ສຶກສາຄວາມສຳພັນລະຫວ່າງລາຍຈ່າຍລັດຖະບານ ແລະ ອັດຕາເງິນເຟີ້ ໃນ ສປປ ລາວ
The relationship between Government Expenditure and Inflation in Lao PDR
DOI:
https://doi.org/10.71026/ss.2024.02013Keywords:
ອັດຕາເງິນເຟີ້, ລາຍຈ່າຍດ້ານການບໍລິຫານ, ລາຍຈ່າຍດ້ານການລົງທຶນ.Abstract
ການສຶກສາໃນຄັ້ງນີ້ແມ່ນມີຈຸດປະສົງ ເພື່ອສຶຶກສາເຖິງຄວາມສຳ ພັນລະຫວ່າງອັດຕາເງິນເຟີ້ຂອງ ສປປ ລາວ ຕໍ່ກັບລາຍຈ່າຍຂອງລັດ ຖະບານ ສປປ ລາວ ໂດຍການສຶກສາໄດ້ນໍາໃຊ້ຂໍ້ມູນທຸຕິຍະພູມເປັນຂໍ້ມູນລາຍປີ ນັບແຕ່ປີ 1990 ຫາ ປີ 2022 ລວມມີ 3 ຕົວປ່ຽນໄດ້ແກ່: ອັດຕາເງິນເຟີ້, ລາຍຈ່າຍດ້ານການບໍລິຫານ ແລະ ລາຍຈ່າຍດ້ານການລົງທຶນການ.
ສຶກສາໃນຄັ້ງນີ້ແມ່ນໄດ້ນໍາໃຊ້ການສຶກສາແບບອະນຸກົມເວລາ ໃນການທົດສອບຄວາມສໍາພັນລະຫວ່າງຕົວປ່ຽນຕາມ ແລະ ຕົວປ່ຽນອິດສະຫຼະ ເຊິ່ງນໍາໃຊ້ເຄື່ອງມືທາງເສດຖາມິຕິທີ່ເອີ້້ນວ່າ Vector Autoregression Model (VAR) ແລະ ວິເຄາະຂໍ້ມູນດ້ວຍໂປຼແກຼມ Eview 12. ຜົນການວິເຄາະຈາກສົມຜົນເສດຖາມິຕິ VAR ພົບວ່າ ໃນສົມຜົນອັດຕາເງິນເຟີ້ ລາຍຈ່າຍດ້ານການລົງທຶນທີ່ເພີ່ມຂຶ້ນໃນ 1 ປີກ່ອນໜ້າຈະສົ່ງຜົນເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນໃນ 1 ປີຖັດໄປດ້ວຍລະດັບຄວາມສໍາຄັນ 10%. ໃນສົມຜົນລາຍຈ່າຍດ້ານການບໍລິຫານ ເມື່ອອັດຕາການປ່ຽນແປງຂອງລາຍຈ່າຍດ້ານການບໍລິຫານ, ລາຍຈ່າຍດ້ານການລົງທຶນ ແລະ ອັດຕາເງິນເຟີ້ເພີ່ມຂຶ້ນໃນ 1 ປີກ່ອນໜ້າເປັນຜົນເຮັດໃຫ້ ອັດຕາເງິນເຟີ້ໃນ 1 ປີຖັດໄປເພີ່ມຂຶ້ນດ້ວຍລະດັບຄວາມສໍາຄັນທາງສະຖິຕິ 1%, 5% ແລະ 10% ຕາມລໍາດັບ. ສ່ວນການວິເຄາະ Impulse Response Function ພົບວ່າການປ່ຽນແປງຢ່າງກະທັນຫັນໃນອະດີດຂອງອັດຕາເງິນເຟີ້, ລາຍຈ່າຍດ້ານການບໍລິຫານ ແລະ ລາຍຈ່າຍດ້ານການລົງທຶນ ທີ່ມີໄລຍະສຳຄັນຈະມີການປັບຕົວເຂົ້າສູ່ດຸນຍະພາບຫຼັງຈາກ 5 ປີຂຶ້ນໄປ. ຜົນຂອງການທົບສອບການພົວພັນທີ່ເປັນເຫດເປັນຜົນຕໍ່ກັນ (Granger Causality Test) ຈາກຜົນການທົດສອບພົບວ່າ ລາຍຈ່າຍດ້ານການບໍລິຫານບໍ່ໄດ້ເປັນສາເຫດຕໍ່ອັດຕາເງິນເຟີ້ ໃນທາງກົງກັນຂ້າມ, ອັດຕາເງິນເຟີ້ແມ່ນເປັນສາເຫດຕໍ່ການປ່ຽນແປງຂອງລາຍຈ່າຍດ້ານການບໍລິຫານ, ລາຍຈ່າຍດ້ານການລົງທຶນບໍ່ໄດ້ເປັນສາເຫດຕໍ່ອັດຕາເງິນເຟີ້ ໃນທາງກົງກັນຂ້າມ, ອັດຕາເງິນເຟີ້ກໍ່ບໍ່ໄດ້ເປັນສາເຫດຕໍ່ການປ່ຽນແປງຂອງລາຍຈ່າຍດ້ານການລົງທຶນເຊັ່ນດຽວກັນ ແລະ ລາຍຈ່າຍດ້ານການລົງທຶນບໍ່ໄດ້ເປັນສາເຫດຕໍ່ລາຍຈ່າຍດ້ານການບໍລິຫານ ໃນທາງກົງກັນຂ້າມ, ລາຍຈ່າຍດ້ານການບໍລິຫານກໍ່ບໍ່ໄດ້ເປັນສາເຫດຕໍ່ການປ່ຽນແປງຂອງລາຍຈ່າຍດ້ານການລົງທຶນເຊັ່ນດຽວກັນ.



