ຄຸນນະພາບຊີວິດຂອງຄົນເຈັບເປັນພະຍາດເບົາຫວານ ປະເພດ 2 ທີ່ມາຮັບບໍລິການຢູ່ໂຮງໝໍແຂວງວຽງຈັນ

Authors

  • Phayvanh Chanthanoulay ພາກວິຊາການແພດຊຸມຊົນ ແລະ ການແພດຄອບຄົວ, ຄະນະແພດສາດ, ມະຫາວິທະຍາໄລວິທະຍາສາດສຸຂະພາບ Author

DOI:

https://doi.org/10.71026/ss.2025.02016

Keywords:

ຄຸນນະພາບຊີວິດ, ພະຍາດເບົາຫວານປະເພດ 2, ໂຮງໝໍແຂວງວຽງຈັນ

Abstract

ພະຍາດເບົາຫວານເປັນພະຍາດຊຳເຮື້ອທີ່ກາຍເປັນບັນຫາສາທາລະນະສຸກທົ່ວໂລກ ແລະ ໃນ ສປປ ລາວ. ການສຶກສາຄັ້ງນີ້ມີຈຸດປະສົງເພື່ອສຶກສາຄຸນນະພາບຊີວິດຂອງຄົນເຈັບເປັນພະຍາດເບົາຫວານປະເພດ 2 ທີ່ມາຮັບບໍລິການຢູ່ໂຮງໝໍແຂວງວຽງຈັນ.ວິທີການສຶກສາ: ເປັນການສຶກສາແບບພັນລະນາຈຸດເວລາໃດໜຶ່ງ (Descriptive Cross-sectional Study). ກຸ່ມຕົວຢ່າງແມ່ນຄົນເຈັບພະຍາດເບົາຫວານປະເພດ 2 ຈຳນວນ 152 ຄົນ ທີ່ມາຮັບບໍລິການລະຫວ່າງວັນທີ 03/12/2022 ຫາ 12/07/2023. ເຄື່ອງມືທີ່ໃຊ້ແມ່ນແບບສອບຖາມ ແລະ ວິເຄາະຂໍ້ມູນດ້ວຍໂປຼແກຼມ STATA ver 16 ໂດຍໃຊ້ສະຖິຕິພັນລະນາ ແລະ ສະຖິຕິອ້າງອີງ.
ຜົນການສຶກສາ: ຜົນການສຶກສາພົບວ່າ ກຸ່ມຕົວຢ່າງສ່ວນຫຼາຍເປັນເພດຊາຍ (57.24%), ອາຍຸສະເລ່ຍ 62.02 ປີ. ດ້ານສຸຂະພາບພົບວ່າ ເປັນພະຍາດມາແລ້ວສະເລ່ຍ 8.96 ປີ, ມີອາການ

ແຊກຊ້ອນ 63.82% (ສ່ວນຫຼາຍແມ່ນບາດແຜທີ່ຕີນ ແລະ ໄຂ່ຫຼັງຊຸດໂຊມ). ຜົນການປະເມີນຄຸນນະພາບຊີວິດໂດຍລວມໃນແຕ່ລະດ້ານ (ຮ່າງກາຍ, ຈິດໃຈ, ເສດຖະກິດ-ສັງຄົມ, ແລະ ສິ່ງແວດລ້ອມ) ແມ່ນຢູ່ໃນລະດັບປານກາງ (ຄ່າສະເລ່ຍ 2.94, 3.13, 3.03, ແລະ 3.19 ຕາມລຳດັບ). ເມື່ອທົດສອບຄວາມສຳພັນພົບວ່າ ສະຖານທີ່ຢູ່ວິດອາໄສທີ່ຕ່າງກັນ ສົ່ງຜົນຕໍ່ຄຸນນະພາບຊີວິດທີ່ແຕກຕ່າງກັນຢ່າງມີຄວາມສຳຄັນທາງສະຖິຕິ (P-value = 0.03).
ສະຫຼຸບ: ຄຸນນະພາບຊີວິດຂອງຄົນເຈັບໂດຍພາບລວມຢູ່ໃນລະດັບປານກາງ ເຖິງ ດີ. ພາກສ່ວນສາທາລະນະສຸກຄວນວາງແນວ ທາງຊ່ວຍເຫຼືອ ແລະ ສົ່ງເສີມສຸຂະພາບຈິດ ແລະ ການເຂົ້າເຖິງການບໍລິການໃຫ້ດີຂຶ້ນ.

Downloads

Download data is not yet available.

Downloads

Published

2025-11-18

How to Cite

Chanthanoulay , P. . (2025). ຄຸນນະພາບຊີວິດຂອງຄົນເຈັບເປັນພະຍາດເບົາຫວານ ປະເພດ 2 ທີ່ມາຮັບບໍລິການຢູ່ໂຮງໝໍແຂວງວຽງຈັນ. ວາລະສານວິທະຍາສາດສັງຄົມ, 25(2), 138-146. https://doi.org/10.71026/ss.2025.02016

Similar Articles

51-60 of 107

You may also start an advanced similarity search for this article.