ຜົນກະທົບຈາກການທ່ອງທ່ຽວເຂດປ່າສະຫງວນນ້ຳຫ້າ, ແຂວງຫຼວງນ້ຳທາ. ກໍລະນີສຶກສາ: ບ້ານຈະເລີນສຸກ, ບ້ານນາລັນ, ບ້ານນ້ຳກອຍ ແລະ ບ້ານນ້ຳລື້, ເມືອງຫຼວງນ້ຳທາ, ແຂວງຫຼວງນ້ຳທາ

Impacts of Tourism in Namha National Protected area. Case study: Chaluensouk, Nalan, Namkoi and Namlue Village, Luangnamtha district, Luangnamtha province

Authors

  • Sinpaserth MOUA Faculty of Forest Science, National University of Laos Author
  • Sysouvanh SYVOLAVONG Faculty of Forest Science, National University of Laos Author
  • Phomsanh CHANTHARANGSONE Faculty of Forest Science, National University of Laos Author
  • Anouphab SAYYAKHAM Faculty of Forest Science, National University of Laos Author

DOI:

https://doi.org/10.71026/ss.2024.02015

Keywords:

ຜົນກະທົບ, ການທ່ອງທ່ຽວ, ເສດຖະກິດ, ວັດທະນະທຳ-ສັງຄົມ, ສິ່ງແວດລ້ອມ 

Abstract

ການຄົ້ນຄວ້າໃນຫົວຂໍ້ ຜົນກະທົບຈາກການທ່ອງທ່ຽວເຂດປ່າສະຫງວນນ້ຳຫ້າ,  ກໍລະນີສຶກສາ: ບ້ານຈະເລີນສຸກ, ບ້ານນາລັນ, ບ້ານນ້ຳກອຍ ແລະ ບ້ານນ້ຳລື້, ເມືອງຫຼວງນ້ຳທາ, ແຂວງຫຼວງນ້ຳທາ. ມີ 2 ຈຸດປະສົງຄື: 1) ສຶກສາຜົນກະທົບຈາກການທ່ອງທ່ຽວຕໍ່ດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ສິ່ງແວດລ້ອມ ແລະ 2) ສຶກສາວິທີທາງໃນການແກ້ໄຂຜົນກະທົບທາງດ້ານລົບຈາກການທ່ອງ ທ່ຽວຕໍ່ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ສິ່ງແວດລ້ອມ. ໂດຍວາງສົມມຸດຖານວ່າ ປະຊາຊົນທີ່ມີປັດໄຈສ່ວນບຸກຄົນປະກອບມີ: ເພດ, ອາຍຸ ແລະ ລາຍໄດ້ຕ່າງກັນສະແດງຄວາມຄິດເຫັນຕໍ່ຜົນກະທົບຈາກການທ່ອງທ່ຽວຕໍ່ດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ສິ່ງແວດລ້ອມທີ່ແຕກຕ່າງກັນ, ເຊິ່ງເປັນການວິໄຈແບບປະລິມານ ແລະ ຄຸນນະພາບ ໂດຍນໍາໃຊ້ແບບສອບຖາມ ແລະ ສໍາພາດເຈາະເລິກ ເປັນເຄື່ອງມືໃນການເກັບກໍາຂໍ້ມູນ ແລະ ນຳໃຊ້ໂປຣແກມ IBM SPSS  For Windows ໃນການວິເຄາະຂໍ້ມູນ, ສະຖິຕິທີ່ໃຊ້ໃນການວິ ເຄາະປະກອບດ້ວຍ: ຄ່າຄວາມຖີ່, ຄ່າສ່ວນຮ້ອຍ, ຄ່າສະເລ່ຍ ແລະ ຄ່າຜິດດ່ຽງມາດຕະຖານ, ການວິເຄາະ T-test ແລະ ANOVA F-test. ຜົນການສຶກສາພົບວ່າ: ຜົນກະທົບຈາກການທ່ອງທ່ຽວຕໍ່ເສດຖະກິດດ້ານບວກຢູ່ລະດັບປານກາງ ( =2.75; SD= 1.12) ແລະ ດ້ານລົບຢູ່ໃນລະດັບ    ໜ້ອຍ ( =2.27; SD = 1.08). ວັດທະນະທຳ-ສັງຄົມດ້ານບວກແມ່ນຢູ່ໃນລະດັບປານກາງ ( =3.20; SD =1.22) ແລະ ວັດທະນະທຳ-ສັງຄົມດ້ານລົບແມ່ນຢູ່ໃນລະດັບໜ້ອຍ ( =2.16; SD= 1.06). ສິ່ງແວດລ້ອມດ້ານບວກແມ່ນຢູ່ໃນລະດັບປານກາງ( =2.93; SD=1.07) ແລະ ດ້ານລົບແມ່ນຢູ່ໃນລະດັບໜ້ອຍ ( =2.20 ; SD= 1.09). ວິທີທາງໃນການແກ້ໄຂຜົນກະ ທົບທາງດ້ານລົບຈາກການທ່ອງທ່ຽວຕໍ່ເສດຖະກິດເຫັນວ່າຢູ່ໃນລະດັບປານກາງ ( =3.08; SD=1.16). ວັດທະນະທຳ-ສັງຄົມແມ່ນຢູ່ໃນລະດັບປານກາງ( =3.16; SD=1.20) ແລະ ສິ່ງແວດລ້ອມແມ່ນຢູ່ໃນລະດັບປານກາງ = 3.14; SD=1.26). ການທົດສອບສົມມຸດຖານຄວາມແຕກຕ່າງຜົນກະທົບຈາກການທ່ອງທ່ຽວຕໍ່ເສດຖະກິດເຫັນວ່າ: ເພດ, ອາຍຸ ແລະ ລາຍໄດ້ຕ່າງກັນມີຄວາມຄິດເຫັນທີ່ແຕກຕ່າງກັນ. ວັດທະນະທຳ-ສັງຄົມເຫັນວ່າ: ເພດ, ອາຍຸ ແລະ ລາຍໄດ້ຕ່າງກັນມີຄວາມຄິດເຫັນທີ່ແຕກຕ່າງກັນ ແລະ ສິ່ງແວດລ້ອມເຫັນວ່າ: ເພດ ຕ່າງກັນມີຄວາມຄິດເຫັນຄ້າຍຄືກັນ, ສ່ວນອາຍຸ ແລະ ລາຍໄດ້ຕ່າງກັນມີຄວາມຄິດເຫັນທີ່ແຕກຕ່າງກັນ.

 

 

 

Downloads

Download data is not yet available.

Downloads

Published

2024-12-30

How to Cite

MOUA, S. ., SYVOLAVONG, S. ., CHANTHARANGSONE, P. ., & SAYYAKHAM, A. . (2024). ຜົນກະທົບຈາກການທ່ອງທ່ຽວເຂດປ່າສະຫງວນນ້ຳຫ້າ, ແຂວງຫຼວງນ້ຳທາ. ກໍລະນີສຶກສາ: ບ້ານຈະເລີນສຸກ, ບ້ານນາລັນ, ບ້ານນ້ຳກອຍ ແລະ ບ້ານນ້ຳລື້, ເມືອງຫຼວງນ້ຳທາ, ແຂວງຫຼວງນ້ຳທາ: Impacts of Tourism in Namha National Protected area. Case study: Chaluensouk, Nalan, Namkoi and Namlue Village, Luangnamtha district, Luangnamtha province. ວາລະສານວິທະຍາສາດສັງຄົມ, 24(2), 129-138. https://doi.org/10.71026/ss.2024.02015

Similar Articles

51-60 of 107

You may also start an advanced similarity search for this article.