ປັດໄຈທີ່ມີຜົນຕໍ່ການຕັດສິນໃຈເລືອກໃຊ້ບໍລິການລົດໄຟຄວາມໄວສູງຂອງບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ
Factors affecting the decision to use the high-speed train service of Lao-China Railway Company Limited
DOI:
https://doi.org/10.71026/ss.2025.01003Keywords:
ປັດໄຈສ່ວນປະສົມທາງການຕະຫຼາດ, ການຕັດສິນໃຈ, ການບໍລິການAbstract
ການສຶກສາເລື່ອງ ປັດໄຈທີ່ມີຜົນຕໍ່ການຕັດສິນໃຈເລືອກໃຊ້ບໍລີການລົດໄຟຄວາມໄວສູງຂອງບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໂດຍມີຈຸດປະສົງຄື: ເພື່ອສຶກສາພຶດຕິກຳຂອງລູກຄ້າທີ່ມາໃຊ້ບໍລິການລົດໄຟຄວາມໄວສູງຂອງບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ແລະ ເພື່ອປະເມີນລະດັບຄວາມຄວາມສໍາຄັນຂອງປັດໄຈສ່ວນປະສົມທາງການຕະຫຼາດທີ່ມີຜົນຕໍ່ການຕັດສິນໃຈເລືອກໃຊ້ບໍລິການລົດໄຟຄວາມໄວສູງຂອງບໍລິສັດທາງລົດໄຟ ລາວ-ຈີນ ຈຳກັດ ໂດຍການສຶກສາຄັ້ງນີ້ເປັນການສຶກສາແບບປະລິມານ ເຊິ່ງສາມາດຮວບຮວມຂໍ້ມູນໄດ້ຈາກແບບສອບຖາມທີ່ຢາຍໃຫ້ແກ່ຜູ້ໂດຍສານທີ່ເຂົ້າມາໃຊ້ບໍລິການຢູ່ສະຖານີລົດໄຟຄວາມໄວສູງ ເຊິ່ງສາມາດເກັບຮວບຮວມໄດ້ທັງໝົດ ຈໍານວນ 385 ສະບັບ ແລະ ວິເຄາະຂໍ້ມູນໂດຍການນຳໃຊ້ໂປຣແກຼມ SPSS.
ຜົນການສຶກສາຄັ້ງນີ້ພົບວ່າ: ຜູ້ຕອບແບບສອບຖາມສ່ວນໃຫຍ່ແມ່ນເປັນເພດຍິງ ກວມເອົາ 55.6 ສ່ວນຮ້ອຍ, ມີອາຍຸລະຫວ່າງ 20 – 30 ປີ ກວມເອົາ 41.0 ສ່ວນຮ້ອຍ, ສ່ວນຫຼາຍແມ່ນມີລະດັບການສຶກສາຕ່ຳກວ່າປະລິນຍາຕີ ກວມເອົາ 54.8 ສ່ວນຮ້ອຍ, ມີອາຊີບເປັນນັກຮຽນ/ນັກສຶກສາ ກວມເອົາ 36.4 ສ່ວນຮ້ອຍ ແລະ ມີລາຍໄດ້ສະເລ່ຍຕໍ່ເດືອນ 2.000.001 – 4.000.000 ກີບ ກວມເອົາ 59.5 ສ່ວນຮ້ອຍ. ຜູ້ຕອບແບບສອບຖາມສ່ວນຫຼາຍຊື້ປີ້ໂດຍສານຜ່ານສະຖານີ/ໜ່ວຍບໍລິການຂາຍປີ້ລົດໄຟໂດຍກົງ ກວມເອົາ 64.2 ສ່ວນຮ້ອຍ, ເດີນທາງປີລະ 1-2 ຄັ້ງ ກວມເອົາ 61.0 ສ່ວນຮ້ອຍ, ຈໍານວນຄົນທີ່ຮ່ວມເດີນທາງແມ່ນ 2-4 ຄົນ ກວມເອົາ 36.9 ສ່ວນຮ້ອຍ, ສ່ວນຫຼາຍແມ່ນໃຊ້ບໍລິການບ່ອນນັ່ງປະເພດຊັ້ນສອງ ກວມເອົາ 48.1 ສ່ວນຮ້ອຍ, ວັນທີ່ໃຊ້ໃນການເດີນທາງສ່ວນຫຼາຍແມ່ນວັນເສົາ - ວັນທິດ ກວມເອົາ 73.0 ສ່ວນຮ້ອຍ, ຊ່ວງເວລາທີ່ໃຊ້ບໍລິການຫຼາຍແມ່ນຖ້ຽວ 8:42 ກວມເອົາ 22.9 ສ່ວນຮ້ອຍ, ປາຍທາງທີ່ຈະໄປສ່ວນຫຼາຍແມ່ນຫຼວງພະບາງ ກວມເອົາ 44.2 ສ່ວນຮ້ອຍ, ປະເພດລົດໄຟທີ່ໃຊ້ບໍລິການສ່ວນຫຼາຍແມ່ນລົດໄຟຄວາມໄວສູງ ກວມເອົາ 64.7 ສ່ວນຮ້ອຍ ແລະ ສ່ວນຫຼາຍມີຈຸດປະສົງໃນການເດີນທາງໄປທ່ຽວ/ໄປພັກຜ່ອນ ກວມເອົາ 54.3 ສ່ວນຮ້ອຍ.
ຜົນການສຶກສາດ້ານປັດໄຈສ່ວນປະສົມທາງການຕະຫຼາດທີ່ສົ່ງຜົນຕໍ່ການຕັດສິນໃຈເລືອກໃຊ້ບໍລິການລົດໄຟຄວາມໄວສູງ ຈາກການວິເຄາະສ່ວນປະສົມທາງການຕະຫຼາດທັງ 7 ດ້ານພົບວ່າ ດ້ານທີ່ລະດັບຄວາມສໍາຄັນຫຼາຍທີ່ສຸດແມ່ນດ້ານຂະບວນການໃຫ້ບໍລິການ (X ̅ = 3.79), ຮອງລົງມາແມ່ນດ້ານຊ່ອງທາງການຈັດຈຳໜ່າຍ (X ̅ = 3.68), ຖັດມາແມ່ນດ້ານລາຄາ (X ̅ = 3.62), ຕໍ່ມາແມ່ນດ້ານການສົ່ງເສີມການຕະຫຼາດ (X ̅= 3.54), ດ້ານຜະລິດຕະພັນ (X ̅ = 3.49), ດ້ານບຸກຄະລາກອນ (X ̅ = 3.41) ແລະ ດ້ານລັກສະນະທາງກາຍະພາບ (X ̅ = 3.41) ຕາມລໍາດັບ.



