ການຄຸ້ມຄອງການນໍາໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ 19 (ສຶກສາກໍລະນີ: ນະຄອນຫຼວງວຽງຈັນ, ແຂວງອຸດົມໄຊ ແລະ ແຂວງບໍ່ແກ້ວ)
Foreign Currency Management in Lao PDR After the Outbreak of COVID-19 (Case Study: Vientiane Capital, Oudomxay and Bokeo Province)
DOI:
https://doi.org/10.71026/ss.2025.02010Keywords:
ການຄຸ້ມຄອງເງິນຕາ, ເງິນຕາຕ່າງປະເທດ, ໂຄວິດ-19, ສປປ ລາວ, ນະໂຍບາຍເສດຖະກິດ.Abstract
ການຄົ້ນຄວ້າໃນຄັ້ງນີ້ ມີຈຸດປະສົງສຶກສາກ່ຽວມາດຕະ ການໃນການຄຸ້ມຄອງການນໍາໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ແລະ ການນຳໃຊ້ແຕ່ລະມາດຕະການຕ່າງໆຕໍ່ການຄຸ້ມຄອງການນໍາໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ, ສຶກສາເຖິງວິທີການໃນການຄຸ້ມຄອງການນໍາໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ ແລະ ສຶກສາເຖິງບັນຫາ ແລະ ແນວທາງໃນການແກ້ໄຂບັນຫາໃນການຄຸ້ມຄອງການນໍາໃຊ້ເງິນຕາຕ່າງປະເທດ ຢູ່ ສປປ ລາວ. ການສຶກສາຄັ້ງນີ້ແມ່ນນໍາໃຊ້ການວິໄຈທາງດ້ານປະລິມານ ແລະ ຄຸນນະພາບ ຊຶ່ງມີກຸ່ມຕົວຢ່າງທັງໝົດ 80 ຄົນ ແລະ ສໍາພາດ 10 ຄົນ ພ້ອມທັງສົນທະນາກຸ່ມເພື່ອເຈາະເລິກປະເດັນທີ່ສໍາຄັນ ທີ່ເປັນຕົວແທນມາຈາກທະນາຄານແຫ່ງ ສ ປປລາວ ນະຄອນຫຼວງວຽງ, ການນໍາ ແລະ ພະນັກງານທະນາຄານແຫ່ງ ສປປລາວ ສາຂາພາກເໜືອ ແຂວງອຸດົມໄຊ, ຕົວແທນທະນາຄານທຸລະກິດ ແລະ ຕົວແທນຈາກປະຊາຊົນທົ່ວໄປ.
ຜົນຂອງການສຶກສາພົບວ່າ ນິຕິກໍາ ແລະ ຫຼັກການກ່ຽວກັບການຄຸ້ມຄອງການນໍາໃຊ້ເງິນຕາຕ່າງປະເທດໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ -19 ຢູ່ ສປປ ລາວ ສອດ ຄ່ອງກັບການຈັດຕັ້ງປະຕິບັດຕົວຈິງໃນລະດັບປານກາງໂດຍມີຄ່າສະເລ່ຍ ເທົ່າກັບ 2.99; ວິທີການໃນການຄຸ້ມຄອງການນໍາໃຊ້ເງິນຕາຕ່າງປະເທດໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ -19 ຢູ່ ສປປ ລາວ ມີບັນຫາໃນລະດັບຫຼາຍ ໂດຍມີຄ່າສະເລ່ຍເທົ່າກັບ 3.63; ການຄຸ້ມຄອງຜູ້ປະກອບການບໍ່ໃຫ້ຊື້ຂາຍແລກປ່ຽນເງິນຕາຕ່າງປະເທດແບບຊະຊາຍໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ -19 ຢູ່ ສປປ ລາວ ມີບັນຫາໃນລະດັບປານກາງ ໂດຍມີຄ່າສະເລ່ຍ ເທົ່າກັບ 2.90; ການຄຸ້ມຄອງປະຊາຊົນບໍ່ໃຫ້ຊື້ຂາຍແລກປ່ຽນ ເງິນຕາຕ່າງປະເທດແບບຊະຊາຍໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ -19 ຢູ່ ສປປ ລາວ ມີບັນຫາໃນລະດັບປານກາງ ໂດຍມີຄ່າສະເລ່ຍ ເທົ່າກັບ 2.79; ສອດຄ່ອງກັບຄໍາໃຫ້ສໍາພາດຂອງຜູ້ມີສ່ວນກ່ຽວ ຂ້ອງທີ່ວ່າ ແຕ່ຍັງມີບັນຫາຫຼາຍດ້ານກໍຄືໃຊ້ເງິນຕາຕ່າງປະເທດຫຼາຍສະກຸນໃນການຊໍາລະ ເຮັດໃຫ້ປະຊາຊົນບໍ່ປະຕິບັດຕາມແຈ້ງການ ແລະ ລະບຽບກົດໝາຍທີ່ໃຫ້ໃຊ້ສະເພາະເງິນກີບ; ບັນຫາທີ່ບຸກຄົນ ແລະ ນິຕິບຸກຄົນສາມາດຖືຄອງເງິນຕາໃນຮູບແບບເງິນສົດ ເຮັດໃຫ້ການຄຸ້ມຄອງບໍ່ເປັນໄປຕາມລະບຽບການ ແລະ ຍາກຕໍ່ການຈັດຕັ້ງປະຕິບັດ ໃນຂະນະດຽວກັນຫຼາຍປະ ເທດແມ່ນໃຊ້ສະກຸນເງິນດຽວເປັນຫຼັກ; ບັນຫາເລື່ອງການປະສານງານລະຫວ່າງໜ່ວຍງານທີ່ກ່ຽວຂ້ອງຂອງພາກລັດຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ; ບັນຫາເລື່ອງການໂອນ-ຖອນເງິນສົດທີ່ເປັນເງິນຕາຕ່າງປະເທດແມ່ນເຮັດໄດ້ງ່າຍເກີນໄປ ໂດຍບໍ່ຈໍາເປັນຕ້ອງແຈ້ງຈຸດປະສົງຕໍ່ພາກສ່ວນທີ່ກ່ຽວຂ້ອງໃນການນໍາໃຊ້ເງິນຕາຕ່າງປະເທດດັ່ງກ່າວ.



