ການພັດທະນາຮູບແບບການບໍລິຫານວິຊາການ ຂອງມະຫາວິທະຍາໄລແຫ່ງຊາດ

The Development of Academic Administration Model of the National University of Laos

Authors

  • ໃບສີ ວາເນັງຈື ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ Author
  • ຄໍາແສງ ທະລັງສີ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ Author
  • ໜຽວ ສີລາວົງ ຄະນະສຶກສາສາດ ມະຫາວິທະຍາໄລແຫ່ງຊາດ Author

DOI:

https://doi.org/10.71026//SS.2024-06-01015

Keywords:

ການບໍລິຫານວິຊາການ, ມະຫາວິທະຍາໄລແຫ່ງຊາດ.

Abstract

ການຄົ້ນຄວ້າຄັ້ງນີ້ມີຈຸດປະສົງເພື່ອ 1) ສຶກສາສະພາບການບໍລິຫານວິຊາການຂອງມະຫາວິທະຍາໄລແຫ່ງຊາດ, 2)ພັດທະນາຮູບແບບການບໍລິຫານວິຊາການຂອງມະຫາວິ ທະຍາໄລແຫ່ງຊາດ, 3) ກວດສອບຄວາມເໝາະສົມ ຄວາມເປັນໄປໄດ້ ຄວາມເປັນປະໂຫຍດ ແລະ ຄວາມຖືກຕ້ອງ ຂອງຮູບແບບການບໍລິຫານວິຊາການຂອງມະຫາວິທະຍາໄລແຫ່ງຊາດ ແລະ 4) ປະເມີນຢືນຢັນຮູບແບບການບໍລິຫານວິຊາການຂອງມະຫາວິທະຍາໄລແຫ່ງຊາດ.

ການຄົ້ນຄວ້າຄັ້ງນີ້ເປັນການຄົ້ນຄວ້າແບບວິໄຈ ແລະ ພັດ ທະນາ (R&D) ປະກອບດ້ວຍ 4 ໄລຍະຄື: ໄລຍະທີ 1 ສຶກສາສະພາບການບໍລິຫານວິຊາການຂອງມະຫາວິທະຍາ ໄລແຫ່ງຊາດຕາມສະພາບຕົວຈິງ ໂດຍການວິເຄາະເອກະ ສານແນວຄິດ, ທິດສະດີ ແລະ ການສຶກສາສໍາຫຼວດຮູບແບບການບໍລິຫານວິຊາການທີ່ເໝາະສົມໃນການໃຊ້ເປັນຂໍ້ຄໍາຖາມເພື່ອສໍາຫຼວດຄວາມຄິດເຫັນຂອງຜູ້ບໍລິຫານ ແລະ ວິຊາການ. ຈໍານວນຄົນໃນ 13 ຄະນະວິຊາມີທັງ ໝົດ 1.302 ຄົນ. ໄດ້ກຸ່ມຕົວຢ່າງ ຈໍານວນ 305 ຄົນໂດຍການຄໍານວນຈາກສູດຄໍານວນກຸ່ມຕົວຢ່າງກໍລະນີຮູ້ຈັກຈໍານວນປະຊາ ກອນ  ຂອງ ທາໂຣ ຢາມານີ (Taro Yamane, 1970). ໄລຍະທີ 2 ພັດທະນາຮູບແບບການບໍລິຫານວິຊາການຂອງມະຫາວິທະຍາໄລແຫ່ງຊາດ ໂດຍນໍາໃຊ້ເຕັກນິກເດວຟາຍ ສອບຖາມຄວາມຄິດເຫັນຈາກຜູ້ຊ່ຽວຊານທີ່ມີປະສົບການທາງດ້ານການບໍລິຫານວິຊາການຈໍານວນ 17 ທ່ານ. ໄລຍະທີ 3 ກວດສອບຄວາມເໝາະສົມ, ຄວາມເປັນໄປໄດ້ ຄວາມເປັນປະໂຫຍດ ແລະ ຄວາມຖືກຕ້ອງ ຂອງຮູບແບບການບໍລິຫານວິຊາການຂອງມະຫາວິທະຍາໄລແຫ່ງຊາດແມ່ນຜູ້ຊົງຄຸນນະວຸດທີ່ມີປະສົບການໃນການບໍລິຫານວິຊາການຫຼາຍປີ ຈໍານວນ 9 ທ່ານ. ໄລຍະທີ 4 ປະເມີນ ຢືນຢັນຮູບແບບການບໍລິຫານວິຊາການຂອງມະຫາວິທະ ຍາໄລແຫ່ງຊາດ ໂດຍການສໍາຫຼວດຄວາມຄິດເຫັນຂອງກຸ່ມເປົ້າໝາຍ (ຜູ້ບໍລິຫານ ແລະ ນັກວິຊາການ) ມີຈໍານວນ 50 ຄົນ. ເຄື່ອງມືທີໃຊ້ໃນການຄົ້ນຄວ້າແມ່ນແບບສອບຖານປະເມີນຄ່າ 5 ລະດັບ.  ການວິເຄາະຂໍ້ມູນການສຶກສາຄັ້ງນີ້ແມ່ນນໍາໃຊ້ໂປຼແກຼມສໍາເລັດຮູບທາງສະຖິຕິ IBM SPSS ແລະ ຂໍ້ມູນທີ່ໄດ້ແມ່ນວິເຄາະຫາຄ່າສະເລ່ຍ()   ແລະ ຄ່າຜັນປ່ຽນມາດຕະຖານ(S.D).

ຜົນການຄົ້ນຄວ້າພົບວ່າ: ຜົນຂອງການສຶກສາສະພາບການບໍລິຫານວິຊາການຂອງມະຫາວິທະຍາໄລແຫ່ງຊາດ ໂດຍລວມແມ່ນມີຄວາມເໝາະສົມຢູ່ໃນລະດັບຫຼາຍ ແລະ ຜົນການພັດທະນາຮູບແບບການບໍລິຫານວິຊາການຂອງມະຫາວິທະຍາໄລແຫ່ງຊາດ ທີ່ພັດທະນາຂຶ້ນປະກອບມີ 5 ອົງປະກອບຄື: (1) ດ້ານຫຼັກສູດ ແລະ ການນໍາຫຼັກສູດໄປໃຊ້  (2) ດ້ານການຈັດການຮຽນ-ການສອນ (3) ດ້ານສື່ການຮຽນ-ການສອນ  (4) ດ້ານການປະກັນຄຸນນະພາບການສຶກສາ  ແລະ (5) ດ້ານການວັດ ແລະ ປະເມີນການຮຽນ-ການສອນ  3) ຜົນການກວດສອບຄວາມເໝາະສົມ ຄວາມເປັນໄປໄດ້ ຄວາມເປັນປະໂຫຍດ ແລະ ຄວາມຖືກຕ້ອງຂອງຮູບແບບການບໍລິຫານວິຊາການຂອງມະຫາວິທະຍາໄລແຫ່ງຊາດໂດຍລວມພົບວ່າຢູ່ໃນລະດັບຫຼາຍ  4) ຜົນການປະເມີນຢືນຢັນຮູບແບບການບໍລິຫານວິຊາການຂອງມະຫາວິ ທະຍາໄລແຫ່ງຊາດ ໂດຍສຳຫຼວດຄວາມຄິດເຫັນຂອງຜູ້ບໍລິຫານ ແລະ ນັກວິຊາການ ພົບວ່າໂດຍລວມມີຄວາມ      ເໝາະສົມຢູ່ໃນລະດັບຫຼາຍ.

ຄໍາສັບສໍາຄັນ:  ການບໍລິຫານວິຊາການ, ມະຫາວິທະຍາໄລແຫ່ງຊາດ.

Downloads

Download data is not yet available.

Published

2024-06-30

How to Cite

ວາເນັງຈື ໃບສີ, ທະລັງສີ ຄໍາແສງ, and ສີລາວົງ ໜຽວ. 2024. “ການພັດທະນາຮູບແບບການບໍລິຫານວິຊາການ ຂອງມະຫາວິທະຍາໄລແຫ່ງຊາດ: The Development of Academic Administration Model of the National University of Laos”. ວາລະສານວິທະຍາສາດສັງຄົມ 23 (1): 161-71. https://doi.org/10.71026//SS.2024-06-01015.

Similar Articles

1-10 of 73

You may also start an advanced similarity search for this article.