ສຶກສາຄວາມສາມາດທາງດ້ານວິຊາການຂອງບຸກຄະລາກອນຂອງສະຖານການສຶກສາ ແລະ ສະຖາບັນຄົ້ນຄວ້າໃນ ສປປ ລາວ

Academic Capability of Civil Servants in Education and Research Institutes in Laos

Authors

  • Bouasone Sengsourivong Faculty of Economics and Business Management, National University of Laos Author
  • Viliyasack Sisouphanhthong Faculty of Economics and Business Management, National University of Laos Author
  • Vathsana Dethleuxay Faculty of Economics and Business Management, National University of Laos Author
  • Souksakhone Sengsourivong Laos-Japan Human Resource Development Institute, National University of Laos Author
  • Thatniyom Souksone Faculty of Economics and Business Management, National University of Laos Author

DOI:

https://doi.org/10.71026/ss.2025.01010

Keywords:

ບົດຄົ້ນຄ້ວາ, ການຂຽນປື້ມ, ການນໍາສະເໜີບົດ 

Abstract

ໃນການສຶກສາຄວາມສາມາດທາງດ້ານວິຊາການຂອງບັນດພະນັກ ງານໃນສະຖານການສຶກສາ ແລະ ສະຖາບັນຄົ້ນຄວ້າໃນ ສປປ ລາວ. ຜົນຂອງການສຶກສາພົບວ່າບຸກຄະລາກອນທີ່ມີຜົນງານທາງດ້ານວິ ຊາການແມ່ນ ມີຫຼາຍກວ່າບຸກຄະລາກອນທີ່ບໍ່ມີຜົນງານທາງດ້ານວິຊາການ, ເຊິ່ງສະແດງໃຫ້ເຫັນວ່າບຸກຄະລາກອນທີ່ເຄີຍ ເຂົ້າຮ່ວມກອງປະຊຸ່ມວິຊາການກວມເຖິງ 66.74 ສ່ວນຮ້ອຍ, ຂຽນປື້ມຕຳລາ ແລະ ການເຄີຍເຮັດບົດຄົ້ນຄວ້າຜ່ານມາແມ່ນກວມເຖິງ 62.68 ສ່ວນຮ້ອຍ ແລະ 53.36 ສ່ວນຮ້ອຍ, ຕາມລຳດັບ. ບຸກຄະລາກອນສ່ວນ ໃຫຍ່ໄດ້ຮັບການເຝຶກອົບຮົມໃນການເຮັດຄົ້ນຄວ້າສູງເຖິງ 75 ສ່ວນຮ້ອຍ ແລະ ບຸກຄະລາກອນທີມີວຸດທິການ ສຶກສາລະດັບປະລິນຍາໂທທີ່ໄດ້ເຂົ້າ ຮ່ວມກອງປະຊຸມວິຊາການແມ່ນມີຫຼາຍທີ່ສຸດລວມມີ 456 ເທື່ອຄົນ.  ນອກຈາກນັ້ນບຸກຄະລາກອນທີ່ມີຄວາມສາມາດໃນການນຳໃຊ້ພາສາອັງກິດແມ່ນສາມາດຂຽນບົດຄົ້ນຄວ້າ ແລະ ນໍາສະເໜີບົດຄົ້ນຄວ້າໄດ້ດີແມ່ນມີຈໍານວນຫຼາຍທີ່ສຸດ. ບຸກຄະລາກອນທີ່ມີຕໍາແໜ່ງທາງວິຊາການທີ່ ເປັນຜູ່ຊ່ວຍອາຈານ, ອາຈານ ແລະ ຮອງສາດສະດາຈານແມ່ນເຮັດການຄົ້ນຄ້ວາ ແລະ ຂຽນປຶ້ມຕໍາລາຫຼາຍ. ດັ່ງນັ້ນ, ຄະນະນໍາມະຫາວິທະຍາໄລໂດຍສະເພາະມະຫາວິທະຍາໄລຂອງລັດທັງ 4 ແຫ່ງ ຄວນມີນະໂຍບາຍ ເພື່ອສົ່ງເສີມໃຫ້ຄູອາຈານຮຽນພາສາອັງກິດ ແລະ ມີຕໍາແໜ່ງທາງວິຊາການຈຶ່ງໃຫ້ມີເຂົາເຈົ້າມີທັກສະ ແລະ ຄວາມສາມາດທາງດ້ານວິຊາການຫຼາຍຂຶ້ນ.

Downloads

Download data is not yet available.

Downloads

Published

2025-06-30

How to Cite

Sengsourivong, B. ., Sisouphanhthong, V. ., Dethleuxay, V. ., Sengsourivong, S. . ., & Souksone, T. (2025). ສຶກສາຄວາມສາມາດທາງດ້ານວິຊາການຂອງບຸກຄະລາກອນຂອງສະຖານການສຶກສາ ແລະ ສະຖາບັນຄົ້ນຄວ້າໃນ ສປປ ລາວ: Academic Capability of Civil Servants in Education and Research Institutes in Laos. ວາລະສານວິທະຍາສາດສັງຄົມ, 25(1), 77-86. https://doi.org/10.71026/ss.2025.01010

Similar Articles

1-10 of 107

You may also start an advanced similarity search for this article.