຜົນການທົດສອບປັດໄຈທີ່ສົ່ງຜົນຕໍ່ຜົນການຮຽນຂອງນັກສຶກສາ ຈໍາແນກຕາມເພດ ເພດຕ່າງກັນບໍ່ສົ່ງຜົນຕໍ່ກັບຜົນການຮຽນຂອງນັກສຶກສາ ຢ່າງມີຄວາມສໍາຄັນທາງສະຖິຕິທີ່ລະດັບ 0.05. ຜົນການທົດສອບປັດໄຈທີ່ສົ່ງຜົນຕໍ່ກັບຜົນການຮຽນຂອງນັກສຶກສາ ຈໍາແນກຕາມອາຍຸ ອາຍຸຕ່າງບໍ່ສົ່ງຜົນຕໍ່ກັບຜົນການຮຽນຂອງນັກສຶກສາ ຢ່າງມີຄວາມສໍາຄັນທາງສະຖິຕິທີ່ລະດັບ 0.05.
ຜົນການທົດສອບປັດໄຈທີ່ສົ່ງຜົນຕໍ່ກັບຜົນການຮຽນຂອງນັກສຶກສາ ຈໍາແນກຕາມປະເພດນັກສຶກສາ ປະເພດນັກສຶກສາຕ່າງກັນຈະສົ່ງຜົນຕໍ່ກັບຜົນການຮຽນຂອງນັກສຶກສາ ຢ່າງມີຄວາມສໍາຄັນທາງສະຖິຕິທີ່ລະດັບ 0.05. ຜົນການທົດສອບປັດໄຈທີ່ສົ່ງຜົນຕໍ່ກັບຜົນການຮຽນຂອງນັກສຶກສາ ຈໍາແນກຕາມຂັ້ນຮຽນ ຂັ້ນຮຽນຕ່າງກັນບໍ່ສົ່ງຜົນຕໍ່ກັບຜົນການຮຽນຂອງນັກສຶກສາ ຢ່າງມີຄວາມສໍາຄັນທາງສະຖິຕິທີ່ລະດັບ 0.05.
ຜົນການທົດສອບປັດໄຈທີ່ສົ່ງຜົນຕໍ່ກັບຜົນການຮຽນຂອງນັກສຶກສາພົບວ່າ ປັດໄຈດ້ານຜູ້ຮຽນຄ່າສະຖິຕິ T = 0.858 ແລະ Sig. = 0.000, ປັດໄຈພາຍໃນຄ່າສະຖິຕິ T = 0.840 ແລະ Sig. = 0.000 ແລະ ປັດໄຈພາຍນອກ ຄ່າສະຖິຕິ T = 0.317 ແລະ Sig. = 0.00 ເຊິ່ງນ້ອຍກວ່າ α (0.05) ທຸກດ້ານ. ສະນັ້ນ ຜົນທີ່ໄດ້ຮັບຖືວ່າສອດຄ່ອງກັບສົມມຸດຖານທີ່ຕັ້ງໄວ້. ໝາຍຄວາມວ່າປັດໄຈແຕ່ລະປັດໄຈສົ່ງຜົນຕໍ່ກັບຜົນການຮຽນຂອງນັກສຶກສາ ຢ່າງມີຄວາມສໍາຄັນທາງສະຖິຕິທີ່ລະດັບ 0.05.



