ສະກັດກັ້ນ ແລະ ຕ້ານປາກົດການຫຍໍ້ທໍ້ທາງດ້ານວັດທະນະທໍາຢູ່ປະເທດເຮົາໃນເງື່ອນໄຂໃໝ່
PREVENT AND COMBAT THE EMERGENCE OF CULTURAL DEGRADATION IN OUR COUNTRY UNDER NEW CONDITIONS
DOI:
https://doi.org/10.71026/ss.2025.02002Keywords:
ວັດທະນະທໍາ, ປາກົດການຫຍໍ້ທໍ້, ການສະກັດກັ້ນ ແລະ ຕ້ານ, ເງື່ອນໄຂໃໝ່Abstract
ບົດຄົ້ນຄວ້ານີ້ມີຈຸດປະສົງເພື່ອສຶກສາສະພາບການ, ປັດໄຈທີ່ສົ່ງຜົນກະທົບ, ຂໍ້ຈໍາກັດ ແລະ ວິທີການໃນການສະກັດກັ້ນ ແລະ ຕ້ານປາກົດການຫຍໍ້ທໍ້ທາງດ້ານວັດທະນະທໍາໃນ ສປປ ລາວ ພາຍໃຕ້ເງື່ອນໄຂໃໝ່ຂອງການຫັນເປັນໂລກາພິວັດ ແລະ ການພັດທະນາເສດຖະກິດຕະຫຼາດ. ການສຶກສາຄັ້ງນີ້ແມ່ນການຄົ້ນຄວ້າແບບຄຸນນະພາບ ໂດຍນໍາໃຊ້ວິທີການວິເຄາະເອກະ ສານ ເປັນຕົ້ນແມ່ນແນວທາງຂອງພັກ, ນະໂຍບາຍ ແລະ ກົດ ໝາຍຂອງລັດ, ບົດລາຍງານ ແລະ ເອກະສານທີ່ກ່ຽວຂ້ອງ. ຜົນການສຶກສາພົບວ່າ: ປັດຈຸບັນ, ສັງຄົມລາວໄດ້ຮັບຜົນກະທົບຈາກປາກົດການຫຍໍ້ທໍ້ທາງດ້ານວັດທະນະທໍາຫຼາຍຮູບແບບ ເຊິ່ງມີສາເຫດມາຈາກປັດໄຈພາຍນອກ ເຊັ່ນ: ການຫັນເປັນໂລກາພິວັດ, ການຂະຫຍາຍຕົວຂອງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ປັດໄຈພາຍໃນປະເທດ ເຊັ່ນ: ການຫັນປ່ຽນໂຄງສ້າງເສດຖະ ກິດ-ສັງຄົມ. ພັກ ແລະ ລັດຖະບານໄດ້ມີຄວາມພະຍາຍາມໃນການແກ້ໄຂບັນຫາດັ່ງກ່າວຜ່ານການວາງແນວທາງ, ການສ້າງນິຕິກໍາ ແລະ ການຈັດຕັ້ງປະຕິບັດຕົວຈິງ. ເຖິງຢ່າງໃດກໍຕາມ, ຍັງ ມີຂໍ້ຈໍາກັດຫຼາຍດ້ານ ເຊັ່ນ: ການຈັດຕັ້ງປະຕິບັດຍັງບໍ່ທັນເຂັ້ມງວດ, ການໂຄສະນາເຜີຍແຜ່ຍັງບໍ່ທົ່ວເຖິງ ແລະ ການມີສ່ວນຮ່ວມຂອງສັງຄົມຍັງມີຈໍາກັດ. ດັ່ງນັ້ນ, ບົດຄົ້ນຄວ້າສະເໜີໃຫ້ເພີ່ມທະວີການນໍາພາຂອງພັກ, ປັບປຸງການໂຄສະນາສຶກສາອົບຮົມ, ບັງຄັບໃຊ້ກົດໝາຍຢ່າງເຂັ້ມງວດ, ສົ່ງເສີມການມີສ່ວນຮ່ວມຂອງປະຊາຊົນ ແລະ ຮັບເອົາວັດທະນະທໍາສາກົນຢ່າງມີການເລືອກເຟັ້ນ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທໍາອັນດີງາມຂອງຊາດໃຫ້ຍືນຍົງ.