ບົດບາດ ຂອງສະພາແຫ່ງຊາດໃນການຕິດຕາມກວດກາອົງການບໍລິຫານ, ກໍລະນີສຶກສາ ການນຳໃຊ້ງົບປະມານຂອງລັດ

THE ROLE OF NATIONAL ASSEMBLY ON MONITERING PUBLIC ADMINISTRATION AUTHORITY CASE STDUY ON STATE BUDGET EXPENDITURE

Authors

  • Bykhamtan INSOULISACK National Institute of Justice Author
  • Boonkham SALIMARD National Institute of Justice Author
  • Littaphone PHOMMAKEO National Institute of Justice Author
  • Sivay THUMMACHUCK National Institute of Justice Author
  • Thongly DOUANGDOUANE National Institute of Justice Author

DOI:

https://doi.org/10.71026/ss.2025.02001

Keywords:

ການກວດກາ,ການປະຕິບັດກົດໝາຍ, ສະພາແຫ່ງຊາດ

Abstract

ການຄົ້ນຄ້ວາ ມີຈຸດປະສົງສຶກສານິຕິ​ກຳທີ່ສະພາ​ແຫ່ງ​ຊາດ​ໃຊ້​ການ​ຕິດຕາມ​ກວດກາອົງການບໍລິຫານ, ສຶກສາ​ ບັນຫາ ​ແລະ ອຸປະສັກ​ໃນ​ການ​ຕິດຕາມ​ກວດກາ ຂອງ​ສະພາ​ແຫ່ງ​ຊາດ​ຕໍ່​ອົງການ​ບໍລິຫານ ກ່ຽວກັບການນຳໃຊ້ງົບປະມານຂອງລັດ ແລະ ສຶກສາ ວິທີ​ການ​ ​ແລະ ຂັ້ນ​ຕອນ​ໃນ​ການ​ແກ້​ໄຂບັນຫາ ​ແລະ ອຸປະສັກ​ໃນ​ການ​ຕິດຕາມ​ກວດກາກ່ຽວກັບການນຳໃຊ້ງົບປະມານຂອງລັດ ຂອງສະພາ​ແຫ່ງ​ຊາດຕໍ່​ອົງການ​ບໍລິຫານ​. ການສຶກສານີ້ນຳໃຊ້ການສຶກສາ ແບບປະສົມປະສານ ລະຫວ່າງປະລິມານ ແລະ ຄຸນນະພາບ ໂດຍມີຂະໜາດຕົວຢ່າງ 100 ທ່ານ ທີ່ເຮັດວຽກຢູ່ກຳມາທິການແຜນການ, ການເງິນ ແລະ ການກວດສອບ, ກຳມາທິການກົດ     ໝາຍ, ກຳມາທິການຍຸຕິທຳ, ກຳມາທິການເສດຖະກິດເຕັກໂຕໂລຊີ ແລະ ສິ່ງແວດລ້ອມ, ກຳມາທິການວັດທະນະທໍາ-ສັງຄົມ ແລະ ກຳມາທິການບັນດາເຜົ່າ. ການວິເຄາະຂໍ້ມູນແບບປະລິມານຈາກແບບ ສອບຖາມ ແມ່ນຄິດ ໄລ່ເປັນຈຳນວນ ແລະ ສ່ວນຮ້ອຍ, ສ່ວນຂໍ້ມູນຈາກການສຳພາດ ແມ່ນການສັງລວມເປັນໝວດ ຄຳເຫັນ.

ຜົນການສຶກສາພົບວ່າ ຜູ້ຕອບແບບສອບຖາມ ຈໍານວນ 83% ເຫັນວ່າ ການຕິດຕາມ ກວດກາຂອງສະພາແຫ່ງຊາດຕໍ່ອົງການບໍລິຫານ ມີຄວາມສຳຄັນລະດັບຫຼາຍສຸດ, ຈໍານວນ 76% ເຫັນວ່າການຕິດຕາມກວດກາຂອງສະພາແຫ່ງຊາດຕໍ່ອົງການບໍລິຫານແມ່ນການຕິດຕາມງົບປະມານ ເໝາະສົມໃນລະດັບຫຼາຍສຸດ, ຈໍານວນ 69% ເຫັນວ່າເໝາະສົມລະດັບຫຼາຍວ່າ ກົດໝາຍວ່າດ້ວຍການຕິດຕາມກວດກາຂອງສະພາແຫ່ງຊາດ ລະບຸວ່າ ການຈັດ ຕັ້ງ ແລະ ບຸກຄົນ ທີ່ຕິດຕາມກວດກາ ໂດຍກອງປະຊຸມໂດຍສະ

 

ພາແຫ່ງຊາດ ປະກອບມີ ອົງການບໍລິຫານ.

ບັນຫາ ແລະ ອຸປະສັກ ໃນການຕິດຕາມກວດກາຂອງສະພາແຫ່ງຊາດຕໍ່ອົງການບໍລິຫານ ມີຫຼາຍຢ່າງ ຊຶ່ງຜູ້ຕອບແບບສອບຖາມ ຈໍານວນ 61% ເຫັນວ່າ ປະເພດກວດ ການທີ່ມີບັນຫາຫຼາຍກວ່າໝູ່ ແມ່ນການຕິດຕາມກວດກາແບບກະທັນຫັນ, ຈໍານວນ 60% ເຫັນວ່າ ຜ່ານມາເຄີຍມີກໍໍລະນີອົງການບໍລິຫານບໍ່ໃຫ້ຄວາມຮວ່ມມືໃນການລົງກວດກາພາໃຫ້ມີບັນຫາ ຫຼື ຊັກຊ້າແກ່ ຍາວລະດັບຫຼາຍ, ຈໍານວນ 57% ເຫັນວ່າ ຜ່ານມາມີກໍລະນີທີ່ອົງການບໍລິຫານຊຸກເຊື່ອງເອກະສານ ຫຼື ຂໍ້ມູນຫຼັກຖານພາໃຫ້ການກວດກາມີບັນຫາລະດັບຫຼາຍ ແລະ ຈໍານວນ 35% ເຫັນວ່າ ການດໍາເນີນ ການກວດກາເປັນທີ່ມີບັນຫາກວ່າໝູ່.

ຜູ້ໃຫ້ສຳພາດໃຫ້ທັດສະນະວ່າ ບັນຫາໃນການຕິດຕາມກວດກາຂອງສະພາແຫ່ງຊາດ ຕໍ່ອົງການບໍລິຫານ ມີຫຼາຍຢ່າງເຊັ່ນ ວິທີການຕິດຕາມກວດກາຍັງເຮັດບໍ່ໄດ້ດີ, ການແກ້ໄຂຜົນການ ກວດກາຍັງຊັກຊ້າ ແລະ ບໍ່ທັນການ, ພະນັກງານທີ່ເປັນເສນາທິການຍັງມີຄວາມຮູ້ ແລະ ປະສົບ ການຈໍາກັດ, ການບໍ່ປະຕິບັດຕາມແຜນການຕິດຕາມກວດກາ, ຂະແໜງການ ແລະ ທ້ອງຖິ່ນ ຍັງບໍ່ທັນໃຫ້ຄວາມຮ່ວມມືເທົ່າທີ່ຄວນ.

ຈາກຜົນຂອງການສຶກສາ ຈຶ່ງສະເໜີວ່າສະພາແຫ່ງຊາດ ຄວນອອກນິຕິກຳລຸ່ມກົດໝາຍ ເພື່ອນຳໃຊ້ໃນວຽກງານການຕິດ ຕາມ ກວດກາການນຳໃຊ້ງົບປະມານຂອງອົງການບໍລິຫານ, ການ ຕິດຕາມກວດກາຂອງສະພາແຫ່ງຊາດຕໍ່ການນໍາໃຊ້ງົບປະມານຂອງອົງການບໍລິຫານ ຄວນປະຕິບັດຕາມກົດ  ໝາຍຢ່າງເຂັ້ມງວດ, ດໍາເນີນໄປເປັນປົກກະຕິ ຕາມແຜນການ ບໍ່ໃຫ້ມີຄວາມລ້າຊ້າ, ສະພາແຫ່ງຊາດ ຄວນເພີ່ມຈໍານວນຄັ້ງໃນການກວດກາ ແລະ ງົບປະມານໃຫ້ສົມຄູ່ກັບ ໜ້າວຽກຕົວຈິງມີແຜນການຮອງຮັບເພື່ອການຕິດຕາມກວດກາກໍລະນີຮີບດ່ວນ, ມີການປະສານສົມທົບກັບອົງການກ່ຽວຂ້ອງ; ສະພາແຫ່ງຊາດ ຄວນມີມາດຕະການອັນເດັດ ຂາດ ໃນການແນະນຳໃຫ້ອົງການ ບໍລິ ຫານແກ້ໄຂຕາມຜົນຂອງການ; ອົງການບໍລິຫານ ຄວນໃຫ້ຄວາມຮ່ວມມືກັບສະພາແຫ່ງຊາດ ໃນການສະໜອງເອກະສານ ແກ່ການກວດກາ; ພະນັກງານຂອງສະພາແຫ່ງຊາດ ຄວນໄດ້ຮັບ ການຝຶກອົບຮົມກ່ຽວກັບວຽກງານກວດກາ ການນຳໃຊ້ງົບປະມານຂອງອົງການບໍລິຫານ ຢ່າງເປັນປະຈຳ; ສະພາແຫ່ງຊາດ ຄວນສະ ໜອງງົບປະມານ ໃສ່ວຽກງານກວດກາການນໍາໃຊ້ງົບປະມານ ຂອງອົງການບໍລິຫານ ໃຫ້ສົມຄູ່ກັບໜ້າວຽກຕົວຈິງ.

Downloads

Download data is not yet available.

Downloads

Published

2025-09-20

How to Cite

INSOULISACK, B. ., SALIMARD, B. ., PHOMMAKEO, L. ., THUMMACHUCK , S., & DOUANGDOUANE, T. (2025). ບົດບາດ ຂອງສະພາແຫ່ງຊາດໃນການຕິດຕາມກວດກາອົງການບໍລິຫານ, ກໍລະນີສຶກສາ ການນຳໃຊ້ງົບປະມານຂອງລັດ: THE ROLE OF NATIONAL ASSEMBLY ON MONITERING PUBLIC ADMINISTRATION AUTHORITY CASE STDUY ON STATE BUDGET EXPENDITURE. ວາລະສານວິທະຍາສາດສັງຄົມ, 25(2), 1-13. https://doi.org/10.71026/ss.2025.02001

Similar Articles

1-10 of 95

You may also start an advanced similarity search for this article.