ຄຸນນະພາບການບໍລິການ ແລະ ຄວາມຈົງຮັກພັກດີຂອງລູກຄ້າທີ່ມາໃຊ້ບໍລິການຮ້ານອາຫານ ໝີ່ທ່າຫີນ (ນະຄອນປາກເຊ ແຂວງຈໍາປາສັກ)

Service Quality and Customer Loyalty of Mie Tha Heen Restaurant (Pakse City, Champasak Province)

Authors

  • Santhana LEKTHABANDITH Faculty of Economics and Business Management, National University of Laos Author
  • Anousone CHANTHILATH Faculty of Economics and Business Management, National University of Laos Author
  • Noyphouvan SYAPHAY Faculty of Economics and Business Management, National University of Laos Author
  • Venepheth SAYAVONG Faculty of Economics and Business Management, National University of Laos Author
  • Phoneaphay xayavong Faculty of Economics and Business Management, National University of Laos Author
  • Keoladda lianepaseuth Faculty of Economics and Business Management, National University of Laos Author

DOI:

https://doi.org/10.71026/ss.2025.01007

Keywords:

ຄຸນນະພາບການບໍລິການ,  ຄວາມຈົງຮັກພັກດີ, ລູກຄ້າ ແລະ ຮ້ານອາຫານໝີ່ທ່າຫີນ

Abstract

ການຄົ້ນຄ້ວາມີຈຸດປະສົງ:1) ສຶກສາລະດັບຄວາມສຳຄັນຂອງຄຸນນະພາບໃນການບໍລິການຂອງຮ້ານອາຫານໝີ່ທ່າຫີນ, 2) ສຶກສາລະດັບຄວາມສຳຄັນຂອງຄວາມຈົງຮັກພັກດີຂອງລູກຄ້າໃນການໃຊ້ບໍລິການຮ້ານອາຫານໝີ່ທ່າຫີນ. ການສຶກສາຕຄັ້ງນີ້ເປັນການສຶກສາທາງດ້ານປະລິມານໂດຍໃຊ້ແບບຊອບຖາມຕົວຈິງໃນການເກັບກໍາຂໍ້ມູນ ໂດຍຈໍາແນກຕາມປັດໃຈສ່ວນບຸກຄົນຄື: ເພດ, ອາຍຸ, ລະດັບການສຶກສາ, ອາຊີບ ແລະ ລາຍໄດ້ສະເລ່ຍຕໍ່ເດືອນ ປະຊາກອນທີ່ໃຊ້ໃນການສຶກສາແມ່ນລູກຄ້າທີ່ມາໃຊ້ບໍລິການຮ້ານອາຫານໝີ່ທ່າຫີນ (ເມືອງປາກເຊ, ແຂວງຈໍາປາສັກ) ທີ່ບໍ່ຮູ້ຈໍານວນ ໄດ້ກຸ່ມຕົວຢ່າງ ຈໍານວນ 385 ຕົວຢ່າງເຊິ່ງໄດ້ວິເຄາະຂໍ້ມູນມາໂດຍ IBM SPSS Statistics ສະຖິຕິທີ່ໃຊ້ໃນການວິເຄາະຂໍ້ມູນໄດ້ແກ່ ຄ່າຄວາມຖີ່, ຄ່າສະເລ່ຍ, ຄ່າສ່ວນຮ້ອຍ ແລະ ຄ່າຜັນປ່ຽນມາດຕະຖານ. ຜົນການວິເຄາະຂໍ້ມູນພົບວ່າສ່ວນຫຼາຍລູກຄ້າທີ່ມາໃຊ້ບໍລິການແມ່ນ ເພດຍິງ, ມີອາຍຸລະຫວ່າງ 20-30 ປີ, ມີສະຖານະພາບໂສດ, ມີລະດັບການສຶກສາປະລິນຍາຕີ, ເປັນພະນັກງານເອກະຊົນ ແລະ ມີລາຍໄດ້ຕໍ່ເດືອນ 5,000,001 ກີບຂື້ນໄປ. ລະດັບຄວາມສໍາຄັນຂອງຄຸນນະພາບການບໍລິການຂອງຮ້ານອາຫານ ໜີ່ທ່າຫີນ ເມືອງ ປາກເຊ ແຂວງ ຈໍາປາສັກ ໂດຍລວມແມ່ນຢູ່ໃນລະດັບຄວາມສໍາຄັນຫຼາຍ ແລະ ເມື່ອພິຈາລະນາແຕ່ລະດ້ານພົບວ່າລະດັບຄວາມສໍາຄັນຢູ່ໃນລະດັບຄວາມສໍາຄັນຫຼາຍທຸກດ້ານ ໂດຍລຽງຕາມລໍາດັບແຕ່ຫຼາຍຫາໜ້ອຍດັ່ງນີ້: ດ້ານຄວາມເປັນຮູບປະທໍາຂອງການບໍລິການຢູ່ໃນລະດັບຄວາມສໍາຄັນຫຼາຍ, ຮອງລົງມາແມ່ນດ້ານຄວາມໜ້າເຊື່ອຖືຢູ່ໃນລະດັບຄວາມສໍາຄັນຫຼາຍ, ຮອງລົງມາແມ່ນດ້ານການຕອບສະໜອງຕໍ່ລູກຢູ່ໃນລະດັບຄວາມສໍາຄັນຫຼາຍ, ຮອງລົງມາແມ່ນດ້ານການຮູ້ຈັກ ແລະ ເຂົ້າໃຈລູກຄ້າຢູ່ໃນລະດັບຄວາມສໍາຄັນຫຼາຍ ແລະ ສຸດທ້າຍດ້ານການໃຫ້ຄວາມເຊື່ອໝັ້ນຕໍ່ລູກຄ້າຢູ່ໃນລະດັບຄວາມສໍາຄັນຫຼາຍ. ລະດັບຄວາມສໍາຄັນຂອງຄວາມຈົງຮັກພັກດີຂອງລູກຄ້າທີ່ມາໃຊ້ບໍລິການຮ້ານອາຫານ ໜີ່ທ່າຫີນ ເມືອງ ປາກເຊ ແຂວງ ຈໍາປາສັກ ໂດຍລວມແມ່ນຢູ່ໃນລະດັບຄວາມສໍາຄັນຫຼາຍ ແລະ ເມື່ອພິຈາລະນາແຕ່ລະດ້ານພົບວ່າລະດັບຄວາມສໍາຄັນຢູ່ໃນລະດັບຄວາມສໍາຄັນຫຼາຍ ແລະ ປານກາງ ໂດຍລຽງຕາມລໍາດັບແຕ່ຫຼາຍຫາໜ້ອຍດັ່ງນີ້: ດ້ານເຕັມໃຈທີ່ຈະບອກຕໍ່ຄົນອື່ນຢູ່ໃນລະດັບຄວາມສໍາຄັນຫຼາຍ, ຮອງລົງມາແມ່ນດ້ານຍິນດີຈ່າຍລາຄາແພງຢູ່ໃນລະດັບຄວາມສໍາຄັນຫຼາຍ, ຮອງລົງມາແມ່ນດ້ານທັກສະນະຄະຕິທີ່ດີຕໍ່ຮ້ານອາຫານຢູ່ໃນລະດັບຄວາມສໍາຄັນຫຼາຍ, ຮອງລົງມາແມ່ນດ້ານານຄິດຮອດຮ້ານອາຫານນີ້ເປັນແຫ່ງທໍາອິດຢູ່ໃນລະດັບຄວາມສໍາຄັນຫຼາຍ ແລະ ສຸດທ້າຍດ້ານການກັບມາໃຊ້ບໍລິການຊໍ້າອີກຄັ້ງຢູ່ໃນລະດັບຄວາມສໍາຄັນປານກາງ.

Downloads

Download data is not yet available.

Downloads

Published

2025-06-28

How to Cite

LEKTHABANDITH, S. ., CHANTHILATH , A. ., SYAPHAY, N. ., SAYAVONG, V. ., xayavong, P. ., & lianepaseuth, K. . (2025). ຄຸນນະພາບການບໍລິການ ແລະ ຄວາມຈົງຮັກພັກດີຂອງລູກຄ້າທີ່ມາໃຊ້ບໍລິການຮ້ານອາຫານ ໝີ່ທ່າຫີນ (ນະຄອນປາກເຊ ແຂວງຈໍາປາສັກ): Service Quality and Customer Loyalty of Mie Tha Heen Restaurant (Pakse City, Champasak Province). ວາລະສານວິທະຍາສາດສັງຄົມ, 25(1), 50-61. https://doi.org/10.71026/ss.2025.01007

Similar Articles

101-107 of 107

You may also start an advanced similarity search for this article.