ປັດໄຈທີ່ມີຜົນຕໍ່ການຕັດສິນໃຈເລືອກເຂົ້າສຶກສາຕໍ່ລະດັບປະລິນຍາຕີຂອງນັກສຶກສາ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ
Factors influencing students' decision to pursue a license degree at the Faculty of Business and Economics of the National University of Laos
DOI:
https://doi.org/10.71026/ss.2024.01022Keywords:
ການຕັດສິນໃຈ, ແຮງຈູງໃຈ ແລະ ນັກ ສຶກສາAbstract
ການສຶກສາຫົວຂໍ້: “ປັດໄຈທີ່ມີຜົນຕໍ່ການຕັດ ສິນໃຈເລືອກເຂົ້າສຶກສາຕໍ່ລະດັບປະລິນຍາຕີຂອງນັກສຶກສາ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ, ມີຈຸດປະສົງ: ສຶກສາລະດັບປັດໄຈທີ່ສົ່ງຜົນຕໍ່ການຕັດສິນໃຈເລືອກເຂົ້າສຶກສາລະດັບປະລິນຍາຕີຂອງນັກສຶກຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ແລະ ປຽບ ທຽບລະດັບປັດໄຈທີ່ສົ່ງຜົນຕໍ່ການຕັດສິນໃຈເລືອກເຂົ້າສຶກສາລະດັບປະລິນຍາຕີຂອງນັກສຶກສາ ຈຳແນກຕາມເພດ, ອາ ຊີບຂອງພໍ່-ແມ່ ແລະ ລາຍຮັບສະເລ່ຍຂອງຄອບຄົວ. ເຊິ່ງເປັນການສຶກສາທາງດ້ານປະລິມານດ້ວຍການນໍາໃຊ້ແບບສອບຖາມເປັນຜົນການສຶກສາພົບວ່າ: ຜູ້ຕອບແບບສອບສ່ວນຫຼາຍແມ່ນເປັນເພດຍິງ, ນັກສຶກສາທີມີອາຊີບຫຼັກຂອງພໍ່ເປັນປະຊາຊົນ, ນັກສຶກສາທີມີອາຊີບຫຼັກຂອງແມ່ເປັນປະຊາຊົນ. ມີລາຍຮັບໂດຍສະເລ່ຍຂອງຜູ້ປົກຄອງຕໍ່ເດືອນປະມານ 2,100,000 – 5,000,000 ກີບ, ນັກສຶກສາທີມີຜູ້ປົກຄອງມີລະດັບການສຶກສາປະລິນຍາຕີ ແລະ ນັກສຶກສາທີມີຄວາມຕັ້ງໃຈເລືອກສາຂາວິຊາແມ່ນມີຄວາມຕັ້ງໃຈຫຼາຍ. ປັດໄຈທີ່ມີລະດັບຄວາມສຳຄັນຫຼາຍແມ່ນປັດໄຈທາງດ້ານສັງຄົມ, ປັດໄຈທາງດ້ານພາບລັກຂອງຄະນະວິຊາມີ ປັດໄຈດ້ານການຄອບຄົວ, ປັດໄຈທາງດ້ານຫຼັກສູດ ແລະ ປັດໄຈທີ່ມີຄວາສຳຄັນໜ້ອຍກ່ວາໝູ່ແມ່ນປັດໄຈທາງດ້ານເຫດຜົນສ່ວນຕົວເຊິ່ງມີລະດັບຄວາມສໍາຄັນປານກາງ, ຜົນການປຽບທຽບລະດັບຄວາມສຳຄັນຂອງປັດໄຈທີ່ມີຜົນຕໍ່ການເລືອກສາຂາວິຊາຮຽນກັບປັດໄຈສ່ວນບຸກຄົນພົບວ່າ: ອາຊີບຫຼັກຂອງພໍ່-ແມ່ ແລະ ລາຍຮັບສະເລ່ຍຂອງຜູ້ປົກຄອງແມ່ນມີອິດທິພົນຕໍ່ກັບການຕັດສິນໃຈເລືອກສາຂາວິຊາຮຽນຂອງນັກສຶກສາແຕກຕ່າງກັນ.



