ສຶກສາແຮງຈູງໃຈໃນການຕັດສິນໃຈເປັນຜູ້ປະກອບທຸລະກິດຈໍາໜ່າຍສິ້ນໄໝລາວຢູ່ຕະຫຼາດເຊົ້າ ນະຄອນຫຼວງວຽງຈັນ

A study of decision motivations to become a business operator selling Lao silk at the morning market

Authors

  • B SICHANTHALA Faculty of Economics and Business Management, National University of Laos Author
  • C VONGPHOUTONE Faculty of Economics and Business Management, National University of Laos Author
  • S BOUPHA Faculty of Economics and Business Management, National University of Laos Author
  • A PHONESAVANH Faculty of Economics and Business Management, National University of Laos Author
  • S LATHALIN Faculty of Economics and Business Management, National University of Laos Author

DOI:

https://doi.org/10.71026/ss.2024.02024

Keywords:

ແຮງຈູງໃຈ, ການຕັດສິນໃຈ, ຜູ້ປະກອບທຸລະກິດຈຳໜ່າຍສິ້ນໄໝລາວ ແລະ ຕະຫຼາດເຊົ້າ 

Abstract

ການສຶກສາເລື່ອງ ແຮງຈູງໃຈໃນການຕັດສິນໃຈເປັນຜູ້ປະກອບທຸລະກິດຈຳໜ່າຍ ສິ້ນໄໝລາວ ຢູ່ຕະຫຼາດເຊົ້າ ນະຄອນຫຼວງວຽງຈັນ” ທີ່ມີຈຸດປະສົງເພື່ອສຶກສາປັດໄຈແຮງຈູງໃຈທີ່ມີຜົນຕໍ່ການປະກອບທຸລະກິດ ໂດຍການສຶກສາຄັ້ງນີ້ ເປັນການສຶກສາແບບບປະລິມານເຊິ່ງສາມາດຮວບຮວມຂໍ້ມູນຈາກແບບສອບຖາມທີ່ຢາຍໃຫ້ບັນດາຜູ້ປະກອບທຸລະກິດຈຳໜ່າຍ ສິ້ນໄໝລາວ ຢູ່ຕະຫຼາດເຊົ້າ ເຊິ່ງສາມາດເກັບຮວບຮວມໄດ້ທັງໝົດ 157 ສະບັບແລະວິເຄາະຂໍ້ມູນໂດຍການນໍາໃຊ້ໂປຣແກຼມ SPSS.
ຜົນການສຶກສາຄັ້ງນີ້ພົບວ່າ: ຜູ້ຕອບແບບສອບຖາມທັງໝົດມີ 157 ຄົນ, ຜູ້ຕອບແບບສອບຖາມສ່ວນໃຫຍ່ແມ່ນຜູ້ປະກອບທຸລະກິດ ເພດຍິງ ກວມເອົາ 98.7 ສ່ວນຮ້ອຍ,  ມີອາຍຸລະຫວ່າງ 46 ປີຂຶ້ນໄປ ກວມເອົາ 40.1 ສ່ວນຮ້ອຍ, ຢູ່ໃນສະຖານະພາບ ແຕ່ງງານແລ້ວ ກວມເອົາ 82.9 ສ່ວນຮ້ອຍ, ສ່ວນຫຼາຍແມ່ນມີການສຶກສາລະດັບ ຊັ້ນກາງລົງມາ ກວມເອົາ 54.1 ສ່ວນຮ້ອຍ ແລະ ມີລາຍໄດ້ສະເລ່ຍຕໍ່ເດືອນ 5,000,0001-10,000,000 ກີບ ກວມເອົາ 22.9 ສ່ວນຮ້ອຍ. ຜູ້ປະກອບທຸລະກິດສ່ວນຫຼາຍດຳເນີນທຸລະກິດມາແລ້ວ 10 ປີຂຶ້ນໄປ ກວມເອົາ 41.4 ສ່ວນຮ້ອຍ ເຊິ່ງເຄີຍເຮັດທຸລະກິດອື່ນມາກ່ອນ ກວມເອົາ 56.1 ສ່ວນຮ້ອຍ ແລະ ມີສະມາຊິກໃນຄອບຄົວເຄີຍປະກອບທຸລະກິດຈໍາໜ່າຍສິ້ນກວມເອົາ 52.2 ສ່ວນຮ້ອຍ, ຜູ້ຕອບແບບສອບຖາມສ່ວນຫຼາຍແມ່ນໃຊ້ທຶນໂຕເອງໃນການເລີ່ມຕົ້ນປະກອບທຸລະກິດ ກວມເອົາ 47.1 ສ່ວນຮ້ອຍ ແລະ ປະກອບທຸລະກິດພຽງຜູ້ດຽວ ກວມເອົາ 72.0 ສ່ວນຮ້ອຍ, ໂດຍມີເງິນທຶນໃນການໝູນວຽນທຸລະກິດຢູ່ທີ່ 30-60 ລ້ານ ກວມເອົາ 52.2 ສ່ວນຮ້ອຍຂອງແລະຜູ້ປະກອບທຸລະກິດສ່ວນໃຫຍ່ແມ່ນໄດ້ຮັບຜົນກະທົບຈາກຄູ່ແຂ່ງ ກວມເອົາ 77.7 ສ່ວນຮ້ອຍຂອງກຸ່ມຕົວຢ່າງ.
ປັດໄຈແຮງຈູງໃຈທີ່ມີອິດທິພົນຕໍ່ການເປັນຜູ້ປະກອບການຂາຍສິ້ນໄໝ ຢູ່ຕະຫຼາດເຊົ້າ ຂອງຜູ້ປະກອບກິດຈະການພົບວ່າ: ຜູ້ປະກອບການໃຫ້ຄະແນນລະດັບແຮງຈູງໃຈຫຼາຍທີ່ສຸດແມ່ນ ປັດໄຈດ້ານຄວາມກ່ຽວຂ້ອງກັບຄອບຄົວ ເຊິ່ງມີຄ່າສະເລ່ຍລວມເທົ່າກັບ 4.53 ຮອງລົງມາແມ່ນ ປັດໄຈດ້ານສະຖານະພາບທາງສັງຄົມ, ປັດໄຈດ້ານຄວາມເປັນອິດສະຫຼະ ແລະ ອໍານາດ ແລະ ປັດໄຈດ້ານຄວາມເພິ່ງພໍໃຈສ່ວນບຸກຄົນ ຕໍ່ມາທ້າຍສຸດແມ່ນ ປັດໄຈດ້ານກຳໄລ ແລະ ຄວາມໝັ້ນຄົງ ເຊິ່ງມີຄ່າສະເລ່ຍເທົ່າກັບ 4.52, 3,86, 3.83, 3.75 ຕາມລໍາດັບ.

Downloads

Download data is not yet available.

Downloads

Published

2024-06-27

How to Cite

SICHANTHALA, B., VONGPHOUTONE, C., BOUPHA, S., PHONESAVANH, A. ., & LATHALIN, S. (2024). ສຶກສາແຮງຈູງໃຈໃນການຕັດສິນໃຈເປັນຜູ້ປະກອບທຸລະກິດຈໍາໜ່າຍສິ້ນໄໝລາວຢູ່ຕະຫຼາດເຊົ້າ ນະຄອນຫຼວງວຽງຈັນ: A study of decision motivations to become a business operator selling Lao silk at the morning market. ວາລະສານວິທະຍາສາດສັງຄົມ, 24(2), 204-217. https://doi.org/10.71026/ss.2024.02024

Similar Articles

1-10 of 107

You may also start an advanced similarity search for this article.