ກົນລະວິທີການປະກອບສ້າງຄວາມໝາຍ “ຂວັນ” ຜ່ານການເລືອກໃຊ້ຄຳນາມໃນບົດສູດຂວັນຂອງເຜົ່າລາວ 4 ແຂວງພາກເໜືອໃນ ສປປ. ລາວ
Discursive Strategies in Constructing the Meaning of 'Khwan' Through Nominalization in the Baci Ritual Texts of the Lao People in Four Northern Provinces of the Lao PDR
DOI:
https://doi.org/10.71026/ss.2025.02013Keywords:
ການເລືອກໃຊ້ຄຳນາມ, ວາທະກຳວິພາກ, ພາກສ່ວນທີ່ມີຕົວຕົນ, ອຸດົມການທາງພາສາ, ບົດສູດຂວັນ.Abstract
ບົດຄວາມນີ້ ເປັນສ່ວນໜຶ່ງຂອງໂຄງການຄົ້ນຄວ້າວິທະຍາ ສາດກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ ຫົວຂໍ້ “ສຶກສາ ວິເຄາະ ແລະ ສ້າງວັດຈະນານຸກົມຄຳສູດໃນພິທີກຳຂອງເຜົ່າລາວ 4 ແຂວງພາກເໜືອໃນ ສປປ ລາວ”. ບົດຄວາມນີ້ມີຈຸດປະສົງວິເຄາະກົນລະວິທີທາງວາທະກຳວິພາກຂອງການປະກອບສ້າງຄວາມໝາຍ “ຂວັນ” ຜ່ານການວິເຄາະການເລືອກໃຊ້ຄຳນາມໃນບົດສູດຂວັນເຜົົ່າລາວສີ່ແຂວງພາກເໜືອໃນ ສປປ ລາວ. ການຄົ້ນຄວ້າໄດ້ນຳໃຊ້ກອບແນວຄິດທິດສະດີ CDA ຂອງ ນໍແມນ ແຟຄລັບ (Norman Fairclough, 2003) ເພື່ອເຊື່ອມໂຍງໂຄງສ້າງທາງພາສາ (ມິຕິທີ 1) ກັບອຸດົມການທາງສັງຄົມ (ມິຕິທີ 3). ຜົນການວິເຄາະຢືນຢັນວ່າ ການໃຊ້ຄຳນາມປະສົມປ່ຽນແນວຄິດນາມມະທຳຂອງ “ຂວັນ” ໃຫ້ກາຍເປັນພາກສ່ວນທີ່ມີຕົວຕົນທາງວາທະກຳ (Reified Entity) ທີ່ສາມາດຄວບຄຸມໄດ້. ກົນລະວິທີນີ້ຮັບໃຊ້ສາມອຸດົມການຫຼັກຄື: ອຸດົມການແຫ່ງຄວາມຄອບຄຸມທີ່ເດັດຂາດ (ຂະຫຍາຍ “ຂວັນ” ສູ່ກາຍຍະພາບ, ເສດຖະກິດ, ສັງຄົມ), ອຸດົມການແຫ່ງການສ້າງຄວາມຊອບທຳ (ຍົກລະດັບ “ຂວັນ” ໃຫ້ເປັນສິ່ງທີ່ສູງສຸດ), ແລະ ອຸດົມການແຫ່ງການຮັກສາຄວາມສອດຄ່ອງທາງສັງຄົມ (ຜູກມັດຂວັນກັບບົດບາດສັງຄົມ). ສະຫຼຸບໄດ້ວ່າວາທະກຳຂອງໝໍພອນແມ່ນ ກົນລະວິທີການໃຊ້ພາສາເພື່ອເປັນເຄື່ອງມືສຳຄັນໃນການປ່ຽນແປງສະພາບຈິດໃຈ, ຄວາມວິຕົກກັງວົນ, ຄວາມຢ້ານກົວຕໍ່ສິ່ງທີ່ບໍ່ມີຮູບຮ່າງຕົວຕົນໃຫ້ກາຍເປັນຮູບຮ່າງຕົວຕົນທີ່ສາມາດຄວບຄຸມ ແລະ ລະບຸເປົ້າໝາຍໄດ້ເພື່ອນໍາໄປສູ່ການຟື້ນຟູໃຫ້ເກີດຄວາມໝັ້ນຄົງທາງຈິດໃຈ ແລະ ສະຖຽນລະພາບທາງສັງຄົມຂອງຊຸມຊົນ.



