ການເຂົ້າເຖິງທະນາຍຄວາມ

Access to a lawyer

Authors

  • Bountem BOUASYPHAN National Institute of Justice Author
  • littaphone PHOUMMAKEO National Institute of Justice Author
  • Phetsamay XAYMOUNGKHOUNE National Institute of Justice Author
  • Khanphou S.PHABMIXAY National Institute of Justice Author
  • Mone PHOUNSAVATH National Institute of Justice Author
  • Soukphansa SOMPHAVONG National Institute of Justice Author
  • Khamphanh BOUNTHIMANY National Institute of Justice Author

DOI:

https://doi.org/10.71026/ss.2024.02001

Keywords:

ການເຂົ້າເຖິງ ແລະ ທະນາຍຄວາມ

Abstract

ການສຶກສາເລື່ອງ ການເຂົ້າເຖິງທະນາຍຄວາມ ມີຈຸດປະສົງຄືຊອກຫາບັນດາສາເຫດທີ່ເຮັດໃຫ້ປະຊາຊົນບໍ່ເຂົ້າເຖິງການບໍລິການຂອງທະນາຍຄວາມ, ສຶກສາເຖິງຄວາມເພິ່ງພໍ ໃຈຂອງປະຊາຊົນຜູ້ທີ່ເຄີຍໄຊ້ການບໍລິການວຽກງານທະນາຍຄວາມ ແລະ ສຶກສາວິທີແກ້ໄຂເຖິງຈຸດບົກຜ່ອງທີ່ເຮັດໃຫ້ປະຊາຊົນບໍ່ເຂົ້າມາໃຊ້ບໍລິການທະນາຍຄວາມ. ເປັນການສຶກສາແບບຄຸນນະພາບ ແລະ ເຮັດການວິເຄາະຂໍ້ມູນແບບພັນລະນາຕາມແຕ່ລະປະເດັນທີ່ຕັ້ງເອົາໄວ້, ຜົນການສຶກສາພົບວ່າ:  ສາເຫດທີ່ເຮັດໃຫ້ປະຊາຊົນບໍ່ເຂົ້າເຖິງການບໍລິການຂອງທະນາຍຄວາມແມ່ນປະຊາຊົນຮັບຮູ້ ແລະ ເຂົ້າໃຈວ່າທະນາຍຄວາມແມ່ນບຸກຄົນທີ່ເຂົ້າຮ່ວມໃນການດຳເນີນຄະດີໃນນາມຕາງໜ້າໃຫ້ແກ່ລູກຄວາມ ແລະ ເປັນບຸກຄົນທີ່ໃຫ້ຄຳປຶກສາທາງດ້ານກົດໝາຍແກ່ປະຊາຊົນ ແຕ່ສ່ວນໃຫຍ່ແມ່ນຮູ້ຈັກທະນາຍຄວາມຜ່ານສື່ສັງຄົມອອນລາຍ ຜ່ານການໂຄສະນາ ແລະ ຮູ້ຈັກຈາກການບອກເລົ່າຂອງໝູ່ເພື່ອນຄົນຮັກແພງໃນເວລາມີຂໍ້ຄັດແຍ້ງ ແລະ ຜ່ານມາ ແຕ່ປະຊາຊົນບໍ່ເຄີຍໃຊ້ບໍລິການທະນາຍຄວາມຈັກເທື່ອ, ສາເຫດຫຼັກປະຊາຊົນມີຄວາມຄິດວ່າຄ່າໃຊ້ຈ່າຍໃນການຈ້າງທະນາຍແມ່ນແພງ ຈຶ່ງເລືອກທີ່ບໍ່ໃໍຊ້ທະນາຍຄວາມ.ຄວາມເພີ່ງພໍໃຈຂອງການໄປໃຊ້ບໍລິການທະນາຍຄວາມ ເນື່ອງຈາກຜົນການສຶກສາເຫັນວ່າ ປະຊາຊົນກຸ່ມເປົ້າໝາຍແມ່ນບໍ່ເຄີຍໃຊ້ບໍລິການທະນາຍຄວາມ ຈຶ່ງເຮັດໃຫ້ການລະບຸເຖິງຄວາມເພິ່ງພໍໃຈຕໍ່ທະນາຍຄວາມນັ້ນ ເປັນເລື່ອງທີ່ໄຈ້ແຍກຍັງບໍ່ທັນໄດ້ເທື່ອ ແລະ ວິທີແກ້ໄຂເຖິງຈຸດບົກຜ່ອງທີ່ເຮັດໃຫ້ປະຊາຊົນບໍ່ເຂົ້າມາໃຊ້ບໍລິການທະນາຍຄວາມ ແມ່ນການໂຄສະນາປະຊາສໍາພັນຈຸດດີຂອງທະນາຍຄວາມວ່າສາມາດຊ່ວຍເຫຼືອປະຊາຊົນໄດ້ແທ້ ແລະ ສາມາດແກ້ຂໍ້ຄັດແຍ້ງຕ່າງໆໃນສັງຄົມໄດ້, ການນໍາໃຊ້ທະນາຍ ຄວາມຄວນມີການລະບຸຄ່າໃຊ້ຈ່າຍຊັດເຈນ ແລະ ຄວນມີໜ່ວຍງານລັດທີ່ຮັບການຊ່ວຍເຫຼືອດ້ານດັ່ງກ່າວ ເພື່ອເຮັດໃຫ້ປະຊາ ຊົນບໍ່ໜັກໃຈຕໍ່ຄ່າໃຊ້ຈ່າຍໃນການຈ້າງທະນາຄວາມ.

Downloads

Download data is not yet available.

Published

2024-12-20

How to Cite

BOUASYPHAN, B., PHOUMMAKEO, littaphone ., XAYMOUNGKHOUNE, P., S.PHABMIXAY, K. ., PHOUNSAVATH, M. ., SOMPHAVONG , S. ., & BOUNTHIMANY, K. . (2024). ການເຂົ້າເຖິງທະນາຍຄວາມ: Access to a lawyer. ວາລະສານວິທະຍາສາດສັງຄົມ, 24(2), 1-7. https://doi.org/10.71026/ss.2024.02001

Similar Articles

81-90 of 107

You may also start an advanced similarity search for this article.