ແນວທາງໃນການບໍລິຫານ-ຄຸ້ມຄອງສູນເຝິກກີລາແຫ່ງຊາດ

Guidelines for administration-managing the National sports training center

Authors

  • Khamla keomeungsam Faculty of Sport Science and Physical Education National University of Laos Author
  • Saychai Lormaisim Faculty of Sport Science and Physical Education National University of Laos Author
  • Keo Lounthongseng Faculty of Sport Science and Physical Education National University of Laos Author
  • Viengkham Xaxuayang Faculty of Sport Science and Physical Education National University of Laos Author
  • Phinvan Khamsingthong Faculty of Sport Science and Physical Education National University of Laos Author

DOI:

https://doi.org/10.71026/5jss.2024.02018

Keywords:

ແນວທາງ, ການບໍລິຫານ-ຄຸ້ມຄອງ, ສູນເຝິກກິລາແຫ່ງຊາດ.

Abstract

ການຄົ້ນຄ້ວາຄັ້ງນີ້ໄດ້ສຶກສາກ່ຽວກັບການບໍລິຫານ-ຄຸ້ມຄອງບຸກຄະລາກອນຂອງສູນເຝິກກີລາແຫ່ງຊາດເຊິ່ງມີຈຸດປະສົງ 3 ດ້ານຄື: ເພື່ອສຶກສາສະພາບການບໍລິຫານ-ຄຸ້ມຄອງບຸກຄະລາກອນຂອງສູນເຝິກກີລາແຫ່ງຊາດ, ເພື່ອປຽບທຽບຄວາມຄິດເຫັນຂອງຜູ້ບໍລິຫານ, ພະນັກງານ, ຄູ-ອາຈານ ກ່ຽວກັບການບໍລິຫານບຸກຄະລາກອນໂດຍແຍກຕາມເພດ, ອາຍຸ, ວຸດທິການສຶກສາ, ປະສົບການເຮັດວຽກ ແລະ ສະຖານະພາບຕາມໜ້າທີ່ເຮັດວຽກ, ເພື່ອສຶກສາແນວທາງໃນການປັບປຸງການບໍລິຫານ-ຄຸ້ມຄອງບຸກຄະລາກອນຂອງສູນເຝິກກີລາແຫ່ງຊາດໃນອະນາຄົດ. ກຸ່ມເປົ້າໝາຍໃນການຄົ້ນຄ້ວາຄັ້ງນີ້ໄດ້ແກ່ຜູ້ບໍລິຫານ, ພະນັກງານ, ຄູເຝິກກີລາທີ່ປະຕິບັດວຽກງານພາຍໃນສູນຈຳນວນທັງໝົດ 75 ຄົນ, ຍິງ 33 ຄົນ. ເຄື່ອງມືທີ່ໃຊ້ໃນການສຶກສາຄັ້ງນີ້ແມ່ນແບບສອບຖາມຕາມມາດຕາສ່ວນປະມວນຄ່າ 5 ລະດັບ (Rating scale) ສ່ວນການວິເຄາະຂໍ້ມູນແມ່ນນໍາໃຊ້ໂປຣແກມຄອມພິວເຕີ, ເພື່ອຄິດໄລ່ຄ່າຄວາມຖີ່, ເປີເຊັນ, ຄ່າສະເລ່ຍ,  ຄ່າຜັນປ່ຽນມາດຕະຖານ  ແລະ  ການວິເຄາະຂໍ້ມູນປຽບທຽບໂດຍໃຊ້ t-test ຜົນຂອງການວິໄຈພົບວ່າ:

1) ການບໍລິຫານ-ຄຸ້ມຄອງບຸກຄະລາກອນຂອງສູນເຝິກກີລາແຫ່ງຊາດ ໂດຍລວມແລ້ວຢູ່ໃນລະດັບຫຼາຍເມື່ອພິຈາລະນາແຕ່ລະດ້ານເຫັນວ່າຢູ່ໃນລະດັບຫຼາຍທຸກດ້ານ ແລະ ຫຼາຍກວ່າໝູ່ໄດ້ແກ່ດ້ານການຊີ້ນຳ ຫຼື ການໃຫ້ຄຳແນະນໍາ, ຮອງລົງມາແມ່ນການວາງແຜນບຸກຄະລາກອນ, ສ່ວນດ້ານການຈັດສັນອົງກອນ ແລະ ດ້ານການຄຸ້ມຄອງກໍ່ເຫັນວ່າຢູ່ໃນລະດັບຫຼາຍເຊັ່ນກັນ.

2) ຜົນການປຽບທຽບຄວາມຄິດເຫັນກ່ຽວກັບການບໍລິຫານ-ຄຸ້ມຄອງບຸກຄະລາກອນ ຂອງສູນເຝິກກີລາແຫ່ງຊາດ, ຈຳແນກຕາມເພດ, ອາຍຸ, ວຸດທິການສຶກສາ, ປະສົບການເຮັດວຽກ ແລະ ສະ ຖານະພາບຕາມໜ້າທີ່ເຮັດວຽກໂດຍພາບລວມເຫັນວ່າບໍ່ມີຄວາມແຕກຕ່າງກັນຢ່າງມີໄລຍະສຳຄັນທາງສະຖິຕິທີ່ລະດັບ 0.05 ແຕ່ເມື່ອພິຈາລະນາທັງ 4 ດ້ານ ກໍ່ບໍ່ມີຄວາມແຕກຕ່າງກັນ ເຊິ່ງມີຄວາມສຳຄັນໃນທາງສະຖິຕິບໍ່ເປັນໄປຕາມສົມມຸດຕິຖານທີ່ຕັ້ງໄວ້.

3) ແນວທາງໃນການປັບປຸງການບໍລິຫານ-ຄຸ້ມຄອງບຸກຄະລາກອນ ຕາມຄວາມຄິດເຫັນແມ່ນໃຫ້ຄັດເລືອກບຸກຄະລາກອນຕື່ມໃສ່ບ່ອນທີ່ຂາດ, ຄວນມີການສອບເສັງເອົາບຸກຄະລາກອນທີ່ມີຄວາມສາມາດແທ້, ຊັບຊ້ອນບຸກຄະລາກອນໃຫ້ເໝາະສົມກັບວິຊາສະເພາະທີ່ຮຽນຈົບ, ໃຫ້ມີການເຝິກອົບຮົມ ແລະ ຍົກລະດັບການສຶກສາໃຫ້ພະນັກງານທັງພາຍໃນ ແລະ ຕ່າງປະເທດ,  ໃຫ້ມີການສ້າງຜູ້ສືບທອດຢ່າງຕໍ່ເນື່ອງ,  ຄວນມີການ

ປະເມີນຍ້ອງຍໍພະນັກງານໃນແຕ່ລະປີ ແລະ ເພີ່ມຄວາມເອົາໃຈໃສ່ວຽກສະຫວັດດີການສັງຄົມໃຫ້ຫຼາຍຂຶ້ນ.

 

 

Downloads

Download data is not yet available.

Downloads

Published

2024-12-30

How to Cite

keomeungsam , K. ., Lormaisim, S. ., Lounthongseng, K. ., Xaxuayang , V. ., & Khamsingthong, P. . (2024). ແນວທາງໃນການບໍລິຫານ-ຄຸ້ມຄອງສູນເຝິກກີລາແຫ່ງຊາດ: Guidelines for administration-managing the National sports training center. ວາລະສານວິທະຍາສາດສັງຄົມ, 24(2), 154-161. https://doi.org/10.71026/5jss.2024.02018

Similar Articles

1-10 of 106

You may also start an advanced similarity search for this article.