ຄວາມປອດໄພໃນການຂັບຂີ່ຍານພາຫະນະ (ພຶດຕິກໍາລະເມີດກົດໝາຍ ເພື່ອປ້ອງກັນການຮັບບາດເຈັບ ຫຼື ເສຍຊີວິດຕາມທ້ອງຖະໜົນ)

A Study on Traffic Law Violation Behaviors and Road Accident Prevention Measures: A Case Study of Luang Prabang City

Authors

  • ແອ ມະນີວົງ ສະຖາບັນຍຸຕິທໍາແຫ່ງຊາດ ແຂວງຫຼວງພະບາງ Author
  • ອ໋ອດ ອຸ່ນແສນບານ ສະຖາບັນຍຸຕິທໍາແຫ່ງຊາດ ແຂວງຫຼວງພະບາງ Author
  • ສີສຸລັນ ຈັນດາ ສະຖາບັນຍຸຕິທໍາແຫ່ງຊາດ ແຂວງຫຼວງພະບາງ Author
  • ສາຍຝົນ ວົງລັດສະໝີ ສະຖາບັນຍຸຕິທໍາແຫ່ງຊາດ ແຂວງຫຼວງພະບາງ Author
  • ເບີດ ໄພອິນຕາ ສະຖາບັນຍຸຕິທໍາແຫ່ງຊາດ ແຂວງຫຼວງພະບາງ Author

DOI:

https://doi.org/10.71026/ss.2023.01004

Keywords:

ຄວາມປອດໄພ, ການຂັບຂີ່, ກົດ ໝາຍຈະລາຈອນ, ອຸບັດຕິເຫດ ແລະ ນະຄອນຫຼວງພະບາງ.

Abstract

ການຄົ້ນຄວ້ານີ້ ມີຈຸດປະສົງ ເພື່ອສຶກສາພຶດຕິກຳການລະເມີດກົດໝາຍ ທີ່ພາໃຫ້ເກີດການບາດ ເຈັບ ຫຼື ເສຍຊີວິດ ຈາກອຸບປະຕິເຫດຕາມທ້ອງຖະໜົນ ແລະ ເພື່ອຊອກຫາວິທີປ້ອງກັນ ໂດຍນຳໃຊ້ມາດຕະການທາງດ້ານກົດໝາຍ. ການສຶກສາຄັ້ງນີ້ ໃຊ້ການສຶກສາແບບປະສົມປະສານ, ໂດຍດຳເນີນການຢູ່ນະຄອນຫຼວງພະບາງ. ໄດ້ນຳໃຊ້ແບບສອບຖາມ ເກັບກຳຂໍ້ມູນ ຈາກກຸ່ມຕົວຢ່າງ 120 ຄົນ (ປະກອບມີ ຜູ້ຂັບຂີ່ ແລະ ເຈົ້າໜ້າທີ່ຕຳຫຼວດ) ແລະ ສໍາພາດເຈາະເລິກຈາກເຈົ້າໜ້າທີ່ຕຳຫຼວດຈະລາຈອນ 5 ທ່ານ ແລະ ຜູ້ຂັບຂີ່ 5 ທ່ານ.
ຜົນການຄົ້ນຄວ້າ ພົບວ່າ ສົມມຸດຖານທີ່ຕັ້ງໄວ້ (ທີ່ວ່າການບໍ່ໃສ່ໝວກກັນກະທົບ ແລະ ບໍ່ໃສ່ເຂັມຄັດນິລະໄພ ເປັນປັດໄຈສ່ຽງສູງສຸດ) ແມ່ນບໍ່ຖືກຕ້ອງ . ປັດໄຈ ທີ່ກຸ່ມຕົວຢ່າງ ໃຫ້ຄວາມເຫັນວ່າ ມີຄວາມສ່ຽງສູງສຸດ ທີ່ຈະພາໃຫ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ ແມ່ນ "ການຂັບຂີ່ລົດໄວເກີນກຳນົດ" (73.33%), ເຊິ່ງສູງກວ່າ ການບໍ່ໃສ່ໝວກກັນກະທົບ (54.16%) ແລະ ການບໍ່ໃສ່ເຂັມຄັດນິລະໄພ (41.66%) . ນອກຈາກນີ້, ຍັງພົບວ່າ ການຂັບຂີ່ ໃນຂະນະດື່ມສິ່ງມຶນເມົາ ແລະ ພຶດຕິກຳການຂັບຂີ່ຕັດໜ້າຄັນອື່ນ ກໍເປັນປັດໄຈສ່ຽງສູງເຊັ່ນກັນ.
ສະທ້ອນໃຫ້ເຫັນວ່າ ເຖິງວ່າກົດໝາຍ ແລະ ນິຕິກຳຕ່າງໆ ຈະມີຢູ່ , ແຕ່ການບັງຄັບໃຊ້ ຍັງບໍ່ທັນເຂັ້ມ ແຂງ ແລະ ຜູ້ຂັບຂີ່ ຍັງມີພຶດຕິກຳແບບຟ້າວຟັ່ງ. ຜູ້ຄົ້ນ ຄວ້າສະເໜີໃຫ້ ມີການໂຄສະນາເຜີຍແຜ່ ຜົນຮ້າຍຂອງອຸບປະຕິເຫດໃຫ້ຫຼາຍຂຶ້ນ ແລະ ສະເໜີໃຫ້ເຈົ້າໜ້າທີ່ ຍົກສູງມາດຕະການ ບັງຄັບໃຊ້ກົດໝາຍ ຕໍ່ຜູ້ຂັບຂີ່ລົດໄວເກີນກຳນົດ ແລະ ກວດກາທາດເຫຼົ້າໃຫ້ເປັນຮູບປະທຳ.

Downloads

Download data is not yet available.

Downloads

Published

2023-06-29

How to Cite

ມະນີວົງ ແ. ., ອຸ່ນແສນບານ ອ. ., ຈັນດາ ສ. ., ວົງລັດສະໝີ ສ. ., & ໄພອິນຕາ ເ. . (2023). ຄວາມປອດໄພໃນການຂັບຂີ່ຍານພາຫະນະ (ພຶດຕິກໍາລະເມີດກົດໝາຍ ເພື່ອປ້ອງກັນການຮັບບາດເຈັບ ຫຼື ເສຍຊີວິດຕາມທ້ອງຖະໜົນ): A Study on Traffic Law Violation Behaviors and Road Accident Prevention Measures: A Case Study of Luang Prabang City. ວາລະສານວິທະຍາສາດສັງຄົມ, 23(1), 32-39. https://doi.org/10.71026/ss.2023.01004

Similar Articles

61-70 of 107

You may also start an advanced similarity search for this article.