ບົດບາດຂອງແມ່ຍິງໃນການພັດທະນາ ມະຫາວິທະຍາໄລແຫ່ງຊາດ
The Role of Women in the Development of the National University of Laos
DOI:
https://doi.org/10.71026/ss.2025.01009Keywords:
ບົດບາດຂອງແມ່ຍິງ, ການພັດທະນາແມ່ຍິງ, ພັດທະນາມະຫາວິທະຍາໄລແຫ່ງຊາດAbstract
ການຄົ້ນຄວ້າມີສອງຈຸດປະສົງຄື: 1) ສຶກສາບົດບາດຂອງແມ່ຍິງ ໃນການພັດທະນາມະຫາວິທະຍາໄລແຫ່ງຊາດ ໃນໄລຍະຜ່ານມາ ແລະ 2) ສຶກສາແນວທາງໃນການປັບປຸງບົດບາດຂອງແມ່ຍິງເພື່ອປະກອບສ່ວນໃນການພັດທະນາມະຫາວິທະຍາໄລແຫ່ງຊາດໃນອະນາຄົດ. ເປັນການຄົ້ນຄວ້າແບບປະສົມປະສານ (ປະລິມານ ແລະ ຄຸນນະພາບ) ແບບປະລິມານ, ກຸ່ມຕົວຢ່າງ ຈໍານວນ 268 ຄົນ. ສ່ວນການຄົ້ນຄວ້າແບບຄຸນນະພາບແມ່ນໄດ້ສໍາພາດກຸ່ມເປົ້າໝາຍທີ່ເປັນຕົວແທນແມ່ຍິງຈາກ 18 ພາກສ່ວນທີ່ມີປະສົບການ ແລະ ຄວາມຮັບຮູ້ ກ່ຽວກັບບົດບາດຂອງແມ່ຍິງໃນການປະກອບສ່ວນພັດທະນາມະຫາວິທະຍາໄລແຫ່ງຊາດໃນດ້ານຕ່າງໆ. ວິເຄາະຂໍ້ມູນໂດຍໃຊ້ໂປຣແກຣມສໍາເລັດຮູບທາງຄອມພີມເຕີ . ຜົນການຄົ້ນ ຄວ້າແບບປະລິມານພົບວ່າ: ບົດບາດຂອງແມ່ຍິງໃນການພັດທະນາມະຫາວິທະຍາໄລແຫ່ງຊາດ ໃນໄລຍະຜ່ານມາ ໂດຍລວມເຫັນວ່າ ແມ່ຍິງມີບົດບາດຫຼາຍສົມຄວນໃນການພັດທະນາມະຫາວິທະຍາ ໄລແຫ່ງຊາດ ("X" ̅"= 3.51,S.D = 0.45" ). ເມື່ອພິຈາລະນາແຕ່ລະດ້ານເຫັນວ່າ ບົດບາດຂອງແມ່ຍິງໃນການພັດທະນາມະຫາວິທະຍາ ໄລແຫ່ງຊາດ ດ້ານການເຂົ້າຮ່ວມປະຊຸມສໍາມະນາວິຊາການ ("X" ̅"= 4.16,S.D = 0.40" ) ແລະ ດ້ານວິຊາການ ("X" ̅"= 3.51,S.D = 0.30" ) ຜູ້ຕອບແບບສອບຖາມມີຄວາມຄິດເຫັນຕໍ່ບົດບາດຂອງແມ່ຍິງຢູ່ໃນລະດັບຫຼາຍ. ສ່ວນອີກ 2 ດ້ານແມ່ນແມ່ຍິງມີບົດບາດຢູ່ໃນລະດັບປານກາງ ຄື ດ້ານການຄົ້ນຄວ້າ("X" ̅"= 3.31,S.D = 0.55" ) ແລະ ດ້ານການບໍລິຫານ("X" ̅"= 3.29,S.D = 0.46" ). ຜົນການສຶກສາແບບຄຸນນະພາບໂດຍການສັງເຄາະຄວາມຄິດເຫັນຂອງຜູ້ຖືກສໍາພາດພົບວ່າ ບົດບາດແມ່ຍິງໃນການພັດທະນາມະຫາວິທະຍາໄລແຫ່ງຊາດ ໂດຍ ລວມເຫັນວ່າ ແມ່ຍິງມີບົດບາດຫຼາຍໃນການພັດທະນາມະຫາວິທະຍາໄລແຫ່ງຊາດ ຄືກັນກັບຜົນການຄົ້ນຄວ້າແບບປະລິມານ ແຕ່ເພີ່ມການສົ່ງເສີມແມ່ຍິງເຂົ້າໃນຕໍາແໜ່ງບໍລິຫານຂັ້ນຕ່າງໆໃຫ້ເຫັນໄດ້ສັດສ່ວນລະຫວ່າງຍິງ-ຊາຍ. ສໍາລັບການຄົ້ນຄວ້າກ່ຽວກັບຄໍາຖາມປາຍເປີດ ທີ່ມີຕໍ່ແນວທາງໃນການປັບປຸງບົດບາດຂອງແມ່ຍິງເພື່ອປະກອບສ່ວນໃນການພັດທະນາມະຫາວິທະຍາໄລແຫ່ງຊາດໃນອະນາຄົດ ປາກົດວ່າ ໃນຈໍານວນຜູ້ຕອບແບບສອບຖາມ ຈໍານວນ 268 ຄົນ ແມ່ນມີຜູ້ຕອບແບບສອບຖາມປາຍເປີດ 185 ຄົນ ເທົ່າກັບ 69.03 ສ່ວນຮ້ອຍ ຖືວ່າໃຊ້ໄດ້ ເນື່ອງຈາກຈໍານວນຜູ້ຕອບແບບສອບຖາມຫຼາຍກວ່າ 50 ສ່ວນຮ້ອຍ. ແນວທາງໃນການປັບປຸງບົດບາດດ້ານການເຂົ້າຮ່ວມກອງປະຊຸມສໍາມະນາວິຊາການ ຊີ້ໃຫ້ເຫັນວ່າ ແມ່ຍິງທຸກຄົນ ຄວນມີຄວາມທະເຍີທະຍານຂຶ້ນຕື່ມກ່ຽວກັບການເຂົ້າຮ່ວມກອງປະຊຸມສໍາມະນາວິຊາການ ເພື່ອປະກອບສ່ວນພັດທະນາມະຫາວິທະຍາໄລ ແລະ ຕົນເອງໄປພ້ອມໆກັນ. ແມ່ຍິງແຕ່ລະພາກສ່ວນຄວນເພີ່ມການປຸກລະດົມຂົນຂວາຍໃຫ້ມີການດໍາເນີນການຄົ້ນຄວ້າເພື່ອພັດທະນາແລງກິງຂອງມະຫາວິທະຍາໄລ. ແນວທາງໃນການປັບປຸງບົດບາດແມ່ຍິງດ້ານວິຊາການ ເຫັນວ່າຄວນມີການສົ່ງເສີມໃຫ້ພະນັກງານມີວິໄສທັດເບິ່ງກວ້າງເຫັນໄກຮູ້ວິທີການຈັດຕັ້ງປະຕິບັດວຽກງານພັດທະນາການສິດສອນໃຫ້ເອື້ອຍນ້ອງຍິງນໍາກັນ ເພື່ອນຳພາການປະຕິບັດໜ້າການສິດສອນໃຫ້ດີຂຶ້ນເລື້ອຍໆ ແລະ ຊ່ວຍໃຫ້ພະນັກງານເພດຍິງ ມີຄວາມຄິດເປັນເອກະພາບຕໍ່ແນວທາງນະໂຍບາຍຂອງພັກ-ລັດໃນເລື່ອງການພັດທະນາຊັບພະຍາກອນມະນຸດ. ສຸດທ້າຍແມ່ນການບໍລິຫານເຫັນວ່າອາຈານ-ພະນັກງານເພດຍິງຄວນມີການສົ່ງເສີມເອື້ອຍນ້ອງຍິງດ້ວຍກັນເພື່ອໃຫ້ແມ່ຍິງໄດ້ປະກອບສ່ວນໃນຕໍາແໜ່ງບໍລິຫານ ຂັ້ນສູງຫຼາຍກວ່າເກົ່າ.



