ປັດໄຈທີ່ມີຜົນກະທົບຕໍ່ກັບການອອມຂອງພະນັກງານຄູ ມະຫາວິທະຍາໄລແຫ່ງຊາດລາວ, ວິທະຍາເຂດດົງໂດກ
Factors Impact on Saving of Staffs at National University of LaosDong Dok Campus
DOI:
https://doi.org/10.71026/ss.2024.02005Keywords:
ລາຍຮັບ, ລາຍຈ່າຍ, ພຶດຕິກຳການອອມAbstract
ໃນການສຶກສາຄັ້ງນີ້ຂ້າພະເຈົ້າໄດ້ສຶກສາປັດໄຈທີ່ມີຜົນກະ ທົບຕໍ່ກັບການອອມຂອງພະນັກງານຄູ-ອາຈານມະຫາວິທະຍາ ໄລແຫ່ງຊາດລາວ, ວິທະຍາເຂດດົງໂດກ, ເຊິ່ງຈຸດປະສົງໃນການສຶກສາແມ່ນສຶກສາສະພາບເສດຖະກິດໂດຍ ລວມຂອງພະນັກ ງານຄູ-ອາຈານມະຫາວິທະຍາໄລແຫ່ງຊາດ, ສຶກສາພຶດຕິກຳການອອມຂອງພະ ນັກງານຄູ - ອາຈານ ມະຫາວິທະຍາໄລແຫ່ງຊາດ, ສຶກສາປັດໄຈທີ່ມີຜົນກະທົບຕໍ່ກັບການອອມຂອງພະນັກງານຄູ - ອາຈານ ມະຫາວິທະຍາໄລແຫ່ງຊາດ, ເຊິ່ງວິທີການສຶກສາໃນຄັ້ງນີ້ແມ່ນໄດ້ໃຊ້ວິທີການວິເຄາະແບບສະຖິຕິແບບພັນລະນາ ໂດຍໃຊ້ແບບສອບຖາມເປັນເຄື່ອງມືຫຼັກໃນການເກັບກໍາຮວບ ຮວມຂໍ້ມູນ, ປະກອບກັບການສໍາພາດລວມທັງການສຶກສາຈາກຕຳລາ, ບົດຮຽນ ແລະ ທິດສະດີຕ່າງໆທີ່ກ່ຽວຂ້ອງເຊິ່ງມີວັດຖຸປະ ສົງເພື່ອຊອກຮູ້ປັດໄຈທີ່ມີຜົນກະທົບຕໍ່ກັບການອອມຂອງພະນັກງານຄູ-ອາຈານມະຫາວິທະ ຍາໄລແຫ່ງຊາດ, ຮູບແບບໃນການສຶກສາເປັນການສຶກສາໃນຮູບແບບຄຸນນະພາບໃນການສຶກສາ ແມ່ນໄດ້ໃຊ້ວິທີການວິເຄາະແບບສະ ຖິຕິແບບພັນ ລະນາ ໂດຍໃຊ້ແບບສອບຖາມເປັນເຄື່ອງມືຫຼັກໃນການເກັບກຳຮວບ ຮວມຂໍ້ມູນ, ຂັ້ນຕອນໃນການສຶກສາທັງໝົດ ປະກອບມີ 4 ຂັ້ນຕອນດັ່ງຕໍ່ໄປນີ້: ຂັ້ນຕອນທີ່ 1 ແມ່ນ ການສ້າງຫົວຂໍ້ໃນການສຶກສາ, ຂັ້ນຕອນທີ່ 2 ແມ່ນການ ສ້າງຈຸດປະສົງຂອງການສຶກສາ, ຂັ້ນຕອນທີ່ 3 ແມ່ນການກຳນົດກຸ່ມຕົວຢ່າງເປົ້າໝາຍ ແລະ ຂອບເຂດການສຶກສາ, ຂັ້ນຕອນທີ່ 4 ແມ່ນການສ້າງກອບແນວຄວາມຄິດໃນການສຶກສາເພືອດຳເນີນການສຶກສາເກັບກຳຂໍ້ມູນໃນຈຳນວນ 287 ຕົວຢ່າງ, ຫຼັງຈາກນັ້ນກໍ່ນຳຂໍ້ມູນທີ່ ໄດ້ມາວິເຄາະ ຂໍ້ມູນໂດຍການໃຊ້ Program Microsoft Excel, Program SPSS ໃນການວິເຄາະເພື່ອຫາຄ່າສະເລ່ຍ , ເປັນສວນຮ້ອຍ, ຄ່າຜິດດ່ຽງມາດຕະຖານ ຈາກຜົນການສຶກສາພົບວ່າ ກຸ່ມຕົວຢ່າງສ່ວນໃຫ່ຍທີ່ຕອບແບບສອບຖາມເປັນເພດຍິງຫຼາຍກວ່າເປັນຊາຍເຊຶ່ງອາຍຸແມ່ນ 25–29 ປີ, ສ່ວນສະ ຖານະພາບແມ່ນສ້າງຄອບຄົວແລ້ວໃນນັ້ນ, ລະດັບການສຶກສາແມ່ນລະດັບປະລິນຍາໂທເຊຶ່ງອາຊີບຫຼັກແມ່ນອາຈານສອນ, ສ່ວນສະພາບເສດຖະກິດຂອງພະນັກງານຄູ - ອາຈານມະຫາ ວິທະຍາໄລແຫ່ງຊາດບໍ່ວ່າຈະເປັນທາງດ້ານຊັບສິນ, ປະເພດເຄື່ອງໃຊ້ໄຟຟ້າ ແລະ ຖານະທາງດ້ານການເງິນລາຍຮັບສະເລ່ຍແມ່ນ 2,000,001 – 2,500,000 ກິບຕໍ່ເດືອນ, ສ່ວນລາຍຈ່າຍແມ່ນໃນລະດັບ 1,000,001 – 1,500,000 ກີບຕໍ່ເດືອນ. ສະນັ້ນ, ຈິງເຮັດໃຫ້ພຶດຕິກໍາການອອມຂອງພະນັກງານຄູ - ອາຈານມະຫາວິທະຍາ ໄລແຫ່ງຊາດມີການອອມຫຼາຍຂຶ້ນເມື່ອທຽບໃສ່ກັບລາຍຮັບເພາະວ່າການອອມເງິນແມ່ນອອມແລ້ວແຕ່ໂອກາດ ຫຼື ອອມເມື່ອມີລາຍໄດ້, ອອມເມື່ອມີເງິນເຫຼືອ, ການອອມໂດຍສະເລ່ຍຕໍ່ເດືອນບໍ່ເກີນ 500,000 – 1,000,000 ກີບຕໍ່ເດືອນເຊິ່ງຈຸດ ປະສົງໃນການອອມແມ່ນເພື່ອໃຊ້ສ້າງບ້ານ ແລະ ໃຊ້ໃນເວລາສຸກເສີນໃນຍາມເຈັບເປັນ ແລະ ເກັບໃວ້ເພື່ອໃຊ້ໃນອານາຄົດ ແລະ ເພື່ອການສຶກສາຂອງລູກເຊຶ່ງຮູບແບບຂອງການອອມຂອງຂອງພະນັກງານຄູ-ອາຈານມະຫາວິທະຍາໄລແຫ່ງແມ່ນການຝາກທະນາ ຄານ (ຝາກປະຫຍັດ), ເຂົ້າຫວຍ ແລະ ຊື້ຮູ້ນດັ່ງນັ້ນຈິ່ງບໍ່ມີຜົນກະທົບຕໍ່ກັບປັດໄຈການອອມຂອງພະນັກງານຄູ-ອາ ຈານມະຫາວິທະຍາໄລແຫ່ງຊາດ



