ວິທີເຊື່ອມໂຍງຄວາມໃນພະລາຊະໂອວາດຂອງພະຍາຟ້າງຸ່ມ
Cohesion in the Royal Teachings of King Fa Ngum
DOI:
https://doi.org/10.71026/ss.2025.01011Keywords:
ວິທີເຊື່ອມໂຍງຄວາມ, ພະລາຊະໂອວາດ ແລະ ພະຍາຟ້າງຸ່ມ.Abstract
ການສຶກສາຄັ້ງນີ້ ມີຈຸດປະສົງສຶກສາການເຊື່ອມໂຍງຄວາມທາງໄວຍາກອນ ແລະ ການເຊື່ອມໂຍງທາງຄຳສັບໃນພະລາຊະໂອວາດຂອງພະຍາຟ້າງຸ່ມ, ເຊິ່ງຜູ້ສຶກສາໄດ້ນໍາໃຊ້ທິດສະດີການເຊືື່ອມໂຍງຄວາມ (Cohesion) ເພື່ອສຶກສາບົດພະລາຊະໂອວາດທີ່ພະຍາຟ້າງຸ່ມກ່າວໃນໂອກາດສະເຫຼີມ ສະຫຼອງໄຊ ການສະຖາປະນາອານາຈັກລ້ານຊ້າງ. ຜົນການສຶກສາພົບວ່າ: ພະລາຊະໂອວາດຂອງພະຍາຟ້າງຸ່ມມີຄວາມເປັນເອກະພາບດ້ານຄໍາສັບ ແລະ ມີໂຄງສ້າງດ້ານເນື້ອໃນ. ໃນນີ້, ວິທີເຊື່ອມໂຍງຄວາມເພື່ອໃຫ້ບົດມີຄວາມເປັນເອກະພາບ ປະກອບມີ 5 ວິທີຄື: ຄວາມເປັນເອກະພາບທາງດ້ານປະໂຫຍກຕໍ່ກັນ (Lexical Cohesion), ການເຊື່ອມໂຍງທາງໄວຍາກອນ (Grammatical Cohesion), ການເຊື່ອມໂຍງທາງເນື້ອຫາ (Thematic Cohesion), ການເຊື່ອມໂຍງທາງໂຄງສ້າງ (Structural Cohesion) ແລະ ການເຊື່ອມໂຍງທາງປະຫວັດສາດ (Historical Cohesion).



